ທາງການສັ່ງປິດຄລີນິກ 240 ແຫ່ງ

ອຸ່ນແກ້ວ ສຸກສະຫວັນ
2018.12.31
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ໃນທ້າຍເດືອນທັນວານີ້ ກະຊວງສາທາຣະນະສຸຂ ໄດ້ສັ່ງປິດ ຄລີນິກ ເອກກະຊົນ ຈຳນວນ 240 ແຫ່ງ ໃນທົ່ວປະເທດ ຍ້ອນວ່າຄລີນິກ ດັ່ງກ່າວ ບໍ່ຖືກລະບຽບຫລັກການ ທີ່ທາງການກໍານົດໄວ້. ໃນ ຈຳນວນຄລີນິກ 240 ແຫ່ງ, ມີນະຄອນຫລວງວຽງຈັນ 120 ແຫ່ງ, ແຂວງສະຫວັນນະເຂດ 40 ແຫ່ງ ແລະ ອຸດົມໄຊ 11 ແຫ່ງ ສ່ວນທີ່ເຫລືອ ຢູ່ຕາມແຂວງອື່ນໆ.

ສະເພາະແຂວງອຸດົມໄຊ ເຈົ້າໜ້າທີ່ຜແນກສາທາຣະນະສຸຂກ່າວວ່າ ປັດຈຸບັນ ຄລີນິກທັງໝົດ 11 ແຫ່ງຖືກສັ່ງປິດໃນປີນີ້ ໃນນັ້ນທາງການ ກຳລັງກວດກາຢູ່ 7 ແຫ່ງ ແລະ ຈະອະນຸຍາດໃຫ້ເປີດປີ 2019, ສ່ວນວ່າ ອີກ 4 ແຫ່ງ ຖືກສັ່ງປິດຖາວອນ ຍ້ອນເຈົ້າຂອງຄລີນິກທີ່ເປັນ ຄົນລາວໃຫ້ຄົນຈີນ ແລະ ຄົນວຽດນາມມາເຊົ່າ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 31 ທັນວາ ວ່າ:

"ຢູ່ແຂວງອຸດົມໄຊມີ 11 ແຫ່ງ, 4 ແຫ່ງຫັ້ນ ຄົນຈີນເຊົ່າດຽວນີ້ ຂະເຈົ້າຢຸດໝົດແລ້ວເນາະ ຈີນກັບວຽດນະ ສະເພາະ 7 ແຫ່ງ ຂະເຈົ້າ ບໍ່ເຄື່ອນໄຫວ ເພິ່ນກະໃຫ້ຢຸດກ່ອນສະເພາະປີ 2018 ແລ້ວປີ 2019 ເພິ່ນຈະຕໍ່ໃຫ້ຕື່ມ."

ທ່ານກ່າວຕື່ມວ່າ ປັດຈຸບັນ ທົ່ວແຂວງອຸດົມໄຊ ຍັງມີຄລີນິກ ຄົນລາວ 27 ແຫ່ງ ທີ່ສາມາດເຄື່ອນໄຫວໄດ້ ຕາມປົກກະຕິ ເປັນຕົ້ນແມ່ນ ຄລີນິກ ປິ່ນປົວຕາ, ຄຼີນິກປະສູດ ແລະ ສຸຂພາບຍິງ ແລະ ຄລີນິກປິ່ນປົວ ເດັກນ້ອຍ ຊຶ່ງສ່ວນໃຫຍ່ເຈົ້າຂອງ ເປັນທ່ານໝໍຊ່ຽວຊານ ທີ່ເຮັດວຽກປະຈຳຢູ່ໂຮງໝໍ.

ເຖິງຢ່າງໃດກໍຕາມ, ໃນປີ 2017 ທີ່ຜ່ານມາ ກະຊວງສາທາຣະນະສຸຂ ໄດ້ສັ່ງປິດຄລີນິກ ຂອງຕ່າງປະເທດເກືອບ 200 ແຫ່ງຍ້ອນບໍ່ມີ ໃບອະນຸຍາດ ແລະ ບໍ່ໄດ້ມາດຕະຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.