ໂຣຄເປັ້ຽລ່ອຍເລີ້ມອີກແລ້ວ
2016.01.18
ທາງການລາວ ໄດ້ປະກາດ ເຫດສຸກເສີນ ກ່ຽວກັບ ການຣະບາດ ຂອງ ໂຣຄເປັ້ຽລ່ອຍ ຫລື polio ໃນ ທົ່ວປະເທດ ຫລັງຈາກ ພົບເຫັນ ກໍຣະນີ ຄົນຕິດ ເຊື້ອໂຣຄ ດັ່ງກ່າວ ເພີ້ມຂຶ້ນ ເປັນຄົນທີ 5 ໃນອາທີດ ນີ້.
ດຳຣັດ ນາຍົກ ຣັຖມົນຕຣີລາວ ທ່ານ ທອງສິງ ທັມມະວົງ ໃນວັນພຸດ ໄດ້ອອກຄຳສັ່ງ ໃຫ້ຫນ່ວຍງານ ຣັຖບານ ແລະ ອົງການ ເອກກະຊົນ ຮ່ວມດ້ວຍ ຊຸມຊົນ ໃນເຂດ ຊົນນະບົດ ໃຫ້ເຮັດວຽກ ຮ່ວມກັນປາບປາມ ແລະ ປ້ອງກັນ ໂຣຄນີ້ ໃນ ຂັ້ນຕໍ່ໄປ.
ດໍາຣັດ ນາຍົກ ຣັຖມົນຕຣີ ຍັງໄດ້ແຈ້ງການ ແນະນຳໃຫ້ ນັກທ່ອງທ່ຽວ ຈາກ ອາຊຽນ ທີ່ຈະເຂົ້າມາ ທ່ຽວໃນ ສປປລາວ ຕ້ອງສັກຢາ ວັກຊິນ ຕ້ານໂຣຄ ດັ່ງກ່າວ ເສັຽກ່ອນ ແລະໃຫ້ ປະຕິບັດ ໃຊ້ດໍາຣັດ ດັ່ງກ່າວ ເປັນເວລາ 6 ເດືອນ ຫລັງຈາກ ປະກາດ ເຫດສຸກເສີນ ຂອງ ທາງການ ໃນອາທີດ ນີ້.
ກະຊວງ ສາທາຣະນະສຸກ ສປປລາວ ໄດ້ເຮັດວຽກ ຮ່ວມກັບ ອົງການ ອະນາມັຍໂລກ ໃນ ບັນຫານີ້ ເພື່ອລຶບລ້າງ ການຣະບາດ ຂອງໂຣຄ ເປັ້ຽລ່ອຍ ຫລື polio ຫລັງຈາກ 15 ປີ ທີ່ ສປປລາວ ປະກາດ ການ ປອດເຊື້ອໂຣຄ ດັ່ງກ່າວ ຊຶ່ງ ໃນປີ 2015 ພົບເຫັນ ມີຜູ້ເສັຽ ຊີວິດຍ້ອນ ໂຣຄ ນີ້ 2 ຄົນ ແລະ ໃນ ອາທິດ ນີ້ມີຜູ້ຕິດ ເຊື້ອ ໃຫມ່ 5 ຄົນ.