ຈີນຊ່ອຍເຫຼືອລາວ ຕ້ານ ໂຄວິດ-19
2020.03.26

ຫລ້າສຸດຣັຖບານຈີນ ໄດ້ສົ່ງທີມ ແພດ-ຊ່ຽວຊານ ພ້ອມອຸປກອນ ການແພດຫຼາຍຢ່າງ ມາປະຈຳຢູ່ໂຮງໝໍ 103, ໂຮງໝໍມິຕພາບ 150 ຕຽງ, ແລະໂຮງໝໍມະໂຫສົດ. ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 26 ມີນາ ວ່າ:
"ພວກຊ່ຽວຊານ ຂະເຈົ້າຊ່ຽວຊານ ທາງດ້ານການແພດໂຮງໝໍ 103 ໂຮງໝໍ 150 ຕຽງ ໂຮງໝໍມະໂຫສົດ ກາຄືກັນແຫລະ ເຮົາກະດາຍ ຂັ້ນບໍ່ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດກະດາຍ ອັນນີ້ ຕ້ອງໄດ້ ຊ່ວຍກັນ ກໍຕ້ອງໄດ້ພ້ອມກັນປາບປາມ ນຳກັນຫັ້ນແຫຼະ ເລື້ອງ ພຍາດນີ້."
ທ່ານຕື່ມອີກ ວ່າຫລັງຈາກ ທີ່ປະເທດລາວ ກວດພົບກໍຣະນີ ຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 6 ຄົນນັ້ນ ຣັຖບານຈີນມີແຜນສົ່ງ ແພດ- ຊ່ຽວຊານ ທີ່ມີປະສົບການໃນການຕ້ານ ໂຄວິດ-19 ເຂົ້າມາຊ່ວຍ ໃນການ ປິ່ນປົວຄົນເຈັບ ພ້ອມກັບອຸປກອນການແພດ ແລະ ຢ່າປິ່ນປົວ ຈຳນວນນຶ່ງ ເຂົ້າມາຊ່ວຍລາວເພີ້ມຕື່ມ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
"ເລື້ອງປ້ອງກັນຂອງລາວຫັ້ນ ບໍ່ຕ້ອງຫ່ວງເຂົາກັນໄວ້ ເກີດມື້ແຮກ ມື້ສອງໄດ໋ເຮີຍ ຢາຈີນ ເອົາມາໃຫ້ແລ້ວ ເຄິ່ງເດືອນແລ້ວ ໄດ້ສອງອາທິດ ລະຈີນເອົາໃຫ້ ລາວ ນະ ເຄື່ອງມືທັນສະໄໝ ເຄື່ອງໄມ້ ເຄື່ອງມື ທີ່ມັນທັນສະໄໝ ຂອງຈີນ ຫັ້ນກະເອົາມາເມືອງລາວ."
ກ່ຽວກັບເລື້ອງນີ້, ປະຊາຊົນຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຕ່າງປະເທດ ໄດ້ສົ່ງການຊ່ອຍເຫຼືອເຂົ້າມາໃຫ້ລາວ ຮຽບຮ້ອຍແລ້ວ.
"ພວກຈີນສົ່ງມາບັກຫລາຍໆ ໝໍກໍສົ່ງມາ 30-40 ຄົນ ຢາກໍພວກຈີນສົ່ງມາຫຼາຍ ເງິນເຂົາກໍຍັງຊ່ວຍເຫລືອໄດ໋ ເມືອງລາວຫັ້ນ ບໍ່ທັນເປັນເຂົາ ກໍຊ່ວຍເຫລືອກ່ອນ."
ເຈົ້າໜ້າທີ່ສາທາຣະນະສຸຂ ຍັງກ່າວຕໍ່ເອເຊັຽເສຣີ ຕື່ມອີກວ່າ ການຊ່ອຍເຫລືອ ປະເທດລາວ ເພື່ອຄວບຄຸມ ແລະ ປ້ອງກັນ ກາລະບາດຂອງ ໂຄວິດ-19 ຂອງຕ່າງປະເທດ ເປັນສິ່ງທີ່ໜ້າຊື່ນຊົມ ຍິນດີ ເພາະວ່າ ບໍ່ສະເພາະແຕ່ປະເທດຈີນ ເທົ່ານັ້ນ ທີ່ເຂົາມາຊ່ວຍເຫລືອ ແຕ່ຍັງມີ ປະເທດ ສະຫະຣັຖ ອາເມຣິກາ ແລະ ຍັງມີປະເທດໄທ ລວມເຖີງອົງການຈັດຕັ້ງສາກົນ ປະຈຳລາວນຳອີກ.
ກ່ອນໜ້ານີ້ ຣັຖບານສະຫະຣັຖອາເມຣິກາ ໄດ້ມອບເງິນ 2 ລ້ານ ໂດລາ ໃຫ້ແກ່ຣັບຖານລາວ ເພື່ອຄວບຄຸມ ແລະ ຕ້ານພຍາດໂຄວິດ-19 ໂດຍຜ່ານອົງການ USAID ປະຈຳລາວ.
ນອຈາກນີ້ ຍັງມີອົງການອານະມັຍໂລກ ແລະ ອົງການຢູນິເຊຟ ປະຈຳລາວ ໃຫ້ການຊ່ວຍເຫລືອ ເພື່ອວາງແຜນສຸກເສີນ ຕາມຈຸດຕ່າງໆ ໃຫ້ແກ່ລາວ ໂດຍ ການຝຶກອົບຮົມ ສ້າງຄວາມສາມາດ ໃຫ້ແກ່ເຈົ້າໜ້າທີ່ ສາທາຣະນະສຸຂ ໃນການຮັບມືກັບການລະບາດ ແລະ ກວດຫາ ຜູ້ຕິດເຊື້ອ.