ທາງການອອກສັກຢາກັນພຍາດ ໃຫ້ປະຊາຊົນ


2013.10.03
F-Vaccin ຕົວຢ່າງ: ສູນແມ່ແລະເດັກ ສັກຢາກັນ ໄຂ້ຫວັດລະດູການ ຢູ່ທີ່ໂຮງໝໍ, ສຸຂສາລາ ແລະ ຈາກໜ່ວຍແພດ ທີ່ມາສັກຢາ ຢູ່ຕາມບ້ານຂອງ ປະຊາຊົນ. ລະຫວ່າງວັນທີ 10 ພຶສພາ ຫາ 30 ມິຖຸນາ 2013 ໂດຍບໍ່ເສັຍຄ່າໃຊ້ຈ່າຍ
vientianemai

 

ສປປລາວ ເປັນປະເທດທໍາອິດ ໃນເອເຊັຽຕາເວັນອອກ ສ່ຽງໃຕ້ ທີ່ເລີ້ມສັກຢາປ້ອງກັນ ໂຣຄປອດບວມ ໃຫ້ເດັກນ້ອຍ ແລະຈັດການສະແດງ ໂຄງການ ສັກຢາປ້ອງກັນ ໂຣຄມະເຮັງ ປາກມົດລູກ  HPV ຢ່າງເປັນທາງການ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນພຸທນີ້.

ຍານາງ Helen Evans ເຈົ້າໜ້າທີ່ການແພທແລະ CEO ຂອງໂຄງການຮ່ວມມື GAVI ທີ່ໃຫ້ການສນັບສນູນ ໂຄງການນີ້ ໄດ້ກ່າວຕໍ່ທາງ ສື່ມວລຊົນວ່າ ໂຄງການສັກຢາດັ່ງກ່າວນີ້ ຈະຊ່ວຍຊີວີດ ເດັກນ້ອຍໄວ້ໄດ້ ແລະ ເວລາໃຫຍ່ມາກໍຈະມີ ສຸຂພາບແຂງແຮງດີ ແລະເປັນຜົນປະ ໂຫຍດ ບໍ່ແມ່ນ ແຕ່ສະເພາະ ໃນແຕ່ລະຄອບຄົວ ເທົ່ານັ້ນ ແຕ່ຍັງເປັນຜົນປະໂຫຍດ ທີ່ກວມໄປເຖີງ ທາງສັງຄົມ ແລະເສຖກິດ ໃຫ້ແກ່ປະ ເທດຊາດ ນຳດ້ວຍ.

ໂຄງການຮ່ວມມືດັ່ງກ່າວນີ້ ຈະດໍາເນີນການສັກຢາປ້ອງກັນ ເຊື້ອໂຣຄປອດບວມ ຫລືພຍາທປອດ PCV ໃຫ້ແກ່ເດັກນ້ອຍລາວ ທັງໝົດປະ ມານ 180,000 ຄົນ ແລະຍັງມີໂຄງການ ຈະເຣີ້ມ ຊັກຢາປ້ອງກັນ ໂຣຄມະເຮັງ ປາກມົດລູກ HPV ໃຫ້ແກ່ ເດັກນ້ອຍແມ່ຍີງ ປະມານ 13,000 ຄົນນໍາອີກ ຕລອດປີໜ້າ ໃນຂັ້ນຕໍ່ໄປນີ້.

ຍານາງ Helen Evans ໄດ້ໃຫ້ການຊີ້ແຈງອີກວ່າ ເວົ້າທົ່ວໄປ ໃນຣະດັບໂລກແລ້ວ ພຍາທປອດບວມນີ້ເປັນສາເຫດເຮັດໃຫ້ເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ເສັຍຊີວີດມີຈໍານວນເຖີງ 500 ພັນຄົນໃນແຕ່ລະປີ. ແຕ່ສະເພາະໃນປະເທດລາວ ກໍມີອັດຕຣາສູງເຖີງ 19 ສ່ວນຮ້ອຍ ຂອງ ເດັກນ້ອຍທັງໝົດທີ່ມີອາຍຸຕໍ່າກວ່າ 5 ປີ ແລະທັງຫມົດປະມານ 2,800 ຄົນ.

ຢ່າງໃດກໍຕາມ ໂຣຄມະເຮັງປາກມົດລູກ ແມ່ນເກີດຈາກເຊື້ອໄວຣັສ papillomavirus ຫລື  HPV ໄວຣັສ ເປັນສາເຫດສໍາຄັນ ທີ່ເຮັດໃຫ້ ແມ່ຍິງ ເກີດເປັນໂຣຄມະເຮັງ ໃນປາກມົດລູກ ແລະໄດ້ເອົາ ຊີວິດແມ່ຍິງ ໄປແລ້ວ ປະມານ 274,000 ຄົນ ແຕ່ລະປີ ໃນທົ່ວໂລກ ແລະ ເປັນທີ່ຄາດວ່າ ຈໍານວນ ຂອງແມ່ຍີງທີ່ຈະເສັຍຊີວີດໄປຍ້ອນ ໂຣກມະເຮັງປາກມົດລູກ ຈະເພີ່ມຂື້ນເຖີງ 430,000 ໃນແຕ່ລະປີ ພາຍໃນປີ 2030 ຖ້າຫາກວ່າ ບໍ່ມີການຊັກຢາປ້ອງກັນ. ຣາຍງານ ແຈ້ງວ່າ ຢູ່ສປປລາວ ໃນແຕ່ລະປີ ມີແມ່ຍິງລາວຫລາຍກວ່າ 500 ຄົນ ເປັນໂຣຄ ມະເຮັງປາກມົດລູກ ໃນຈໍານວນດັ່ງກ່າວເຄິ່ງນື່ງຂອງຜູ້ປ່ວຍແມ່ນເສັຍຊີວິດແລ້ວ. ຣາຍງານແຈ້ງວ່າການສັກຢາ  HPV ຈະຊ່ວຍປ້ອງກັນ ການເປັນ ໂຣຄມະເຮັງ ປາກມົດລູກ ຂອງແມ່ຍິງໄດ້ ປະມານ 70 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.