ສປປລາວ ມີການຄຸມກຳເນີດ
2013.05.30

ສະຫະປະຊາຊາດ ສົ່ງເສີມ ການຄຸມກຳເນີດ ໃນ ສປປລາວ ເພື່ອ ສຸຂພາບ ຂອງແມ່ຍິງ ແລະ ອຸດົມສົມບູນ ຂອງ ຄອບຄົວ.
ຜແນກ ສາທາຣະນະສຸກ ແຂວງຫົວພັນ ໄດ້ເຣີ່ມ ໂຄງການ ວາງແຜນ ຄອບຄົວ ເພື່ອສົ່ງເສີມ ໃຫ້ແມ່ຍິງ ສາມາດ ເອົາລູກ ອອກໄດ້, ຊຶ່ງໂຄງການ ດັ່ງກ່າວ ໄດ້ຮັບການ ສນັບສນູນ ຈາກ ກອງທຶນ ສະຫະປະຊາຊາດ ວ່າດ້ວຍ ການບໍຣິຫານ ປະຊາກອນ ໂດຍໃຫ້ການ ບໍຣິການ ລ້າ ແລະ ຈະສິ້ນສຸດລົງ ໃນທ້າຍປີ 2013 ນີ້.
ທ່ານ ທອງໃບ ຖາວິສຸກ, ຮອງ ອຳນວຍການ ຜແນກ ສາທາຣະນະສຸກ, ກ່າວວ່າ ໂຄງການ ດັ່ງກ່າວ ມີຄວາມຈຳເປັນ ຫລາຍ ເພາະວ່າ ແມ່ຍິງ ຢູ່ໃນ ແຂວງຫົວພັນ ສະເລັ່ຍແລ້ວ ມີລູກ ເຖິງ 6 ຄົນ. ການມີລູກ ຫລາຍ ສົ່ງຜົລ ກະທົບ ທາງລົບ ໃຫ້ກັບ ສຸຂພາບ ຂອງແມ່ຍິງ ແລະ ຄວາມອຸດົມ ສົມບູນ ຂອງຄອບຄົວ. ນອກຈາກນັ້ນ, ທາງຜແນກ ຍັງໄດ້ ສົ່ງເສີມ ການໃຊ້ວິທີ ຄຸມກຳເນີດ, ເປັນຕົ້ນແມ່ນ ການໃຊ້ ຖົງຢາງ ອະນາໄມ, ການສັກຍາ, ການກິນຢາ ແລະ ອື່ນໆ.
ເຖິງຢ່າງໃດ ກໍຕາມ, ວິທີການ ເຫລົ່ານີ້, ສ່ວນຫລາຍ ຖືກນຳໃຊ້ ກັບແມ່ຍິງ ໃນເຂດ ຊານເມືອງ, ສ່ວນເຂດ ຊົນນະບົດ ນັ້ນ ຍັງຖືວ່າ ຖືກນຳໃຊ້ ໜ້ອຍກ່ວາ. ການຄຸມກໍາເນີດນີ້ ຖືກນຳສເນີ ໂດຍ ເຈົ້າໜ້າທີ່ ໃນຂະນະທີ່ ມີຈຸດປະສົງ ປັບປຸງ ສະພາບເສຖກິຈ ໃນການ ດຳຣົງຊີວິດ ຂອງຄອບຄົວ.
ເຖິງແມ່ນວ່າ ນະໂຍບາຍ ດັ່ງກ່າວ ຖືກ ປະຕິບັດມາ, ແຕ່ຍັງມີ ການເຄື່ອນໄຫວ ຕໍ່ຕ້ານການ ເອົາລູກອອກ ໃນ ປະເທດລາວ, ໂດຍສະເພາະ ກຸ່ມຊາວຄຣິສຕຽນ ແລະ ກຸ່ມສາສນາອື່ນໆ ໄດ້ເຄື່ອນໄຫວ ສົ່ງເສີມ ກຸ່ມທີ່ປົກປ້ອງ ຊີວິດ ຂອງເດັກນ້ອຍ ໃນທ້ອງ ແລະ ຮຽກຮ້ອງ ໃຫ້ນັບຖື ສິ່ງທີ່ມີຊີວິດ.