ຄົນລາວເປັນໄຂ້ເລືອດອອກ ໄປປົວຢູ່ ໄທ
2019.07.16
ຢູ່ແຂວງສະຫວັນນະເຂດ ມີຄົນເຈັບໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ຈໍານວນຫຼາຍ ຈົນລົ້ນໂຮງໝໍແຂວງ ຍ້ອນສະຖານທີ່ຄັບແຄບ ເຖິງແມ່ນວ່າ ທາງໂຮງໝໍ ໄດ້ກະຈາຍຄົນເຈັບ ໄປປິ່ນປົວຕາມໂຮງໝໍເມືອງຕ່າງໆ ແລ້ວກໍຕາມ ແຕ່ຄົນເຈັບຫຼາຍຄົນ ຕ້ອງໄດ້ ໄປປິ່ນປົວຢູ່ປະເທດໄທ, ອີງຕາມຄໍາເວົ້າຂອງ ປະຊາຊົນ ແຂວງສະຫວັນນະເຂດ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກໍຣະກະດາ ນີ້ວ່າ:
“ໂອ້ ຫຼາຍເດີ້ຢູ່ທາງສະຫວັນ ເປັນຫຼາຍແລ້ວ ໂຮງໝໍກະລົ້ນ ກະເອົາຕຽງອອກຢູ່ແຖວນອກ ແລ້ວກະປົວກັນໄປຕາມຫຼັກການແພດ ນັ້ນແຫຼ້ວ ບາງເທື່ອເພິ່ນບໍ່ຢາກແອອັດ ເພິ່ນກະໄປ ມັນຫຼາຍເດ້ ບ່ອນນອນມັນຫຼາຍ ແອອັດເດ້ ຕຽງເຕີງ ເຕັ້ນໝົດ.”
ນອກຈາກນັ້ນ ຍັງມີຣາຍງານຂ່າວ ຈາກໄທ ວ່າປະຊາຊົນລາວປະມານ 80 ຄົນພາກັນໄປປິ່ນປົວ ຢູ່ໂຮງໝໍແຂວງໜອງຄາຍ ແລະໄປປິ່ນປົວ ຢູ່ໂຮງໝໍແຂວງມຸກດາຫານ ມື້ລະ ປະມານ 20 ຄົນ.
ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ໂຮງໝໍມຸກດາຫານ ແລະໂຮງໝໍ ແຂວງໜອງຄາຍ ຂອງໄທ ເພື່ອສອບຖາມຂໍ້ມູນ ກ່ຽວກັບຄົນລາວ ທີ່ເຂົ້າມາປິ່ນປົວພຍາດໄຂ້ເລືອດອອກ ຢູ່ໂຮງໝໍດັ່ງກ່າວ, ແຕ່ເຈົ້າໜ້າທີ່ໂຮງໝໍ ບໍ່ສາມາດໃຫ້ຂໍ້ມູນໄດ້ ຍ້ອນເປັນຂໍ້ມູນ ພາຍໃນ ທີ່ບໍ່ສາມາດເປີດເຜີຍໄດ້.
ກ່ຽວກັບພຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍນີ້ ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ຂອງລາວ ຣາຍງານວ່າ ໃນປັດຈຸບັນ ມື້ຜູ້ຕິດເຊື້ອພຍາດນີ້ ທົ່ວປະເທດເພີ້ມຂຶ້ນ ເປັນ 13 ພັນປາຍຄົນ ແລະເສັຽຊີວິດເພີ້ມເປັນ 29 ຄົນແລ້ວ ຊຶ່ງເພີ້ມຂຶ້ນຢ່າງໄວວາ ໃນໄລຍະເດືອນ ກໍຣະກະດາ ນີ້ ຈາກທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ 12 ພັນປາຍຄົນ ແລະເສັຽຊີວິດ 28.
ທ່ານກ່າວຕື່ມວ່າ ກ່ຽວກັບການໄປປິ່ນປົວພຍາດ ໄຂ້ເລືອດອອກຢູ່ໄທນັ້ນ ແມ່ນຂຶ້ນກັບເງື່ຶຶອນໄຂ ແລະຄວາມສະດວກຂອງຄົນເຈັບເອງ:
“ອັນນັ້ນ ມັນຂຶ້ນກັບຜູ້ເຈັບເນາະ ຂຶ້ນກັບພີ່ນ້ອງຄົນເຈັບ ຂຶ້ນກັບໂຕຄົນເຈັບເອງ ການໄປປິ່ນປົວນິ່ ຢູ່ທີ່ຂະເຈົ້າເລືອກໄປ ບ່່ອນໃດທີ່ມີ ເງື່ອນໄຂສູງ ມີຄວາມສາມາດປິ່ນປົວໄດ້ ແລະໃກ້ກັບເຮືອນຊານບ້ານຊ່ອງ ຂອງເຂົາເຈົ້າ ເຣື່ອງໄຂ້ ເຣື່ອງໄຂ້ເຣືື່ອງພຍາດ ບໍ່ວ່າແຕ່ ໄຂ້ຍຸງລາຍ.”
ຢ່າງໃດກໍດີ ກະຊວງສາທາຣະນະສຸຂ ກໍໄດ້ເອົາໃຈໃສ່ຕິດຕາມປ້ອງກັນພຍາດ ໄຂ້ເລືອດອອກຢ່າງໃກ້ຊິດ ອອກມາຕການສັ່ງໃຫ້ແຂວງຕ່າງໆ ແລະປະຊາຊົນທົ່ວປະເທດ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ແລະໃຫ້ແພດແລະໝໍ ເອົາໃຈໃສ່ ຕິດຕາມ ປິ່ນປົວ ຄົນເຈັບຢ່າງໃກ້ຊິດ ເພື່ອຫຼຸດຜ່ອນ ອັດຕຣາການຕິດເຊື້ອ ແລະເສັຽຊີວິດ ຍ້ອນໄຂ້ເລືອດອອກ ນັ້ນນໍາດ້ວຍ.