ນັກການແພດ ວ່າ ນ.ຄຸນຄາມ ບໍ່ໜ້າ ເສັຽຊີວິດ
2017.11.17

ການເສັຍຊີວິດຂອງ ນາງ ຄຸນຄາມ ສຸລິຍະວົງ ອາຍຸ 41 ປີ ໃນເວລາທີ່ເກີດລູກ ຢູ່ໂຮງໝໍ ແຂວງສະຫວັນນະເຂດ ໃນວັນທີ 9 ພຶສຈິກາ ເປັນສິ່ງທີ່ຮັບບໍ່ໄດ້ ສຳລັບນັກວິຊາການ ຍ້ອນວ່າ ການເສັຍຊີວິດດັ່ງກ່າວ ສາມາດປ້ອງກັນໄດ້.
ພຍາບານພະດຸງຄັນ ທ່ານນຶ່ງ ທີ່ເຄີຍມີປະສົບການເຮັດວຽກຢູ່ໂຮງໝໍ ແມ່ແລະເດັກມາຫຼາຍປີ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 16 ພຶສຈິກາ ກ່ຽວກັບ ກໍຣະນີນີ້ ວ່າ:
"ສະແດງວ່າ ໄປບໍ່ລອດແລ້ວ ຈຶ່ງເອົາໄປປານນັ້ນ ລະໃນກໍຣະນີ ເຈົ້າເປັນແພດເປັນໝໍ ເຈົ້າຈະໃຫ້ຄົນເຈັບ ຈົນເຖິງຂະໜາດວ່າ ຈົນບໍ່ມີແຮງ ຊິເວົ້າລະ ຈຶ່ງຍູ້ເຂົາໄປຫ້ອງຜ່າຕັດ ອັນນີ້ ນິເວົ້າຄວາມງ່າຍຊາ ຊິເປັນກໍຣະນີໃດກະຢ່າ ໝາຍຄວາມວ່າ ວ່າ ມັນ ມັນ ມັນຍອມຮັບບໍ່ໄດ້ ມັນຍອມຮັບບໍ່ໄດ້ ໃນກໍຣະນີທີ່ວ່າ ຕ້ອງໃຫ້ຄົນເຈັບ ລາວເຖິງຂະໜາດນັ້ນລະນ່າ ຈົນເຖິງຂະໜາດໝົດລົມລະ ຈຶ່ງຍູ້ເຂົ້າຫ້ອງປາດ."
ການເສັຍຊີວິດໃນກໍຣະນີນີ້ ເປັນການເສັຍຊີວິດ ທີ່ສາມາດປ້ອງກັນໄດ້ ແລະຖືວ່າ ເປັນຄວາມເມີນເສັຍຂອງແພດ-ໝໍ, ດັ່ງ ພຍາບານ ພະດຸງຄັນ ທ່ານນີ້ກ່າວວ່າ:
"ແຕ່ເບິ່ງໃນກໍລະນີ ລະເບິ່ງຄືແບບ ມັນບໍ່ມີເຫດຜົນທີ່ວ່າ ຄົນເຈັບສົມຄວນທີ່ຈະເສັຍຊີວິດ ຫລືວ່າ ທີ່ວ່າ ຈະປ້ອງກັນບໍ່ໃຫ້ເຫດການນີ້ ເກີດຂຶ້ນຫັ້ນນ່າ ມັນບໍ່ເຖິງຂະໜາດນັ້ນ ໂຮງໝໍກະເປັນໂຮງໝໍແຂວງ ບໍ່ແມ່ນໂຮງໝໍເມືອງ ອຸປກອນ ມັນອາດຈະພໍມີ ອຸປກອນ ບໍ່ຊ່າງຊິເວົ້າ ຄິດວ່າ ມັນເປັນການປະລະ ໜ້າທີ່ຂອງຂອງແພດ-ໝໍ."
ຢູ່ປະເທດລາວ ຈະບໍ່ມີການເປີດເຜີຍ ແລະ ບໍ່ມີການສືບສວນ-ສອບສວນ ສາເຫດທີ່ແທ້ຈິງ ໃນກໍຣະນີທີ່ຄົນເຈັບເສັຽຊີວິດ ຍ້ອນຄວາມປມາດ ຂອງແພດ-ໝໍ, ດັ່ງ ຍານາງ ກ່າວຕື່ມອີກວ່າ:
"ຈັນຍາບັນແພດບ້ານເຮົາ ເຂົາຈະບໍ່ບອກຄວາມລັບແບບນີ້ນະ ປົກປິດໄວ້ພາຍໃນ ແມ່ນເບາະ ເພື່ອບໍ່ໃຫ້ມັນອອກໄປນອກຫັ້ນນ່າ ບໍ່ໃຫ້ຄົນ ເອົາໂທດ."
ເຈົ້າໜ້າທີ່ໂຮງໝໍອອກມາຊີ້ແຈງ ເຖິງສາເຫດການເສັຽຊີວິດ.
ເຟສບຸກຂອງ Mahazone Magazine ໄດ້ຣາຍງານ ໂດຍອ້າງຄຳໃຫ້ສຳພາດ ດຣ ກອງສີ ບາງສິດທິເດດ ຜູ້ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ຕໍ່ສື່ມວນຊົນ ແຂວງສະຫວັນນະເຂດ ໃນວັນທີ 15 ພຶສຈິກາ ວ່າ:
"ການເສັຽຊີວິດຄັ້ງນີ້ ກໍ່ຍ້ອນ ຫລາຍສາເຫດ ເຊັ່ນ ຜູ້ຖືພາມີອາຍຸຫລາຍ, ມີອັດຕາສ່ຽງສູງ, ສຸຂພາບບໍ່ແຂງແຮງ, ບາງເທື່ອນໍ້າຄາວປາແຕກ ອາດຕັນເສັ້ນເລືອດ, ການອົດອາຫານ ກໍ່ເຮັດໃຫ້ແມ່ເມື່ອຍ ແລະ ອ່ອນເພັຽກໍ່ເປັນໄດ້."
ແລະ ອາການແມ່ນເປັນໄປ ຕາມວິວັທນາການທຸກຢ່າງ ເປັນອາການປົກກະຕິ ຂອງການເກີດລູກ ດຣ ກອງສີ ກ່າວຢ້ຳ.
ຈາກຂໍ້ມູນຢູ່ໃນຄຳໃຫ້ສຳພາດ ສື່ມວນຊົນ ແຂວງສະຫວັນນະເຂດ ໃນວັນທີ 15 ພຶສຈິກາ ບໍ່ກົງກັນກັບສິ່ງທີ່ ດຣ ກອງສີ ໄດ້ກ່າວຕໍ່ ນັກຂ່າວເອເຊັຍເສຣີ ໃນວັນທີ 16 ພືສຈິກາ. ນັກຂ່າວເອເຊັຍເສຣີ ຖາມວ່າ: ຢາກຂໍຖາມ ທ່ານ ເລື້ອງກໍຣະນີ ແມ່ຍິງເສັຽຊີວິດ ຢູ່ໂຮງໝໍ? ດຣ ກອງສີ ຜູ້ອຳນວຍການໂຮງໝໍ ຕອບວ່າ:
"ຂໍໂທດຫລາຍໆ ມັນບໍ່ອັນນັ້ນເນາະ. ບໍ່ອັນນັ້ນປານໃດ. ເຮົາຍັງອັນນັ້ນ. ເຮົາຍັງບໍ່ເໝາະສົມ ໃນການອອກຂ່າວເນາະ."
ນັກຂ່າວເອເຊັຍເສຣີ ຖາມຕໍ່ໄປວ່າ: ເຂົາເຈົ້າເສັຍຊີວິດແລ້ວ ຄືວ່າ ທາງໂຮງໝໍເຮັດເສີຍຢູ່ ທ່ານ? ດຣ ກອງສີ ຕອບວ່າ:
"ເອີເຂົ້າໃຈແລ້ວ. ອັນນັ້ນ ມັນຍັງບໍ່ທັນໄດ້ຂໍ້ມູນຄັກແນ່ເນາະ ລະຈັ່ງເວົ້າກັນ."
ນັກຂ່າວຖາມອີກວ່າ: ຊິໃຊ້ເວລາດົນປານໃດ ໃນການກວດສອບນີ້? ດຣ ກອງສີ ຕອບວ່າ:
"ໂອ້ໂຕນີ້ເວົ້າບໍ່ໄດ້ດອກ ເລື້ອງນີ້. ມັນບໍ່ທັນຈະແຈ້ງເນາະ. ເອົາທໍ່ນັ້ນລະ."
ຫລັງຈາກນັ້ນ ດຣ ກອງສີ ກໍບໍ່ຕອບຄຳຖາມອີກ ແລະ ໃຫ້ຄົນອື່ນມາລົມໂທລະສັບແທນ.
ນາງ ຄຸນຄາມ ສຸລິຍະວົງ ເປັນປະຊາຊົນບ້ານທາດດອກແກ້ວ ເມືອງອາດສະພອນ ແລະ ຍັງເປັນພະນັກງານແພດ ປະຈຳໂຮງໝໍ ເມືອງອາດສະພອນ ຖືພາລູກຄົນທີ 4 ແລະ ໄດ້ມາຝາກທ້ອງ ຢູ່ໂຮງໝໍແຂວງສະຫວັນເຂດ ເປັນປະຈຳ ກ່ອນທີ່ຈະມາ ເສັຍຊີວິດຢູ່ໂຮງໝໍ ແຂວງສະຫວັນນະເຂດ ໃນເວລາເກີດລູກ.
ນອກຈາກນີ້ ນີ້ປະຊາຊົນ ຜູ້ທີ່ຕິດຕາມຂ່າວກ່ຽວກັບເລື້ອງນີ້ ກໍໃຫ້ທັສນະວ່າ ຜູ້ອຳນວຍການໂຮງໝໍ ຕ້ອງຮັບຜິດຊອບ ກັບສິ່ງທີ່ເກີດຂຶ້ນ.