ຈີນ ຊ່ອຍເຫຼືອອຸປກອນຕ້ານ ໂຄວິດ-19

ອຸ່ນແກ້ວ ສຸກສະຫວັນ
2020.03.31
F-China-aid ອຸປກອນການແພດ ຈາກ ສປຈີນ ທີ່ສົ່ງເຂົ້າໄປຊ່ອຍເຫຼືອ ລາວ ຕ້ານ/ປິ່ນປົວ ພຍາດໂຄວິດ-19
ພາບຈາກ : ນັກຂ່າວພົລເມືອງ/ສຸຣິອຸດົງ

ວັນທີ 31 ຢູ່ສາງພາລາທິການການແພດ ເຂດດົງໂພສີ ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບຮັບເຄື່ອງຊ່ອຍເຫລືອ ຈາກຣັຖບານຈີນ ເພື່ອຕ້ານການແຜ່ຣະບາດ ຂອງໂຄວິດ-19 ເປັນຕົ້ນແມ່ນຜ້າ ອັດປາກ-ອັດດັງ 4 ແສນ ແຜ່ນ, ຜ້າອັດດັງ-ອັດປາກ N95 ຈຳນວນ 5 ພັນອັນ, ຊຸດປ້ອງກັນຕົວເອງ 5 ພັນຊຸດ ລວມມູນຄ່າ 3 ແສນໂດລາ, ແລະ ມູລນິທິ ແຈກໝ່າ ໄດ້ມອບນ້ຳຢາກວດຫາເຊື້ອໂຄວິດ-19 ຈຳນວນ 1 ພັນຊຸດ ມູນຄ່າ 1 ແສນໂດລາ.

ເຄື່ອງຊ່ອຍເຫລືອທາງການແພດທັງໝົດ ຈະຖືກຈັດສົ່ງໃຫ້ແຂວງສວັນນະເຂດ, ຫລວງພຣະບາງ, ຈຳປາສັກ, ນະຄອນຫຼວງວຽງຈັນ ໃນ ໄວໆນີ້. ເຈົ້າໜ້າທີ່ກະຊວງສາທາຣະນະສຸກໄດ້ກ່າວໃນວັນທີ 31 ມີນາ ວ່າ:

"ມັນຫລາຍ ຂີ່ຣົດທະຫານພຸ້ນນະມາສົ່ງ ອັນສີ່ ຫ້າ ຄັນຣົດພຸ້ນ ເພິ່ນຈະແບ່ງເທື່ອລະໜ້ອຍ ເພິ່ນຢ້ານມັນບໍ່ພໍ ເພາະວ່າ ເຄື່ອງຫາຈະເຂົ້າ ມື້ວານນີ້ ໂຕມື້ວານນີ້ ຍັງບໍ່ໄດ້ແຈກ."

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ສູນສນອງຢາ ແລະ ອຸປກອນການແພດ ໄດ້ທະຍອຍຈັດສົ່ງເຄື່ອງມືທາງດ້ານການແພດ ຈາກການຊ່ວຍເຫຼືອ ຂອງວຽດນາມ ຈີນ ແລະອົງການເອກກະຊົນໃນລາວ ໄປຫຼາຍຊຸດແລ້ວ ແລະ ເຄື່ອງມືການແພດຊຸດຫລ້າສຸດ ຈະສົ່ງເຖີງຜແນກສາທາ ຣະນະສຸກແຂວງ ພາຍໃນ 1-2 ມື້.

ເຈົ້າໜ້າທີ່ສາທາຣະນະສຸກ ນະຄອນຫລວງວຽງຈັນ ກ່າວວ່າ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ຮັບເຄື່ອງມືທາງການແພດ ເພື່ອຕ້ານການ ຣະບາດຂອງ ໂຄວິດ-19 ຢ່າງຕໍ່ເນື່ອງ, ແລ້ວໄດ້ແຈກຢາຍເຄື່ອງມື ການແພດໄປໃຫ້ໂຮງໝໍ ແຕ່ລະເມືອງ ຕາມຄວາມເໝາະສົມ ເປັນຕົ້ນ ແມ່ນເຈວແອນກໍຮໍ ລ້າງມື ຜ້າອັດປາກ-ອັດດັງ ເຄື່ອງວັດອຸນນະພູມ ຂຸດຂ້າເຊື້ອ ຖົງມື ແລະ ນ້ຳຢາກກວດຫາເຊື້ອໂຄວິດ-19.

ຫລ້າສຸດ ທີມແພດຊ່ຽວຊານຈາກຈີນ ຈຳນວນນຶ່ງ ກໍໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ເພື່ອຊ່ວຍກວດວິໃຈເຊື້ອ ປິ່ນປົວວາງແຜນ ເພື່ອສະກັດກັ້ນການຣະບາດ ໃຫ້ໄວທີ່ສຸດ. ດັ່ງທ່ານກ່າວວ່າ:

"ມາແລ້ວ ມາແລ້ວ ທີມແພດ ມາແລ້ວເນາະ ຫລັກໆ ແມ່ນຈີນເຈົ້າ ຈຳນວນນີ້ ບໍ່ແນ່ໃຈ ອັນຫລັກໆ ກໍແມ່ນໜຶ່ງຊຸດກວດເຊື້ອ ສອງກໍແມ່ນ ເຈວລ້າງມື ສາມກໍໜ້າກາກ ເຈົ້າ ແມ່ນແລ້ວ ເວລາເຮົາເບິ່ງ ເອົາກໍຈັດ ເບິ່ງຕາມຄວາມເໝາະສົມເນາະ ວ່າ ໃນຂັ້ນໃດ ຕ້ອງໃຊ້ໂຕໃດແດ່."

ສ່ວນເຈົ້າໜ້າທີ່ສາທາຣະນະສຸກ ແຂວງສວັນນະເຂດ ກ່າວວ່າ ພາກສ່ວນກ່ຽວຂ້ອງໄດ້ຮັບເຄື່ອງປ້ອງກັນໂຕເອງ ທີ່ຈຳເປັນຈາກທາງ ສູນກາງແລ້ວ, ໂດຍເຄື່ອງທັງຫມົດທີ່ໄດ້ຮັບຈາກການຊ່ວຍເຫລືອນັ້ນ ກໍໄດ້ທະຍອຍ ກະຈາຍໄປໃຫ້ໂຮງໝໍ ສຸຂສາລາ ແລະ ສູນກັກ ກັນຕົວເອງ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງ ຢູ່ຕາມເມືອງຕ່າງໆ.

ເຄື່ອງມືທາງການແພດທັງໝົດ ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງທີມແພດ ຍ້ອນວ່າ ແຂວງສວັນນະເຂດ ມີປະຊາຊົນລາວເດີນທາງກັບ ມາຈາກ ປະເທດໄທຫລາຍພັນຄົນ, ແລ້ວເຄື່ອງມືທາງການແພດ ໃຊ້ທຸກວັນ ກໍເລີ້ມຈະໝົດໄປ.

"ມາແຈກໄປແຕ່ລະບ່ອນ ເຮົາກໍມັນກໍໃຊ້ທຸກມື້ເນາະ ບາງເທື່ອກໍບໍ່ພຽງພໍ ບາງຈຸດມັນຫລາຍເດ້ ແຂວງສວັນນະເຂດ ສ່ວນຫລາຍເຂົາກໍຢາຍ ໃຫ້ແຂວງ ແຂວງກໍຢາຍໃຫ້ເມືອງ ໂດຍສະເພາະ ໂຮງໝໍ ແລະ ສູນກັກກັນທີ່ ໃຊ້ໃຫ້ພະນັກງານ ທີ່ລົງໄປເຮັດວຽກນຳຄົນກັກກັນເຮົາຫັ້ນ ແຫລະ."

ໃນຂນະທີ່ແຂວງສວັນນະເຂດ ຍັງບໍ່ມີທີມແພດຊ່ຽວຊານ ຈາກຈີນ ເຂົ້າມາກວດວິໃຈເຊື້ອ ປິ່ນປົວ ວາງແຜນ ເພື່ອສະກັດກັ້ນແຕ່ຢ່າງໃດ.

ຊາວໜຸ່ມລາວ ຢູ່ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ ໂຕເອງຮູ້ສຶກໝັ້ນໃຈ ທີ່ປະເທດຈີນ ເຂົ້າມາຊ່ວຍເຫລືອປະເທດລາວ ໃນການສະກັດກັ້ນ ການແຜ່ລະບາດ ເຊື້ອໂຄວິດ19 ຍ້ອນວ່າ ປະເທດຈີນ ເປັນປະເທດ ທຳອິດ ທີ່ມີຄົນຕິດເຊື້ອນີ ແລະ ປະເທດທຳອິດ ທີ່ປັດຈຸບັນບໍ່ມີຜູ້ ຕິດເຊື້ອ ເພີ້ມຂຶ້ນ.

"ບາງເທື່ອຊິໝັ້ນໃຈຢູ່ ເພາະວ່າປະເທດຂະເຈົ້າ ເປັນປະເທດທຳອິດເນາະ ທີ່ຕິດແລ້ວດຽວນີ້ ຂະເຈົ້າຮັກສາຫາຍແລ້ວແບບບໍ່ມີຄົນຕິດແລ້ວ ແລ້ວກໍເຫລືອແຕ່ນອກ ປະເທດອື່ນ ທີ່ຍັງຕິດຢູ່ ເຫັນຂະເຈົ້າມາ ຊ່ວຍເຫລືອ ກໍຄືວ່າ ອຸ່ນໃຈ ຈັ່ງໃດ ບໍ່ຮູ້."

ການຊ່ວຍເຫລືອດ້ານການແພດ ຂອງຣັຖບານຈີນ ແກ່ຣັຖບານລາວໃນຄັ້ງນີ້ ເປັນການຊ່ວຍເຫລືອລ້າ ແລະ ທັງສອງປະເທດກໍມີຄວາມຕັ້ງ ໃຈສູງທີ່ຈະກຳຈັດການແຜ່ຣະບາດ ຂອງໂຄວິດ19 ໃຫ້ໄວທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.