43 ສ່ວນຮ້ອຍ ເດັກນ້ອຍລາວ ຫຼຸດ 5 ປີ ບໍ່ໃຫຍ່ສົມວັຍ
2018.07.10
ອົງການ Save The Children ຣາຍງານວ່າ ເດັກນ້ອຍລາວ ທີ່ມີອາຍຸຕໍ່າກ່ວາ 5 ປີມີເຖິງ 43% ຍັງເຕັ້ຽຜິດປົກກະຕິ. ແຕ່ເຈົ້າໜ້າທີ່ ລາວ ຢືນຢັນວ່າ ອັດຕຣາເດັກນ້ອຍລາວ ທີ່ຕໍ່າເຕັ້ຽນັ້ນ ຫຼຸດລົງແລ້ວ ດຽວນີ້ຍັງເຫຼືອພຽງແຕ່ 33% ແລະແຂວງທີ່ມີ ອັດຕຣາການຂາດ ສານອາຫານ ຣະດັບສູງ ໄດ້ຫຼຸດລົງຈາກ 9 ແຂວງ ແຕ່ຍັງເຫຼືອອີກ 8 ແຂວງ ທີ່ໜ້າເປັນຫ່ວງ. ດັ່ງທ່ານ ເຈົ້າໜ້າທີ່ ໂພຊນາການ ແມ່ແລະເດັກ ກົມອະນາມັຍ ກະຊວງສາທາຣະນະສຸຂ ກ່າວວ່າ:
"ປະຈຸບັນນີ້ເນາະ ແຂວງທີ່ອັດຕຣາການຂາດສານອາຫານ ຣະດັບສູງໄດ້ຫຼຸດລົງຈາກ 9 ແຂວງ ຍັງເຫຼືອ 8 ແຂວງເນາະ ທີ່ວ່າໜ້າເປັນຫ່ວງ ເປັນຕົ້ນວ່າ ແຂວງຜົ້ງສາລີ, ເຊກອງ, ຊຽງຂວາງ, ໄຊສົມບູນ, ສາລະວັນ, ອຸດົມໄຊ, ຫຼວງພຣະບາງ ແລະຫົວພັນ ເຊິ່ງພວກນີ້ຮູ້ສຶກວ່າ ຍັງໜ້າເປັນຫ່ວງ."
ທ່ານກ່າວຕື່ມວ່າ ສາເຫດຕົ້ນຕໍ່ກໍ່ຄືການກິນຢູ່ ເມືອງລາວບໍ່ແມ່ນປະເທດທີ່ອຶດຫີວ ແຕ່ຍ້ອນພຶດຕິກັມການກິນ ເຮັດໃຫ້ບໍ່ໄດ້ຮັບສານອາຫານ ທີ່ພຽງພໍ ມີອາຫານແຕ່ບໍ່ຮູ້ກິນ ຄືຕົວຢ່າງເດັກ 6 ເດືອນ ຕ້ອງເອົາອາຫານ ໃຫ້ກິນໄດ້ແລ້ວກິນຜັກ, ກິນສານອາຫານອື່ນໆແຕ່ພໍ່ແມ່ບໍ່ຮູ້ເອົາ ແຕ່ເຂົ້າໃຫ້ລູກກິນ.
ເມື່ອປະຊາຊົນບໍ່ຮູ້ກິນ ຫຼືບໍ່ມີອາຫານ ທາງການຈຶ່ງມີໂຄງການສຶກສາອົບຮົມ ແລະໃຫ້ອາຫານເພີ່ມແກ່ເດັກນ້ອຍນັກຮຽນ ດັ່ງທ່ານກ່າວຕື່ມວ່າ:
"ກໍ່ມີແຜນປະຕິບັດງານ 2016 ຫາ 2020 ເຊິ່ງວ່າພວກເຮົາວາງ 22 ມາດຕະການໃນການຈັດຕ້ັງປະຕິບັດ ແລະ ສຳລັບມີ 4 ມາຕການ ຂອງກະຊວງສຶກສາ ເຂົາເຈົ້າມີອາຫານທ່ຽງ ໃນໂຮງຮຽນເບາະ ເຣື່ອງເອົາຫລັກສູດ ການຮຽນການສອນເບາະ ໃຫ້ຢາຂ້າແມ່ທ້ອງເບາະ ໃຫ້ທາດເຫລັກແກ່ເດັກນ້ອຍວັຍຮຽນ ແລະ ກໍມີຂອງກະສິກັມອີກ ເຂົາຈະສົ່ງເສີມການປູກ ພືດສວນຄົວໂຮງຮຽນ ຫລື ຢູ່ໃນບ້ານ ແລະ ເວົ້າເຣື່ອງການຢູ່ການກິນ ອາຫານຫລາກຫລາຍ ໃນແຕ່ລະມືຶ້."
ທ່ານກ່າວຕື່ມວ່າ ໂດຍທາງອ້ອມ ຜແນກກະສິກັມ ຈະສົ່ງເສີມເຣື່ອງການລ້ຽງສັດນ້ອຍ ລ້ຽງໄກ່ ກິນໄຂ່ມື້ລະໜ່ວຍ ສ່ວນຂົງເຂດ ສາທາຣະນະສຸກ ສຶກສາສຳຣວດ ແລະຊ່ວຍເຫລືອ ອະນາມັຍປິ່ນປົວ ໃຫ້ຄວາມຮູ້ ແລະໃນຣະຍະຍາວ ກະຊວງສຶກສາ ຈະຊຸກຍູ້ ປູກຝັງໃຫ້ຄວາມຮູ້ ເດັກນ້ອຍນັກຮຽນໃນໂຮງຮຽນ ໃຫ້ສືບຕໍ່ຄວາມຮູ້ດ້ານ ໂພຊນາການ ທີ່ສຳຄັນ ເພື່ອຂຍາຍໄປໃນເຂດຄອບຄົວ ແລະສັງຄົມ.