ເດັກນ້ອຍຕິດເຊື້ອໝາກແດງ ແຜ່ລາມ
2020.01.09
ສອງເມືອງ ຄື ເມືອງໄກສອນ ພົມວິຫານ ແລະ ເມືອງເຊໂປນ ແຂວງສວັນນະເຂດ ພົບເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ຕິດເຊື້ອພຍາດ ໝາກແດງ ປະມານ 200 ຄົນ, ໃນຣະຫວ່າງກາງເດືອນ ທັນວາ 2019 ຜ່ານມາ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງ ສວັນນະເຂດ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ່ 6 ມົກກະຣາ ນີ້ວ່າ:
“ກະຫຼາຍແລ້ວ 200 ຄົນ ກະເປັນບາງເຂດ ບາງເມືອງ ຢູ່ເມືອງໄກສອນ ວ່າແນວນັ້ນ ຕໍ່າກວ່າ 5 ປີ ມັນກໍມີຫຼາຍສາເຫດ ເດັກນ້ອຍທີ່ບໍ່ມີ ພູມຕ້ານທານສູງ ມັນກະເປັນ ບໍ່ໄດ້ຮັບການສັກຢາຄົບຊຸດ ມັນກະເປັນ.”
ທ່ານກ່າວວ່່າ ສາເຫດ ທີ່ເດັກນ້ອຍ ເປັນພຍາດໝາກແດງນັ້ນ ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ພາລູກໄປສັກຢາວັກຊີນ ຄົບຕາມກໍານົດ. ພຍາດນີ້ ສາມາດຕິດຕໍ່ກັນໄດ້ ຈາກການສໍາຜັດ, ໄອ ແລະ ຈາມ:
“ອາການຂອງໝາກແດງນີ້ ເປັນເຊື້ອໄວຣັສ ໄດ໋ ມີໝາຍແດງນ້ອຍ ໝາກແດງໃຫຍ່ ອາການຂອງມັນ ກະຄ້າຍໆຄືກັນ ມັນມີໄຂ້ກ່ອນ,ໄຂ້ ປະມານ ສອງມື້ສາມມື້ ກະມີຕຸ່ມນ້ອຍໆອອກ ຕິດຕໍ່ກັນດ້ານ ການປາກການເວົ້າ ຕິດຈາກການຈາມ ການໄອ ສັມຜັດໃກ້ກັນ ກະຕິດກັນ.”
ທ່ານກ່າວຕື່ມວ່າ ຜູ້ທີ່ເປັນພຍາດໝາກແດງ ເບື້ອງຕົ້ນຈະເປັນໄຂ້ ຈາກນັ້ນ ຈະມີຕຸ່ມຜື່ນແດງຂຶ້ນມາ ຖ້າເປັນແຮງ ອາດເຮັດໃຫ້ ຕາບອດ, ປອດອັກເສບ ແລະສມອງອັກເສບ ຫຼືເຖິງຂັ້ນເສັຽຊີວິດກໍເປັນໄດ້ ຖ້າຫາກເດັກນ້ອຍ ບໍ່ໄດ້ຮັບການສັກຢາວັກຊິນ ໃຫ້ຄົບຕາມກໍານົດແມ່ນ ມີຄວາມສ່ຽງສູງ ທີ່ຈະຕິດເຊືິ້ອພຍາດນີ້.
ກ່ຽວກັບການຣະບາດ ຂອງພຍາດໝາກແດງນັ້ນ ຊາວເມືອງ ໄກສອນ ພົມວິຫານ ທ່ານນ່ຶງເວົ້າວ່າພໍຮູ້ຂ່າວ ພຍາດໝາກແດງຣະບາດ ປະຊາຊົນ ກໍຕື່ນໂຕຫຼາຍຂຶ້ນ ຫາກລູກເປັນໄຂ້ອອກຕຸ່ມ ກໍຈະພາລູກໄປຫາແພດ ຢູ່ສຸຂສາລາໃກ້ບ້ານ:
“ບໍ່ມີໃດ໋ ເຈົ້າໜ້າທີ່ທາງອື່ນ ມີແຕ່ແພດໃນສຸຂສາລາແລ້ວ ກັບເມືອງຫັ້ນແຫຼ້ວ ສ່ວນຫຼາຍເພິ່ນກະໄປສຸຂສາລາຫັ້ນແຫຼ້ວ ສຸຂສາລາເຂດຫັ້ນ ບໍ່ໄດ້ເຍົາ ບໍ່ໄດ້ອັນນັ້ນຄືແຕ່ເກົ່າດອກ ດຽວນີ້ນະ ຕື່ນຕົວຫຼາຍ.”
ຢ່າງໃດກໍຕາມ ອີງຕາມຣາຍງານຂ່າວ ຂອງທາງການລາວ ໃນມື້ວັນທີ 7 ມົກກະຣານີ້ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ ສົ່ງແພດ ແລະໝໍ ລົງໄປປະຈໍາຢູ່ບ້ານຕ່າງໆ ພາຍໃນເມືອງທີ່ມີການຣະບາດ ຂອງພຍາດໝາກແດງ ພາຍຫຼັງກວດພົບ ຜູ້ເປັນພຍາດ ດັ່ງກ່າວເກືອບ 360 ກໍຣະນີ ຢູ່ 68 ບ້ານ ໃນ 8 ເມືອງ ເພື່ອເລັ່ງປິ່ນປົວ ແລະຄວບຄຸມການຣະບາດ ຂອງພຍາດດັ່ງກ່າວ ບໍ່ໃຫ້ແຜ່ລາມ ອອກເປັນວົງກວ້າງ.