ທຸຣະກິດຮ້ານຄ້າປ້ອງກັນ ໂຄວິດ-19

ມະນີຈັນ
2020.03.16
F-Covid-19 ຜູ້ຄົນໃນສະຖານທີ່ ຫ້ອງການຂອງຣັດ ຫຼື ເອກກະຊົນ ກໍໃຊ້ຜ້າອັດປາກອັດດັງ ເພື່ອຄວາມປອດພັຍ ປ້ອງກັນເຊື້ອໄວຣັສ ໂຄວິດ-19
ຮູບຈາກ : ນັກຂ່າວພົລເມືອງ

ຜູ້ປະກອບການລາວຫຼາຍຄົນ ໃຊ້ມາຕການປ້ອງກັນພຍາດໂຄວິດ-19 ໃຫ້ຄົນງານ ຂອງຕົນແບບບໍ່ເກັບຄ່ານໍາ ພາຍຫຼັງກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ອອກແຈ້ງການໃຫ້ເຈົ້າຂອງບໍຣິສັດ ແລະນາຍຈ້າງທົ່ວປະເທດ ປະຕິບັດມາຕການ ດັ່ງກ່າວ ເພື່ອບໍ່ໃຫ້ມີການ ຕິດເຊື້ອພຍາດນັ້ນ ຢູ່ລາວ, ດັ່ງເຈົ້າຂອງບໍຣິສັດແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກ່າວຕໍ່ RFA ໃນມື້ວັນທີ 13 ມິນາ ນີ້ວ່າ:

”ຖືວ່າແມ່ນ ໂອ້ຈໍາກັດທີ່ສຸດແຫຼະ ບໍ່ໃຫ້ອອກນອກບໍ່ໃຫ້ເຂົ້າ ບໍ່ໃຫ້ໄປລະໄປຫລິ້ນ ຖືວ່າໃຊ້ການປ້ອງກັນແມ່ນຢານີ້ແຫຼະ ຢາລ້າງມືແດ່ ແລ້ວ ກໍແນວປ້ອງກັນແດ່ ພັນສົບພັນປາກນີ້ແຫຼະ ປ້ອງກັນດີ.”

ທ່ານກ່າວຕື່ມວ່າພ້ອມດຽວກັນ ກໍໄດ້ມີການຕິດຕາມເບິ່ງສຸຂພາບ ຂອງຄົນງານໃນບໍຣິສັດ. ຖ້າເຫັນຜູ້ ໃດມີອາການສ່ຽງຕໍ່ ການເປັນພຍາດ ໂຄວິດ-19 ເປັນຕົ້ນ ໄອ ເຈັບຄໍ ຫລື ຫາຍໃຈຍາກ ກໍຈະຟ້າວພາ ໄປສົ່ງໂຮງໝໍເພື່ອກວດ ສຸຂພາບ ຕາມຂັ້ນຕອນທີ່ທາງການເພີ່ນໄດ້ ບົ່ງໄວ້.

ແລະພະນັກງານ ປະຈໍາໂຮງແຮມແຫ່ງນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍເວົ້າວ່າ ທາງເຈົ້າຂອງໂຮງແຮມ ໄດ້ສນອງຜ້າອັດປາກອັດດັງ ແລະ ນໍ້າຢາລ້າງມື ໃຫ້ພະນັກງານທຸກຄົນ ໂດຍບໍ່ໄດ້ເສັຍຄ່າ:

”ກະມີແຕ່ໃສ່ຜ້າຫຸບປາກຫັ້ນແລ້ວ ປ້ອງກັນຈັ່ງໃດ ໂຮງແຮມອອກໃຫ້ເລີຍກັບເຈວລ້າງມືນະ ເພິ່ນຊື້ໃຫ້ເລີຍອັນນີ້.”

ໃນຂນະດຽວກັນ ຄົນງານທີ່ເຮັດວຽກ ນໍາບໍຣິສັດຈີນແຫ່ງນຶ່ງ ຢູ່ແຂວງບໍລິຄໍາໄຊ ກໍເວົ້າວ່າ ຕັ້ງແຕ່ມີຂ່າວກ່ຽວກັບການຣະບາດ ຂອງພຍາດ ໂຄວິດ-19 ຢູ່ຈີນມາ ທາງບໍຣິສັດໄດ້ແຈກ ຜ້າອັດປາກອັດດັງ ໃຫ້ພະນັກງານແຕ່ລະຄົນ ພຽງ ອັນດຽວ. ສ່ວນອຸປະກອນປ້ອງກັນອື່ນໆ ແມ່ນບໍ່ໄດ້ໃຫ້:

”ບໍ່ມີເດີ ແຕ່ຈີນເຂົ້າມາ ເຫັນມີໃຫ້ຜ້າອັດປິດປາກຫັ້ນໂຕດຽວ ບໍ່ມີເລີຍ ມີແຕ່ເຮົາປ້ອງກັນໂຕເອງເຮົາເລີຍ ຍັງບໍ່ມີນະ.”

ໃນການປ້ອງກັນພຍາດໂຄວິດ-19 ຣະບາດຮຸນແຮງຢູ່ຈີນ ແລະປະເທດອື່ນໆ ກະຊວງແຮງງານ ແລະສວັດດິການສັງຄົມໄດ້ອອກແຈ້ງການ ໃນວັນທີ 11 ມິນາ ນີ້ ເພື່ອໃຫ້ແຕ່ລະພາກສ່ວນທຸຣະກິດ ທັງບໍຣິສັດ ປະຕິບັດມາຕການ ປ້ອງກັນພຍາດດັ່ງກ່າວ ໃຫ້ພະນັກງານ ແລະ ຄົນງານຂອງຕົນ ແລະມີຄໍາສັ່ງ ໃຫ້ຫລີກລ້ຽງ ການແຕ່ງຕັ້ງພະນັກງານຂອງຕົນ ໄປເຄື່ອນໄຫວຢູ່ປະເທດ ທີ່ມີການຣະບາດຂອງພຍາດນັ້ນ ແລະຫລີກລ້ຽງການນໍາຄົນງານ ຈາກປະເທດ ທີ່ພຍາດນີ້ຣະບາດເຂົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.