ຂ.ບໍຣິຄຳໄຊ ບໍ່ມີນ້ຳ ສະອາດ ໃຊ້
2017.11.05
ປະຊາຊົນຢູ່ເຂດນອກເມືອງໃນ 7 ຫົວເມືອງທີ່ ແຂວງ ບໍຣິຄຳໄຊ ຍັງອາສັຍນ້ຳຝົນ ແລະນ້ຳຈາກຫ້ວຍໜອງຄອງບຶງ ຢູ່ຍ້ອນວ່າ ທາງການ ແຂວງຂາດ ງົບປະມານ ໃນການຕິດຕັ້ງ ຣະບົບນ້ຳສະອາດ ໃຫ້ແກ່ຂະເຈົ້າ. ດັ່ງເຈົ້າຫນ້າທີ່ ແຂວງບໍຣິຄຳໄຊ ຜູ້ທີ່ບໍ່ປະສົງອອກຊື່ກ່າວໃນ ມື້ວັນທີ 3 ພຶສຈິກາ ນີ້ວ່າ:
"ມີ 7 ເມືອງພຸ້ນແຫລະຕົວນີ້ ຍັງຫລາຍປະມານ 10% ພຸ້ນແຫລະ ງົບປະມານຍັງບໍ່ມີ ເພື່ອປັບປຸງຕ່າງໆ ໃຫ້ມັນດີຫັ້ນນ່າ ງົບຣັດນີ້ແຫລະ ງົບຣັຖບານບໍ່ພຽງພໍ ເຮົາເຮັດຕາມງົບປະມານ ທີ່ເຮັດມີແຫລະ ປະຊາຊົນຊ່ອຍເຫລືອ ຕົວເອງຢູ່ ແຕ່ວ່າບາງບ້ານ ກໍທຸກ ເຮັດບໍ່ບາດານເອງ ເຮັດນ້ຳສ້າງເອງ ບາງບ້ານກະຍັງທຸກຫລາຍນະ".
ທ່ານກ່າວຕື່ມວ່າ ເຣື້ຶ້ອງບໍ່ມີນ້ຳສະອາດຫລືນ້ຳປະປາ ບໍ່ຮອດນັ້ນມີຢູ່ທຸກເມືອງ ໃນແຂວງບໍຣິຄຳໄຊ ຄາດວ່າ ປະມານ 18% ທົ່ວແຂວງບໍ່ມີ ນ້ຳສະອາດໃຊ້ ໃນເມືອງນຶ່ງກໍມີຢູ່ປະມານ 10 ບ້ານຈາກທັງຫມົດ 50-60 ບໍ່ມີນ້ຳສະອາດໃຊ້ ໂດຍສະເພາະ ໃນເຂດ ນອກເມືອງອອກໄປ ແຮ່ງໄດ້ຮັບຄວາມລຳບາກ.
ການແກ້ໄຂບັນຫາ ໃນຣະຍະຍາວນັ້ນ ຊາວບ້ານແລະທາງການກໍໄດ້ຊ່ອຍ ຂຸດນ້ຳສ້າງ ນ້ຳບາດານ ຫລືຕໍ່ທໍ່ມາຈາກ ແຫລ່ງນ້ຳຕ່າງໆ ແຕ່ຍັງ ມີຫລາຍແຫ່ງ ທີ່ທາງການບໍ່ສາມາດ ເຂົ້າໄປຊ່ອຍໄດ້ ເນື່ອງຈາກງົບປະມານ ບໍ່ພຽງພໍແລະການຮ້ອງຮຽນ ໄປຫາຂັ້ນ ເທິງ ບາງເທື່ອກໍໄດ້ ສ່ວນຫລາຍຈະບໍ່ໄດ້:
"ເຮົາຂຽນແຜນໄປແຕ່ລະປີ ແຕ່ວ່າເຮົາຂຽນແຜນບາງປີມັນ ກໍບໍ່ໄດ້ຕາມຈຳນວນແຜນຫັ້ນນ່າ ບາງປີກໍໄດ້ຕາມແຜນ ບາງປີກໍບໍ່ໄດ້ ເຮັດຕາມ ງົບປະມານ ນີ້ແຫລະ ບາງປີກໍຂຶ້ນແຜນ ສີບ້ານ ກໍໄດ້ 3-4 ບ້ານ ບາງບ້ານຍັງບໍ່ໄດ້ ກໍຊ່ວງນີ້ມັນຝົນຕົກ ກໍເອົານ້ຳຝົນ ໄວ້ແລ້ວກໍຕົ້ມກິນ".
ເຈົ້າຫນ້າທີ່ທ່ານນີ້ກ່າວຕື່ມວ່າ ນອກຈາກບັນຫາ ຣະບົບນ້ຳສະອາດແລ້ວ ແຂວງບໍຣິຄຳໄຊ ຍັງຂາດງົບປະມານ ໃນການສ້ອມແປງ ຖນົນ ຫົນທາງ ນຳອີກ ຊຶ່ງໃນຫລາຍບ້ານ ໃນປັດຈຸບັນ ຖນົນຕ່າງໆ ກໍເປ່ເພຫມົດ.