ໝູ ຊີ້ນໝູຕ້ອງຜ່ານກວດກາ ຈຶ່ງນໍາເຂົ້າ
2017.09.11
ແຂວງບໍຣິຄໍາໄຊ ຫ້າມນໍາເຂົ້າ ໝູແລະຊີ້ນໝູ ທີ່ບໍ່ມີໃບຢັ້ງຢືນ ສຸຂພາບຂອງສັຕ ນັບແຕ່ວັນທີ່ 5 ກັນຍາ ເປັນຕົ້ນມາ ເພື່ອປ້ອງກັນ ການ ແຜ່ລາມ ຂອງພຍາດຕ່າງໆ ທີ່ອາດເກີດຂຶ້ນ ຈາກເຊື້ອໂຣກ ທີ່ຕິດມານໍາສັດ. ຄໍາສັ່ງຫ້າມນີ້ ມີຂຶ້ນຫລັງຈາກ ມີການ ລັກລອບນໍາເຂົ້າ ໝູ ແລະຊີ້ນໝູ ຈາກປະເທດ ວຽດນາມ ແລະປະເທດໄທ ມາຂາຍຢູ່ຕາມ ຕລາດຕ່າງໆ ໂດຍບໍຮູ້ວ່າ ຊີ້ນໝູນັ້ນ ມີະຍາດຫລືບໍ. ດັ່ງເຈົ້າໜ້າທີ່ ຜແນກອຸດສະຫະກໍັມ ການຄ້າ ແຂວງ ໄດ້ກ່າວ ເມື່ອວັນທີ່ 8 ກັນຍາ ນີ້ວ່າ:
"ເອີ້ ຕ້ອງມີໃບຢັ້ງຢືນ ເພາະເຮົາມີ ເອກກະສານ ນໍາເຂົ້າແລ້ວເນາະ ແລ້ວເຮົາຕ້ອງຢັ້ງຢືນ ກວດສຸຂພາບສັດ ຄຸນນະພາບ ຈາກ ປະເທດ ກໍາເນີດ ເພາະວ່າສ່ວນຫຼາຍ ຜູ້ທີ່ເອົາມາເປັນຊີ້ນສ່ວນ ເປັນຊີ້ນໝູ ແບບວ່າ ລັກເອົາເຂົ້າມາຊື່ໆນີ້ ດຽວນີ້ຄໍາສັ່ງ ເຈົ້າແຂວງເພິ່ນ ເຊັນແລ້ວ ກໍາລັງຂຶ້ນແຜນ ລົງເຄື່ອນໄຫວ ສັ່ງຈຸດກວດກາ ແລ້ວກໍລົງກວດ ດ່ານປະເພນີ ຈຸດເປົ້າໝາຍ".
ເຈົ້າໜ້າທີ່ວ່າ ສໍາລັບຜູ້ນໍາເຂົ້າ ລູກໝູເພື່ອມາລ້ຽງ ຕາມຄອບຄົວ ຫລືຕາມຟາມລ້ຽງໝູ ນັ້ນຈະຕ້ອງມີ ໃບອະນຸຍາດ ນໍາເຂົ້າ ຈາກຜແນກ ການຄ້າ ມີໃບຢັ້ງຢືນ ສຸຂພາບສັດ ຈາກຜແນກສັຕຕະວະແພດ. ໃນລະຍະຜ່ານມາ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ການຄ້າແຂວງ ທີ່ລົງ ກວດກາຕລາດສົດ ຢູ່ເມືອງຕ່າງໆ ເປັນຕົ້ນ ຕລາດເມືອງໄຊ ແລະ ເມືອງຫລັກ 20 ຍັງພົບເຫັນວ່າ ມີການລັກລອບ ນໍາເຂົ້າຊີ້ນໝູ ຈາກ ປະເທດວຽດນາມ ແລະ ປະເທດໄທ ມາຂາຍຢູ່ ແລະ ເຈົ້າໜ້າທີ່ ກໍໄດ້ຕັກເຕືອນ ບໍ່ໃຫ້ລັກນໍາເຂົ້າ ອີກເດັດຂາດ.