ບ້ານນາສະໂນ ໝູຕາຍ 26 ໂຕ

ໄມຊູລີ
2019.07.10
F-Swine-flu ຕົວຢ່າງໝູ ທີ່ລົ້ມຕາຍ ຍ້ອນເຊື້ອໂຣຄ ອະຫິວາ ໝູ ອາຟຣິກກາ
ຮູບພາບຈາກ : ນັກຂ່າວພົລເມືອງ

ມີໝູຕາຍ 26 ໂຕ ຢູ່ບ້ານນາສະໂນ ເມືອງທ່າປາງທອງ ແຂວງສວັນນະເຂດ ຂນະທີ່ ເຈົ້າໜ້າທີ່ ເຝົ້າຣະວັງເພີ້ມອີກ 2 ບ້ານ ຄື ບ້ານນາຫ້ວຍໄລ່ ແລະ ບ້ານກຸດລໍາພັນ ແລະ ໄດ້ໄປພົ່ນຢາ ຂ້າເຊື້ອພຍາດ ອະຫິວາ ໝູ ອາຟຣິກກາ ໃນແຕ່ລະເຮືອນ ທີ່ ປະຊາຊົນ ລ້ຽງໝູ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ລ້ຽງສັດ ແລະ ການປະມົງ ເມືອງທ່າປາງທອງ ແຂວງສວັນນະເຂດ ທ່ານນຶ່ງ ໃນວັນທີ່ 10 ກໍຣະກະດາ ນີ້:

“ໂຕມັນເຂດແດງຫັ້ນ ມີບ່ອນນຶ່ງ ນາສະໂນ ນະ ມັນມີການຕາຍນໍາຫັນນະ ໝູ 26 ໂຕ ເພິ່ນຍັງເກັບໂຕຢ່າງແຫຼະ ເພິ່ນຍັງເອົາເມືອວິຈັຍ ຫັ້ນນະ ບໍ່ທັນຮູ້ໄດ້ວ່າ ມັນເກີດພຍາດຫຍັງເນາະ.”

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ໄດ້ນໍາຊິ້ນສ່ວນ ໝູທີ່ຕາຍ ຢູ່ບ້ານນາສະໂນໄປວິຈັຍ ຊຶ່ງຂນະນີ້ ຍັງລໍຖ້າຜົນການວິຈັຍ ນັ້ນຢູ່. ຢູ່ບ້ານນາສະໂນ ມີໝູທັງໝົດ ປະມານ 100 ກວ່າໂຕ ທີ່ປະຊາຊົນລ້ຽງໄວ້, ພ້ອມກັນນັ້ນ ເຈົ້າໜ້າທີ່ ຍັງແຈ້ງເຕືອນປະຊາຊົນ ຢູ່ ບ້ານນາຫ້ວຍໄລ່ ແລະ ບ້ານກຸດລໍາພັນ ໃຫ້ຣະມັດຣະວັງ ເຣື້ອງການຣະບາດ ຊອງເຊື້ອພຍາດນີ້ ຍ້ອນເປັນຈຸດສ່ຽງ ເຖິງແມ່ນວ່າ ຍັງບໍ່ພົບໝູຕາຍ ໃນເຂດ 2 ບ້ານດັ່ງກ່າວ ກໍຕາມ:

“ໄດ້ແຈ້ງເຕືອນບ້ານໃກ້ຄຽງໃກ້ໆນັ້ນເນາະ ທີ່ບໍ່ທັນໄດ້ເກີດ ເຝົ້າຣະວັງຢູ່ທີ່ບ້ານນາຫ້ວຍໄລ່ ແລະ ບ້ານກຸດລໍາພັນ ກຸດຮຶ້ກໍ້ ໄດ້ ມັນຄຸ້ມບ້ານນະ ບໍ່ທັນໄດ້ຕາຍ ທາງນີ້ນະ ກໍບໍ່ທັນໄດ້ຕິດເຊື້ອ ມີການພົ່ນຢາ ແລະ ກໍກວດຣົຖເນາະ ເອົາຈໍານວນຣົຖເຂົ້າ ຣົຖອອກນັ້ນແຫຼະ.”

ເຖິງຢ່າງໃດກໍຕາມ, ຕັ້ງແຕ່ເກີດພຍາດ ອະຫິວາໝູອາຟຣິກກາ ຣະບາດຢູ່ລາວ ເມື່ອວັນທີ່ 14 ມິຖຸນາ ມານີ້ ປະທດຈີນ, ໄທ, ແລະ ວຽດນາມ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ນໍາເອົາໝູ ແລະ ຜລິຕພັນຊີ້ນໝູ ຈາກລາວ ເຂົ້າປະເທດ ຂອງເຂົາເຈົ້າ ຢ່າງເດັດຂາດ ເພື່ອປ້ອງກັນ ການແຜ່ ຣະບາດ ຂອງເຊື້ອພຍາດນີ້.

ຕາມຂໍ້ມູນລ້າສຸດ ຂອງຂແນງລ້ຽງສັດ ແລະ ປະມົງ ແຂວງສາຣະວັນ ພົບໝູຕາຍ ປະມານ 2,500 ໂຕ ແລະ ຕິດເຊື້ອ ອີກປະມານ 4,000 ໂຕ ໃນ 7 ບ້ານ, ຮວມທັງບ້ານ ສະມັກຄີໄຊ, ບ້ານດິນດາກ, ບ້ານໂພນງາມ, ນອກຈາກນີ້ ຍັງມີການຣະບາດ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໝູຕາຍ 96 ໂຕ ຊຶ່ງເຮັດໃຫ້ທາງການ ຍັງບໍ່ສາມາດຄວບຄຸມ ເຊື້ອພຍາດນັ້ນໄດ້ ແລະ ຕ້ອງເຝົ້າຣະວັງ ຢ່າງໃກ້ຊິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.