ໄຂ້ຍຸງລາຍ ຣະບາດ ຢູ່ບໍຣິຄໍາໄຊ
2019.07.08
ປັຈຈຸບັນ ຢູ່ແຂວງບໍຣິຄໍາໄຊ ມີຄົນເສັຽຊີວິດ ຍ້ອນພຍາດ ໄຂ້ຍຸງລາຍ 1 ຄົນ, ຢູ່ເມືອງປາກກະດິງ ແລະ ມີຜູ້ຕິດເຊື້ອໄຂ້ຍຸງ ອີກ 463 ຄົນ ທີ່ກໍາລັງ ປິ່ນປົວ ຢູ່ໂຮງໝໍ ຊຶ່ງເປັນໂຕເລກ ທີ່ເພິ້ມຂຶ້ນ ຈາກປີ 2018 ທີ່ມີຄົນຕິດເຊືອ ໄຂ້ຍຸງລາຍ ພຽງແຕ່ 68 ຄົນ ຍ້ອນປີນີ້ຍຸງລາຍ ແພ່ຣະບາດຫລາຍ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍຣິຄໍາໄຊ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ກໍຣະກະດາ ນີ້ວ່າ:
“ໂຕເລກ ສະສົມ ມາຮອດດຽວນີ້ ແຕ່ເດືອນນຶ່ງ ມາຮອດມື້ນີ້ ຖືວ່າ 463 ຕາຍແລ້ວຜູ້ນຶ່ງ, ເມືອງ ທີ່ຍັງຫຼາຍກວ່າໝູ່ ໃນກໍຣະນີ ທີ່ມີຫຼາຍກວ່າໝູ່ ກໍຄື ເມືອງປາກຊັນ ເມືອງປາກກະດິງ ຖືວ່າ ໂຕເລກຍັງສູງ.”
ເຈົ້າໜ້າທີ່ ເວົ້າອີກວ່າ ສໍາລັບໂຕເລກ ຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍທີ່ສຸດແມ່ນ ຢູ່ເມືອງປາກຊັນ ມີຈໍານວນ 183 ຄົນ ແລະ ເມືອງປາກກະດິງ ຈໍານວນ 58 ຄົນ ສ່ວນຮອງລົງມາ ຢູ່ຕາມເມືອງອື່ນໆ, ປັຈຈຸບັນ ເຈົ້າໜ້າທີ່ ຕາມໂຮງໝໍ ແຕ່ລະແຫ່ງໄດ້ເຝົ້າເບິ່ງເແຍງ ອາການ ຂອງຜູ້ຕິດເຊື້ອ ຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີ ຄົນເສັຽຊີວິດ ເພີ້ມຕື່ມ.
ທ່ານກ່າວເນັ້ນວ່າ ເຖິງຢ່າງໃດກໍຕາມ ກໍຢາກຮຽກຮ້ອງ ໃຫ້ປະຊາຊົນ ທົ່ວແຂວງ ເອົາໃຈໃສ່ ປ້ອງກັນ ແລະ ສະກັດກັ້ນ ການແພ່ຣະບາດ ຂອງ ເຊື້ອຍຸງລາຍ ຢ່າງເຂັ້ມງວດ ໂດຍສະເພາະ ຕ້ອງທໍາລາຍ ບ່ອນນໍ້າຂັງ ເພື່ອບໍ່ໃຫ້ ເປັນບ່ອນວາງໄຂ່ ຂອງຍຸງລາຍ ແລະ ຫາກພົບວ່າ ຄົນໃນຄອບຄົວ ເປັນໄຂ້ສູງ ຫ້າມຊື້ຢາ ມາກິນເອງ ຢ່າງເດັດຂາດ ໃຫ້ຮີບພາຜູ້ປ່ວຍ ໄປໂຮງໝໍ ຢ່າງຮີບດ່ວນ.
ສູນວິເຄາະ ແລະ ຣະບາດວິທຍາ ກະຊວງສາທາຣະນະສຸຂ ຣາຍງານວ່າ ນັບແຕ່ ວັນທີ 29 ທັນວາ ປີ 2018 ມາຮອດ ວັນທີ 2 ກໍຣະກະດາ 2019 ທົ່ວປະເທດລາວ ມີຄົນຕິດເຊື້ອ ໄຂ້ຍຸງລາຍ ຈໍານວນ 10,778 ຄົນ ແລະ ເສັຽຊີວິດ 25 ຄົນ; ໂດຍແຂວງທີ່ມີ ຜູ້ຕິດເຊື້ອຫລາຍ ກວ່າໝູ່ແມ່ນ ແຂວງຈໍາປາສັກ ມີຈໍານວນ 2,368 ຄົນ ຮອງລົງມາ ກໍຄື ນະຄອນຫຼວງວຽງຈັນ 1,978 ຄົນ.
ສ່ວນແຂວງ ທີ່ມີຜູ້ເສັຽຊີວິດ ຫລາຍທີ່ສຸດ ລໍາດັບນຶ່ງ ຍ້ອນໄຂ້ຍຸງລາຍ ແມ່ນແຂວງສວັນນະເຂດ 8 ຄົນ, ລໍາດັບ 2 ຄື ນະຄອນຫຼວງວຽງຈັນ 6 ຄົນ, ແລະ ລໍາດັບ 3 ຄື ແຂວງຈໍາປາສັກ 5 ຄົນ.