ເດັກນ້ອຍລາວສ່ຽງຕໍ່ໂຣຄ ເປ້ັຽລ່ອຍ
2016.10.10
ເດັກນ້ອຍ ຢູ່ເຂດ ຕົວເມືອງ ແລະ ຢູ່ຕາມ ຊົນນະບົດ ແຂວງບໍຣິຄໍາໄຊ ມີຄວາມສ່ຽງ ຕໍ່ການທີ່ ຈະເປັນໂຣຄ ເປັ້ຽລ່ອຍ ຫຼື polio ຍ້ອນ ພໍ່ແມ່ ບໍ່ພາ ລູກ-ຫຼານ ໄປຢອດຢາ ເມື່ອເວລາມີ ທ່ານໝໍ ມາ ຢອດຢາ ໃຫ້ ເດັກນ້ອຍ ຕາມບ້ານ ຕ່າງໆ ເພາະ ຂະເຈົ້າ ຍັງບໍ່ໃຫ້ ຄວາມສໍາຄັນ ກັບ ການສັກຢາ ປ້ອງກັນ ໂຣຄນີ້. ຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ຂແນງ ສາທາຣະນະສຸຂ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 7 ຕຸລາ ນີ້:
"ໄປທຸກເດືອນ ໂອ໊... ບັນຫາມັນ ກໍມັນກະ ບ່ອນຢູ່ໄກ ກໍມີ ຢູ່ມໍ່ກໍມີ ມັນບັນຫາ ກໍເຣື່ອງ ຂະເຈົ້າ ບໍ່ໃຫ້ ຄວາມຮ່ວມມື ບາງພາກສ່ວນ ຊື່ໆເນາະ ປະຊາຊົນ ຂະເຈົ້າ ຈໍານວນນຶ່ງ ຍັງບໍ່ທັນ ເຂົ້າໃຈ ລະອຽດນໍ ຂະເຈົ້າ ບໍ່ທັນເຂົ້າໃຈ ເຣື່ອງວຽກ ປ້ອງກັນ ພຍາດ ແລ້ວກໍ ຈໍານວນນຶ່ງ ປະຊາຊົນ ຍັງຢູ່ ຍັງນອນ ຢູ່ປ່າ ນອນຢູ່ໄຮ່ ຢູ່ສວນນະ ເຂົ້າມາບໍ່ໄດ້ ມັນນັດ ກໍບໍ່ເຖິງ ຂະເຈົ້ານະ".
ຣາຍງານ ຫລ້າສຸດ ຈາກ ອົງການ ອະນາມັຍ ໂລກ (WHO) ເວົ້າວ່າມີ ຜູ້ເສັຽຊີວິດ ຍ້ອນໂຣຄ ໂປລີໂອ ຢູ່ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ ເປັນເດັກນ້ອຍ ຜູ້ຊາຍ ອາຍຸ 8 ປີ ເມື່ອ ວັນທີ 11 ກັນຍາ ປີກາຍ ຊຶ່ງ ກໍອາດເກີດຈາກ ຢາວັກຊີນ ປ້ອງກັນເຊື້ອ ເປັ້ຽລ່ອຍ ທີ່ໃຊ້ຢອດ ໃສ່ປາກ.
ເຈົ້າໜ້າທີ່ ສາທາຣະນະສຸຂ ຂອງເມືອງ ກ່າວ ກ່ຽວກັບ ກໍຣະນີ ດັ່ງກ່າວວ່າ ທາງເມືອງ ຍັງ ບໍ່ກັງວົນ ກ່ຽວກັບ ການຣະບາດ ຂອງ ເຊື້ອໂຣຄ ໂປລີໂອ ປານໄດ ຍ້ອນ ເຈົ້າໜ້າທີ່ ຍັງໄປ ສັກຢາ ປ້ອງກັນ ໃຫ້ເດັກນ້ອຍ ເປັນປະຈໍາ ທຸກເດືອນ ແລະ ໄດ້ອົບຮົມ ເຣື່ອງ ສຸຂສຶກສາ ໃຫ້ ປະຊາຊົນ ຮູ້ວິທີ ປ້ອງກັນ ນໍາດ້ວຍ.
ປັດຈຸບັນ ແຂວງບໍຣິຄໍາໄຊ ປ້ອງກັນ ພຍາດ ເປັ້ຽລ່ອຍ ຫຼື ໂປລີໂອ ໃຫ້ແກ່ ປະຊາຊົນ ໄດ້ປະມານ 90 ສ່ວນຮ້ອຍ ໃນຂນະທີ່ ຈະຕ້ອງ ໄດ້ຢອດຢາ ປ້ອງກັນ ໂປລີໂອ ໃຫ້ ໝົດທຸກຄົນ ແລະ ທົ່ວທຸກເຂດ ເພື່ອປ້ອງກັນ ເຊື້ອໂຣກນີ້ ບໍ່ໃຫ້ ແພ່ລາມ.
ສປປລາວ ຖືກຮັບຮອງ ຈາກອົງການ ອະນາມັຍໂລກ ວ່າເປັນປະເທດ ປອດໂຣຄ ໂປລີໂອ ມາຕັ້ງແຕ່ປີ 2000 ແຕ່ເມື່ອ ທ້າຍປີກາຍ ເດັກນ້ອຍ ເສັຽຊີວິດ ຍ້ອນໂຣຄນີ້ 1 ຄົນ ຢູ່ແຂວງ ບໍຣິຄໍາໄຊ ແລະ ເດັກນ້ອຍ ຫຼາຍຄົນ ໃນ ແຂວງວຽງຈັນ ແລະ ແຂວງ ໄຊສົມບູນ ກໍຍັງ ຕິດເຊື້ອໂຣກ ນີ້ຢູ່.