ເດັກນ້ອຍຂາດສາຣອາຫານ ຢູ່ ຂ.ບໍ່ແກ້ວ
2017.10.05
ປັດຈຸບັນ ຢູ່ເຂດຊົນນະບົດແຂວງບໍ່ແກ້ວ ມີເດັກນ້ອຍ 400 ປາຍຄົນ ກຳລັງຜະເຊີນກັບ ບັນຫາຂາດ ສານອາຫານຫລາຍ ຊຶ່ງຂະນະນີ້ ຜູ້ເປັນພໍ່ແມ່ ທີ່ທຸກຍາກຂາດເຂີນ ຍັງລໍຖ້າ ການຊ່ວຍເຫລືອ ທາງດ້ານໂພສະນາການ ຈາກຫລາຍພາກສ່ວນຢູ່. ດັ່ງ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງບໍ່ແກ້ວ ເວົ້າໃນມື້ວັນທີ 4 ຕຸລານີ້ວ່າ:
“ເຂດຫ່າງໄກສອກຫຼີກກະຍັງມີຢູ່ ຖ້າເຮົາມາທຽບນີ້ກະຍັງຢູ່ ຜາອຸດົມ ກັບເມືອງເມິງ ຫຼາຍກະຍັງຢູ່ໃນຣະດັບ ຍັງໜ້າເປັນຫ່ວງຢູ່ ເຣຶ່ອງ ການຂາດສານອາຫານ ກະຄືເຮົາຮູ້ແຫລະ ມັນກະຕິດພັນກັນ ກັບເຣຶ່ອງຄວາມ ທຸກຍາກ ຂອງປະຊາຊົນ ໂດຍສະເພາະ ກະແມ່ນພວກ ເຂດຫ່າງໄກ ສອກຫລີກ".
ທ່ານເວົ້າວ່າຈາກການສຳຣວດເດັກນ້ອຍ ໃນເຂດຊົນນະບົດ ຂອງແຂວງນີ້ຈຳນວນ 3,094 ຄົນ ໃນຣະຍະທີ່ຜ່ານມາ ພົບວ່າມີເດັກນ້ອຍ ຮ່າງກາຍບໍ່ໄດ້ ມາດຕະຖານ ຂັ້ນຮ້າຍແຮງຄືຈ່ອຍ 105 ຄົນ, ຕໍ່າເຕັ້ຍ 187 ຄົນ ແລະນ້ຳໜັກເບົາ 126 ຄົນ. ເຂດທີ່ ເດັກນ້ອຍຂາດ ສານອາຫານ ຫລາຍກວ່າໝູ່ແມ່ນ ເຂດ ລ່ອງພະບາດ, ຮອງລົງມາກໍແມ່ນ ເຂດຜາດຳ ແລະ ເຂດກອນຊ້ອນ ຊຶ່ງທາງການ ສປປລາວ ຍັງບໍ່ສາມາດ ແກ້ໄຂ ໃຫ້ຕົກໄປໄດ້ ຍ້ອນຂາດເຂີນ ງົບປະມານ.
ທ່ານກ່າວຕື່ມວ່າ ເມື່ອເດືອນທີ່ແລ້ວ ເຈົ້າໜ້າທີ່ຈາກ ອົງການ UNICEF ໄດ້ມາແຂວງບໍ່ແກ້ວ ເພື່ອເກັບກຳຂໍ້ມູນ ກ່ຽວກັບການ ຂາດສານ ອາຫານ ຂອງເດັກນ້ອຍ ເພື່ອຂຶ້ນແຜນ ຊ່ວຍເຫລືອ ຊຶ່ງຄາດວ່າ ຈະມີໂຄງການ ຊ່ວຍເຫລືອເດັກນ້ອຍ ທີ່ຂາດສານ ອາຫານ ໃນໄວໆນີ້.
ທ່ານເວົ້າວ່າ ເພື່ອຊ່ວຍຫລຸດຜ່ອນບັນຫາ ເດັກນ້ອຍຂາດສານອາຫານນີ້ ທາງຜແນກສາທາຣະນະສຸຂ ແຂວງ ກໍໄດ້ຝຶກອົບຮົມ ດ້ານໂພສະ- ນາການ ໃຫ້ແກ່ປະຊາຊົນ ທົ່ວໄປ ຂະນະທີ່ທາງຜແນກນີ້ ຍັງຕ້ອງການອຸປກອນ ໃນການຮັກສາປິ່ນປົວ ເດັກນ້ອຍ ທີ່ຂາດສານອາຫານຢູ່ ແລະວ່າ ຖ້າອົງການໃດ ຢາກຊ່ວຍເຫລືອ ກໍຂໍໃຫ້ຕິດຕໍ່ ມາຍັງຜແນກ ທ່່ານໄດ້.