ຜູ້ເຄາະຮ້າຍເຂື່ອນເຊປຽນ ຂາດຢາ ປິ່ນປົວ
2019.01.25
ເຂືຶ່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອທ້າຍເດືອນກໍຣະກະດາປີກາຍ ເປັນພັຍພິບັດອັນໃຫຍ່ຫລວງ ຊຶ່ງແມ່ນຄົນເປັນຜູ້ສ້າງຂຶ້ນນັ້ນ ເຮັດໃຫ້ ຊາວເມືອງສະໜາມໄຊ ທີ່ທຸກຍາກຢູ່ແລ້ວ ຍິ່ງປະສົບກັບຄວາມລຳບາກ ກາກກຳຫລາຍຂຶ້ນຕື່ມອີກ ທັງທາງດ້ານ ການຢູ່ກິນທີ່ບໍ່ພຽງພໍ, ການຢູ່ແອອັດ ແລະອົບເອົ້າ, ການເດີນທາງໄປມາຫຍຸ້ງຍາກ ແລະ ຈິດໃຈກໍຍັງຫວາດຫວັ່ນ ຢ້ານກົວຢູ່ຕລອດເວລາ. ຍິ່ງໄປກວ່ານັ້ນ ເວລາເຈັຍປ່ວຍ ທາງອຳນາດການປົກຄອງ ສປປລາວ ກໍບໍ່ມີຢາປິ່ນປົວພຽງພໍ, ໃນຂະນະທີ່ ພາຍຫລັງນ້ຳຖ້ວມ ເກີດມີພຍາດຫລາຍຢ່າງ ຕາມມາ, ເປັນຕົ້ນກໍແມ່ນຖອກທ້ອງ, ໄຂ້ຫວັດ, ປອດອັກເສບ, ໄຂ້ຍຸງລາຍ ຊຶ່ງ ຊາວເມືອງສະໜາມໄຊ ເປັນຫລາຍຢູ່ໃນປັດຈຸບັນ, ດັ່ງ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ມົກກະຣານີ້ວ່າ:
"ດຽວນີ້ເຂົາເປັນ ນຶ່ງ:ໄຂ້ຫວັດ, ສອງ:ປອດອັກເສບ. ຫວັ່ງເດືອນ 12 ກັບເດືອນ 11 ມີແຕ່ຄົນໃຫຍ່ເປັນໄຂ້ຍຸງລາຍ ສ່ວນຫຼວງຫຼາຍແມ່ນ ໄຂ້ຍຸງລາຍ ດຽວນີ້ມັນເຂົ້າຫາເດັກນ້ອຍ ຢູ່ໂຮງໝໍສະໜາມໄຊ ເຕັມອະຍະ ກະມີຄົນໃຫຍ່ ກະມີເດັກນ້ອຍ."
ໃນຂນະທີ່ຊາວເມືອງສະໜາມໄຊ ເປັນພຍາດຫຼາຍຄືແນວນັ້ນ ຢາປິ່ນປົວຊ້ຳພັດບໍ່ພຽງພໍ ພາຍຫຼັງທີ່ຕ່າງປະເທສເຊົາຊ່ອຍ. ໂຮງໝໍເມືອງ ສະຫນາມໄຊ ປະສົບກັບບັນຫາ ຢາປິ່ນປົວຄົນເຈັບ ທີ່ຂ້ອນຂ້າງຢາກໝົດແລ້ວ, ຢາຢູ່ແຕ່ລະເຂດແຕ່ລະຈຸດ ກໍບໍ່ພຽງພໍຕ້ອງໄດ້ແບ່ງກັນໃຊ້ ແບ່ງກັນຈ່າຍ, ດັ່ງທີ່ທ່ານກ່າວວ່າ:
"ຢາຢູ່ໂຮງໝໍເມືອງເຮົາ ຫລືວ່າຢາຢູ່ປະຈຳແຕ່ລະຈຸດນັ້ນ ພຽງພໍກໍ່ບໍ່ພຽງພໍ ກໍ່ແບ່ງໃຊ້ແບ່ງຈ່າຍ ຊໍ້າທີ່ວ່າຂັ້ນເທິງກໍ່ຊ່ອຍເຮົາ ທາງໄທຊ່ອຍ ເນາະ ທາງເກົາຫລີເຮົາ ແລະ ພີ່ນ້ອງທາງອື່ນໆ ແຕ່ກໍ່ດົນແລ້ວພໍເຂົາເມືອ ກໍ່ຫລຸດຜ່ອນຢາໝົດ ຂ້ອນຂ້າງຍາກໝົດ ແລ້ວ."
ເວົ້າເຖິງຢາປິ່ນປົວ ຣະຍະຕົ້ນຫລັງນໍ້າຖ້ວມ ກໍມີພຽງພໍກັບຄວາມຕ້ອງການ ຂອງປະຊາຊົນທີ່ເຈັບປ່ວຍ ຊຶ່ງສ່ວນຫຼາຍກໍແມ່ນກະຊວງສາທາ ຣະນະສຸຂ ສົ່ງໄປໃຫ້ແລະຕ່າງປະເທສ ຮວມທັງໄທ, ວຽດນາມ ແລະເກົາຫລີໃຕ້ ກໍຊ່ອຍຢາ ທີ່ມີຄວາມຈຳເປັນຫຼາຍ ສໍາລັບຊາວເມືອງ ສະຫນາມໄຊ ເພາະປະຊາຊົນໃນເຂດນັ້ນ ມີຄວາມຊ່ຽງສູງຕໍ່ການ ທີ່ຈະເປັນພຍາດຕ່າງໆ ຍ້ອນນໍ້າຖ້ວມ, ເປື້ອນເປິ, ທີ່ພັກຊົ່ວຄາວ ບໍ່ ເໝາະສົມ, ອາຫານການກິນກໍບໍ່ມີອະນາມັຍ ເທົ່າທີ່ຄວນ.
ເຖິງຢ່າງໃດກໍຕາມ ໃນຣະຍະນີ້ ຜແນກສາທາຣະນະສຸກ ແຂວງອັດຕະປື ກໍໄດ້ສົ່ງແພດ, ໝໍໄປປະຈຳການ ຢູ່ບ້ານພັກຊົ່ວ ຄາວທັງໝົດ 5 ຈຸດ, ຈຸດລະ 1 ຫຼື 2 ຄົນ ເພື່ອຊ່ອຍປິ່ນປົວ ໃນກໍຣະນີສຸກເສີນ ແລະມີຜູ້ປະສົບພັຍ ໄດ້ຮັບການປີ່ນປົວທຸກມື້, ໃນຂນະທີ່ ຢາອັນຈຳເປັນໃຊ້ ນັບມື້ນັບຫລຸດນ້ອຍລົງ ແຕ່ເມື່ອເວົ້າເຖິງແພດ, ໝໍ ທ່ານກ່າວວ່າ ແຕ່ລະຈຸດກໍມີພໍຢູ່:
"ແຕ່ລະຈຸດກະພໍຢູ່ ເປັນຫຍັງຈຶ່ງວ່າພໍ ພາະວ່າດຽວນີ້ເຂົາຕັ້ງຈຸດ ແຕ່ລະຈຸດແພດ ໝໍເຂົາເຈົ້າຢາຍແຕ່ລະຈຸດເດນໍ ເຈົ້າເປັນຫຍັງແພດ ໝໍ ເຂົາເຈົ້າດູແລກັນ ຊ່ວຍກັນນໍ ເປັນໜັກໆແລ້ວຂະເຈົ້າ ກະສົ່ງມາໂຮງໝໍເມືອງສະຫນາມໄຊ."
ຖ້າໂຮງໝໍເມືອງສະໜາມໄຊ ແກ້ໄຂບໍ່ຕົກກໍສົ່ງໄປໂຮງໝໍແຂວງອັດຕະປື ຖ້າປິ່ນປົວບໍ່ໄດ້ກໍສົ່ງໄປໂຮງໝໍນະຄອນປາກເຊ ແລະຖ້າຍັງຊ່ອຍ ບໍ່ໄດ້ຢູ່ ກໍສົ່ງໄປປິ່ນປົວຢູ່ ໂຮງໝໍສູນກາງ ທີ່ ນະຄອນຫລວງວຽງຈັນ.
ແຕ່ໃນຂນະດຽວກັນ ຊາວເມືອງສະໜາມໄຊ ເວົ້າວ່າ ມີແທ້ແພດ ໝໍ ແຕ່ເປັນພຍາບານບ້ານ ທີ່ໄດ້ຮັບການຝຶກອົບຮົມພຽງໜ້ອຍດຽວ:
"ກະມີຢູ່ ມັນຫາກມີກະແບບແພດພຍາບານບ້ານນີ້ໜ່າ ແພດ ອສບ ເຂົາເອີ້ນ ອສບ ບ້ານ ເປັນພວກຮຽນແບບໜ້ອຍນຶ່ງຫັ້ນໜາ ພໍແຕ່ວ່າ ເປັນກວດທັມມະດາ ເລັກໆໜ້ອຍໆນີ້ໜາ ຂັ້ນເຈັບຫົວ ຂັ້ນເປັນໄຂ້ເປັນອັນນັ້ນແຫລະເຂົາກະມາກວດ ກວດແລ້ວເຂົາ ກະສົ່ງເຂົ້າໂຮງໝໍ."
ພ້ອມກັນນັ້ນທ່ານກໍເວົ້າວ່າ ໃນການປິ່ນປົວຄົນເຈັບປ່ວຍ ແພດ ໝໍ ເພິ່ນກໍເອົາ ໃຈໃສ່ດີຢູ່ ແຕ່ຢາບໍ່ມີພຽງພໍ ແລະບໍ່ແມ່ນຢາດີ:
"ພວກພຍາບານນີ້ ກະພໍອັນນັ້ນຢູ່ດອກ ກະວ່າເອົາໃຈໃສ່ຢູ່ ເປັນແພດໝໍຫັ້ນ ມັນຫາກຢາຫັ້ນມັນ ບໍ່ຢາກພຽງພໍ ຢາມີແຕ່ໃສ່ຢາເບົາໆ, ເບົາ ແນວມັນຢາມີ ແຕ່ກິນຢາແບບຢາແນວໃດ໋ ບໍ່ແມ່ນຢາດີວ່າຊັ້ນສະ ມີແຕ່ຂັ້ນປາລາບໍ ກິນໄປມັນກະບໍ່ດີ ຄືດຽວ ມີແຕ່ເສັຍເງິນ ສ່ວນຫຼາຍກະ ໄປຄລິນິກ ໄປຄລິນິກມັນກະເຊົາ ເຊົາແຫລະເຂົາເອົາໃຈໃສ່ ແນວເສັຍເງິນເດ້."
ແຕ່ສຳລັບຢູ່ບ້ານປີ່ນດົງ ແລະບ້ານບົກ ໃນຣະຍະ 2 ເດືອນຜ່ານມານີ້ ໃນຈຳນວນປະຊາຊົນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ 600 ປາຍ ຄອບຄົວນັ້ນ ຈຳນວນນຶ່ງເວລາເຈັບປ່ວຍໄປຫາໝໍ, ແຕ່ບໍ່ໄດ້ຢາເພາະໝໍບໍ່ມີຢາໃຫ້ ຄືກັນກັບທີ່ຜ່ານມາ ແລະແພດ, ໝໍກໍມີເວລາ ພັກຜ່ອນ, ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸກ ແຂວງອັດຕະປື ກ່າວວ່າ:
"ບາງຈຸດກໍ່ພຽງພໍ ບາງຈຸດກໍ່ບໍ່ພຽງພໍ ຢາດຽວນີ້ບໍ່ຄ່ອຍພຽງພໍ ແຕ່ລະປີທັມມະດາ ຄັນບໍ່ມີບັນຫາກໍ່ບໍ່ຄ່ອຍໄດ້ໃຊ້ຢາ ຫລາຍປານນີ້ ອັນນີ້ຄື ວ່າທຽວເຂົ້າທຽວອອກ ເຂົ້າໆ ອອກໆ ຄືວ່າເຮັດໃຫ້ແພດໝໍ ເຮົາກໍ່ພົບຄວາມຫຍຸ້ງຍາກ ບໍ່ມີເວລາພັກຜ່ອນຢ່ອນອາລົມ ຈັ່ງຊັ້ນເວົ້າເຣື່ອງ ຢາການໃຊ້ຢາ ກໍ່ບໍ່ຄ່ອຍພຽງພໍແລ້ວ."
ແລະຕາມຄໍາເວົ້າຂອງຊາວເມືອງສະໜາມໄຊ ແລ້ວແມ່ນວ່າ ຢາທີ່ແພດ ໝໍ ເພິ່ນໃຫ້ນັ້ນກະບໍ່ຄັກ ບໍ່ແມ່ນຢາທີ່ໄດ້ຮັບຈາກການຊ່ອຍເຫລືອ ຂອງຕ່າງປະເທສ ຊຶ່ງເປັນຢາດີ:
"ຜ່ານມາກໍໄດ້ໄປຢູ່ໂຮງໝໍຫັ້ນ ມັນກະເຫັນແບບບໍ່ຄັກຫັ້ນນະ ໂຕບໍ່ຄັກກະຄືຢາມັນບໍ່ແມ່ນໂຕ ທີ່ເອົາມາແຕ່ພຸ້ນ ມາຮອດນີ້ມັນປ່ຽນຢາໃໝ່ ເປັນລັກສນະນັ້ນ ຕາມເຫັນນະ ໂຕດີມັນໄປຢູ່ຕ່າງຫາກໂຕດີນະ ບໍ່ແມ່ນຢາກຫາເຣຶ່ອງໃສ່ດອກ ມັນເປັນແບບ ນັ້ນນະ ຕາມເຫັນນະ ມັນໂລດບໍ່ມີແນວຄັກຈັກຢ່າງນະ."
ເວົ້າເຣຶ່ອງຢາປິ່ນປົວ ເຈົ້າໜ້າທີ່ຜແນກສາທາຣະນະສຸກແຂວງອັດຕະປື ກ່າວວ່າ ຢາປິ່ນປົວຄົນເຈັບທຸກຊນິດ ຢູ່ເມືອງສະໜາມໄຊ ຍັງມີ ຄວາມຈຳເປັນຫລາຍ ຍ້ອນວ່າຜູ້ປະສົບພັຍສ່ວນຫລາຍ ຍັງມີຄວາມສ່ຽງຕໍ່ການທີ່ຈະເປັນພຍາດ ຊຶ່ງຂນະນີ້ສ່ວນຫຼາຍ ເປັນໄຂ້ຫວັດ ຕາມຣະດູການ ແລະຍ້ອນການເປັນຢູ່ແອອັດ, ດັ່ງ ທີ່ທ່ານກ່າວວ່າ:
"ສ່ວນຫຼາຍເປັນ ໄຂ້ຫວັດດຽວນີ້ ຕາມຣະດູການ ແລະກະຢູ່ແອອັດ ເພາະວ່າເຂົາປຸກເຮືອນຕໍ່ໆກັນນໍ ບໍ່ມີອາກາດລ່ວງນໍ ແລະກະອຶດອັດ ທັງຮ້ອນ ເຮືອນຄືຮູ້ຫັ້ນແຫລະນໍ ນ້ອຍໆນໍ."
ແຕ່ເຖິງແນວໃດກໍຕາມ ມາຮອດປັດຈຸບັນ ຊາວເມືອງສະໜາມໄຊ ກໍໄດ້ຍ້າຍເຂົ້າໄປຢູ່ ບ້ານພັກຊົ່ວຄາວທັງ 5 ຈຸດ ແລະມີແພດປະຈຳຢູ່ ແຕ່ລະຈຸດຊ່ອຍປິ່ນປົວ, ດັ່ງທີ່ທ່ານກ່າວວ່າ:
"ດຽວນີ້ເຂົາຍ້າຍໄປຢູ່ແຕ່ລະຈຸດ ຈຸດຫາດຍາວ ແລະກະຈຸດດົງບາກ ປິ່ນດົງ ແລະກະຕາມໍຢອດ ແລະກະບ້ານບົກ ເຂົາແບ່ງຈຸດອອກໄປ ຢູ່ແຕ່ລະຈຸດ ແລະກະມີແພດປະຈໍາ ແຕ່ລະກອງແຕ່ລະກອງ ແຕ່ລະຈຸດນະ ຂະເຈົ້າແກ້ໄຂສຸກເສີນ ຖ້າເປັນໜັກ ກວ່ານັ້ນ ກໍສົ່ງໂຮງໝໍ ເມືອງ."
ໃນເມື່ອສະພາບຊີວິດຂອງປະຊາຊົນຊາວເມືອງສະຫນາມໄຊ ແຂວງອັດຕະປື 13 ພັນປາຍຄົນ ໄດ້ຮັບຜົລກະທົບໜັກໜ່ວງ ທັງທາງດ້ານ ຮ່າງກາຍແລະຈິດໃຈ ຍ້ອນເຂືຶ່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອທ້າຍເດືອນກໍຣະກະດາປີກາຍ ຄືແນວນັ້ນ ຫຼາຍຄົນຈຶ່ງເວົ້າວ່າມີຄວາມ ຈຳເປັນທີ່ຈະຕ້ອງໄດ້ຮັບ ການປົວແປງຊີວິດການເປັນຢູ່ ຂອງພວກເຂົາເຈົ້າໃຫ້ດີຂຶ້ນ ຮວມທັງການຕອບສະໜອງຢາປິ່ນປົວ ໃຫ້ພຽງພໍກັບ ຄວາມຕ້ອງການທີ່ຈຳເປັນ ໃນຂນະທີ່ພວກເຂົາເຈົ້າ ມີຊີວິດຢູ່ດ້ວຍຄວາມລຳບາກ ໃນເຮືອນພັກຊົ່ວຄາວທີ່ແອອັດ ຮ້ອນອົບເອົ້າແລະທັງບໍ່ມີ ທີ່ພັກພຽງພໍ ຈົນໄດ້ຢູ່ໄປຕາມທັມຊາດ ແລະອາຫານການກິນ ກໍຂາດໆເຂີນໆຄືໃນສູ່ມື້ນີ້.