ໂຮງໝໍ ເມືອງສນາມໄຊ ຂາດ ອຸປກອນ
2018.10.16
ປັດຈຸບັນ ໂຮງໝໍເມືອງສນາມໄຊ ແຂວງອັດຕະປື ຍັງຕ້ອງການ ເຄື່ອງມືແພດ ແລະຢາປົວພຍາດ ເພີ່ມຕື່ມ ເພື່ອປິ່ນປົວ ຄົນເຈັບ ຈາກ ພັຍພິບັດນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ແລະ ຄົນເຈັບທົ່ວໄປ ທີ່ເຂົ້າມາປິ່ນປົວ ຢູ່ ໂຮງໝໍເມືອງມີ ຮ້ອຍປາຍຄົນ ຕໍ່ມື້. ດັ່ງທ່ານໝໍ ອາສາສມັກ ປະຈຳໂຮງໝໍ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ ວິທຍຸເອເຊັຍ ເສຣີ ເມື່ອ ສັປດາ ຜ່ານມາ ວ່າ:
" ໂຕນີ້ມັນກໍບໍ່ໝາຍວ່າ ແມ່ນຜູ້ປະສົບພັຍມາກວດ ມີທັງຜູ້ບໍ່ປະສົບພັຍພິບັດ ນໍ້າຖ້ວມຫັ້ນເນາະ ຄົນຢູ່ໃນບ້ານກະມາກວດຄຶືກັນ ສະເລັ່ຽແລ້ວ ຜູ້ປະສົບພັຍ ທີ່ເຂົ້າມາກວດນີ້ ປະມານ 50-60% ລະກະ 40-50% ກະແມ່ນຜູ້ປະສົບພັຍ.”
ທ່ານກ່າວຕື່ມວ່າ ນອກຈາກຄົນເຈັບ ທີ່ມາກວດພຍາດ ແລະປິ່ນປົວຈໍານວນຫຼວງຫຼາຍ ໃນແຕ່ລະມື້ແລ້ວ ທາງໂຮງໝໍຍັງຕ້ອງການ ຢາຕ້ານ ເຊື້ອພຍາດ ແລະອຸປກອນ ທີ່ຈຳເປັນສຳລັບກວດ ພຍາດສະເພາະ ດັ່ງທ່ານກ່າວຕື່ມອີກ ວ່າ:
“ປັດຈຸບັນ ອຸປກອນຕ້ອງໃຊ້ພື້ນຖານນີ້ ກະພຽງພໍແລ້ວ ແຕ່ວ່າ ອຸປກອນທີ່ສະເພາະເຈາະຈົງ ເປັນຕົ້ນເຄື່ອງກວດແຫຼັບ ຫຼືກວດຂີ້ກະເທິ່ ກະສະເພາະກວດວັນນະໂລກ ຈັ່ງຊີ້ເນາະ ລະກະເຄື່ອງກວດຍ່ຽວ ກວດພວກອັນອາ ຕິດເຊື້ອທາງລະບົບຖ່າຍເທ ຈັ່ງຊີ້ເຮົາ ກະຍັງບໍ່ມີເທຶ່ອ ດຽວນີ້ຫັ້ນຢາທີ່ຂາດ ດຽວນີ້ຢາທີ່ຂາດບໍ ກະມີບາງຢາທີ່ຂາດ ເຊັ່ນວ່າປະເພດຢາ ຕ້ານເຊື້ອບາງຊນິດ, ເຊັບຕີ້ອາໂຊ້ນ, ອາມ໊ອກຊີທີດິນ, ເອມີຊີດິນ ສອງມາກະນໍ້າທະເລ ບາງຊນິດ ເພາະວ່ານໍ້າທະເລ ກະມີຫຼາຍຊນິດ."
ໃນຂນະດຽວກັນ ໂຮງໝໍເມືອງສນາມໄຊ ຍັງຕິດຕາມ ເຝົ້າຣະວັງພຍາດ ໄຂ້ຍຸງລາຍ ທີ່ກຳລັງຣະບາດ ໃນຣະຍະນີ້ ແລະ ຍັງພົບວ່າ ປະຊາຊົນ ທີ່ມາຮັບການປິ່ນປົວ ຢູ່ໂຮງໝໍເມືອງ ສນາມໄຊ ນັ້ນເປັນພຍາດວັນນະໂຣກ ຊື່ງແມ່ນພຍາດເກົ່າ ທີ່ ຜູ້ປະສົບພັຍ ນໍ້າຖ້ວມ ເປັນມາກ່ອນແລ້ວ ແຕ່ບໍ່ຮູ້ວ່າຕົນເອງເປັນ.