ຂ.ອັດຕະປື ໄຂ້ຍຸງລາຍ ເບົາບາງລົງ
2018.06.15
ການແຜ່ຣະບາດ ຂອງເຊື້ອພຍາດ ໄຂ້ຍຸງລາຍ ຫລືໄຂ້ເລືອດອອກ ຢູ່ແຂວງ ອັດຕະປື ໄດ້ຫລຸດຜ່ອນລົງຫລາຍແລ້ວ ຈາກທີ່ມີຄົນຕິດເຊື້ອ ໄປປິ່ນປົວຢູ່ ໂຮງໝໍແຂວງ ຈົນລົ້ນຫ້ອງປິ່ນປົວ ເມື່ອເດືອນທີ່ ແລ້ວ, ປັດຈຸບັນຍັງເຫລືອ ພຽງແຕ່ 2 ຄົນ ທີ່ນອນປິ່ນປົວຢູ່ໂຮງໝໍ.
ແຕ່ເຖິງຢ່າງໃດກໍຕາມ ແພດ, ໝໍ ກໍເຝົ້າຣະວັງ ການຣະບາດ ຂອງເຊື້ອພຍາດນີ້ຢູ່ຕໍ່ໄປ ຂນະທີ່ການແຜ່ຣະບາດນັ້ນ ຍັງບໍ່ສາມາດຄວບຄຸມ ໄດ້ຮ້ອຍເປີເຊັນ ເທື່ອ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ໂຮງໝໍແຂວງ ອັດຕະປື ຕໍ່ RFA ໃນ ມື້ວັນທີ 12 ມີຖຸນາ ນີ້:
"ປັດຈຸບັນນີ້ຫລຸດລົງແລ້ວ ສະເພາະຢູ່ໂຮງໝໍ ເຮົາມື້ນີ້ກະມີແຕ່ 2 ກໍຣະນີ ກະບໍ່ໜັກເນາະ ກະກຽມສິອອກໂຮງໝໍແລ້ວ ພວກເຮົາກະຍັງເຝົ້າ ຣະວັງຢູ່ ກະລະດົມພໍ່ແມ່ປະຊາຊົນ ໃຫ້ການຮ່ວມມື ທໍາລາຍ ໜອນນໍ້າ ເອີ້ນວ່າບ່ອນເພາະພັນ ຂອງແຫລ່ງ ຍຸງເນາະ."
ນອກຈາກຢູ່ໂຮງໝໍແລ້ວ ແພດ, ໝໍ ແລະອາສາສມັກ ຈໍານວນນຶ່ງ ກໍໄປຕິດຕາມ ການແຜ່ຣະບາດ ຂອງເຊື້ອພຍາດ ໄຂ້ຍຸງລາຍ ຢູ່ຕາມ ບ້ານຕ່າງໆ ພ້ອມທັງຜົ່ນຢາຂ້າຍຸງ ນໍາດ້ວຍ. ແຕ່ເຖິງຢ່າງໃດ ໂອກາດທີ່ເຊື້ອພຍາດ ໄຂ້ຍຸງລາຍ ຈະຣະບາດ ຕື່ມອີກນັ້ນກໍຍັງມີຢູ່ ເພາະ ຣະດູຝົນ ເປັນຣະຍະທີ່ຍຸງວາງໄຂ່ ແລະຕາມປ່າກໍອາດ ມີນໍ້າອັ່ງ ຈຶ່ງເປັນບ່ອນວາງໄຂ່ ຂອງຍຸງ.
ທ່ານກ່າວອີກວ່າ ນັບຕັ້ງແຕ່ເກີດມີການແຜ່ຣະບາດ ຂອງເຊື້ອພຍາດ ໄຂ້ຍຸງລາຍ ຕັ້ງແຕ່ຕົ້ນປີນີ້ມາ ມີຄົນເສັຽຊີວິດ ໄປແລ້ວ 2 ຄົນ ແລະຍັງບໍ່ມີຣາຍງານ ຜູ້ເສັຽຊີວິດ ມາຕື່ມ. ສ່ວນຈໍານວນຜູ້ຕິດເຊື້ອ ພຍາດນັ້ນ ກ່ອນໜ້ານີ້ ມີ 200 ປາຍຄົນ ແຕ່ມາເຖິງປັດຈຸບັນ ຍັງບໍ່ມີຣາຍງານມາເທື່ອ.
ເມື່ອປີກາຍ ຢູ່ແຂວງ ອັດຕະປື ມີຜູ້ຕິດເຊື້ອໄຂ້ຍຸງລາຍ 600 ປາຍຄົນ ແລະເສັຽຊີວິດ 3 ຄົນ. ສໍາລັບເມືອງທີ່ມີຜູ້ຕິດເຊື້ອ ຫລາຍທີ່ສຸດ ແມ່ນເມືອງ ສາມັກຄີໄຊ ແລະເມືອງໄຊເສດຖາ. ປີ 2017 ຈໍານວນຜູ້ຕິດເຊື້ອ ໃນທົ່ວປະເທດ ມີປະມານ 5 ພັນຄົນ.