ຂ.ອັດຕະປື ຍັງຂາດ ແພດ ໝໍ
2017.11.08
ໃນປັດຈຸບັນ ແຂວງອັດຕະປື ກໍຍັງຂາດເຂີນ ແພດ ໝໍ ນັກຊ່ຽວຊານ ວິຊາສະເພາະ ເປັນຕົ້ນກ່ຽວກັບ ພຍາດມະເຮັງ, ຕັບ, ເຄຶ່ອງຜ່າຕັດ ກະດູກ ຜ່າຕັດຕາ ແລະຂາດອຸປກອນການແພດ ທີ່ທັນສມັຍ ຢູ່ໃນໂຮງໝໍຕ່າງໆ ເຮັດໃຫ້ການປິ່ນປົວ ມີຄວາມຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ເວົ້າໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:
"ເຈົ້າກໍມີຢູ່ ເຣຶ່ອງບໍຣິການກໍຍັງບໍ່ໄດ້ດີ ເພາະຢູ່ແຂວງເຮົາຫັ້ນນະ ແລະຍັງບໍ່ທັນມີ ເປັນຕົ້ນແມ່ນເຄື່ອງຜ່າຕັດ ຜ່ານທໍ່ອີ່ຫຍັງຕ່າງໆ ຫັ້ນນະ ເຮົາຍັງມີເຄື່ອງລຸ້ນເກົ່າຢູ່ ທົ່ວແຂວງກໍປະມານ 500 ເວົ້າແລ້ວກໍຖ້າທຽບໃສ່ ອັນນັ້ນຖືວ່າຍັງ ບໍ່ທັນພຽງພໍ ໃນ 500 ມັນກໍມີຫລາຍຣະດັບ ຊ່ຽວຊານອີ່ຫຍັງແທ້ໆ ກໍບໍ່ເກີນຮອດ 4-5 ຄົນແພດ ຊັ້ນສູງຈັ່ງຊີ້".
ທ່ານກ່າວຕື່ມວ່າປັດຈຸບັນ ທົ່ວແຂວງອັດຕະປື ມີພະນັກງານສາທາຣະນະສຸຂ ປະມານ 500 ຄົນ ໃນນັ້ນມີແພດຊ່ຽວຊານ ພຍາດສະເພາະ ບໍ່ເຖິງ 5 ຄົນ, ແພດປະດຸງຄັນ ປະມານ 30 ຄົນ ທີ່ກະຈາຍກັນຢູ່ ຖ້າທຽບໃສ່ຈໍານວນ ປະຊາຊົນ ທົ່ວແຂວງທີ່ມີ ປະມານ 130 ພັນຄົນ ກໍແມ່ນບໍ່ພຽງພໍ ກັບຄວາມຕ້ອງການຕົວຈິງ.
ເວົ້າເຖິງເຄື່ອງມືການແພດ ທີ່ມີຄວາມຈໍາເປັນ ໃນການປິ່ນປົວກໍຂາດເຂີນ ຫລາຍເປັນຕົ້ນ ເຄື່ອງຜ່າຕັດກະດູກ, ຕາ, ເຄື່ອງຜ່າຕັດ ເຄື່ອງ ເອັກສະເຣ ກໍເປັນ ລຸ້ນເກົ່າບໍ່ທັນສມັຍ ແລະມີຢູ່ສະເພາະໂຮງໝໍແຂວງ ເທົ່ານັ້ນ. ສ່ວນໂຮງໝໍເມືອງມີ ພຽງແຕ່ເຄື່ອງມື ການແພດເບື້ອງຕົ້ນ ຫາກມີຄົນເຈັບປ່ວຍໜັກ ຜູ້ມີເງື່ອນໄຂ ກໍຕ້ອງໄດ້ນໍາໄປປິ່ນປົວ ຢູ່ໂຮງໝໍແຂວງ ຖ້າທຸກຍາກບໍ່ມີເງິນ ກໍຕ້ອງໄດ້ປິ່ນປົວຢູ່ ໂຮງໝໍເມືອງ ຫລື ສຸຂສາລາເທົ່ານັ້ນ.
ສໍາລັບປີ 2018 ທາງຜແນກສາທາຣະນະສຸຂ ແຂວງອັດຕະປື ໄດ້ຂໍພະນັກງານແພດຈໍານວນ 40 ຄົນມາຕື່ມ ເພື່ອໄປປະຈໍາການຢູ່ໂຮງໝໍ ເມືອງ ແລະສຸຂສາລາ ທີ່ມີຄວາມຕ້ອງການ. ໃນຈໍານວນແພດ ໝໍ 40 ຄົນຕາມໂຄຕານັ້ນ ມີທັງແພດ ໝໍທີ່ຊ່ຽວຊານ ດ້ານຜ່າຕັດກະດູກ ແລະຕານໍາດ້ວຍ.