ໂຮງໝໍ ຂ.ອັດຕະປື ຕ້ອງການ ອຸປກອນທຸກຢ່າງ
2018.08.08
ໂຮງໝໍແຂວງອັດຕະປື ແລະ ໂຮງໝໍເມືອງ ສະໜາມໄຊ ຕ້ອງການເຄື່ອງມືແພດ ແລະ ຢາປົວພຍາດ ບາງປະເພດເພີ່ມຕື່ມ ເພື່ອປິ່ນປົວ ຄົນເຈັບປ່ວຍ ທີ່ເຂົ້າມາ ປີ່ນປົວ ຢູ່ໂຮງໝໍ ແລະສູນຮອງຮັບຕ່າງໆ ຫລາຍຮ້ອຍຄົນຕໍ່ມື້. ດັ່ງ ຫົວໜ້າໂຮງໝໍ ເມືອງ ສະໜາມໄຊ ແຂວງ ອັດຕະປື ກ່າວວ່າ:
"ກໍຕ້ອງການຢູ່ແລ້ວເນາະເຄື່ອງມືຫັ້ນນ່າ ຫລາຍໆ ແນວແລ້ວເນາະ ນັບແຕ່ເຄື່ອງມືການແພດ ການວິເຄາະ ຫລືວ່າຢາຈຳນວນນຶ່ງ ທີ່ຕ້ອງ ຫ້ັນນ່າ ເປັນນໍ້າຈັ່ງຊີ້ ຢາເມັດຈັ່ງຊີ້ ແລະ ກໍ່ອຸປກອນການແພດຕ່າງໆ ຍັງຂາດຢູ່ສຳລັບໂຮງໝໍ ເມືອງຫັ້ນນ່າ ຕາມຄວາມຈຳເປັນ ຄັນເຂົາ ມາກວດຮ້ອຍປາຍ ຖ້າວັນທີ 5 ຫັ້ນກໍ 228 ຄົນ ມື້ຫຼາຍມື້ນ້ອຍຂຶ້ນໄປ ມື້ຫຼຸດມື້ຂຶ້ນນ່າ ຄົນຢູ່ໃນເຂດບໍຣິການ ເຂດພັຍພິບັດແນ່ ນອກເຂດ ພັຍພິບັດແນ່ຢູ່ຫັ້ນນ່າ."
ທ່ານກ່າວຕື່ມວ່າ ທຸກມື້ນີ້ພົບວ່າ ປະຊາຊົນ ຈະເປັນພຍາດຖອກທ້ອງ ແຕ່ລະບ້ານເພີ່ມຂຶ້ນຫລາຍ ເປັນພຍາດຜີວໜັງ ເປັນຕຸ່ມເປື່ອຍ ຕ່າງໆ ແລະໄຂ້ຫວັດ ຢູ່ໃນຈຸດບໍຣິການ ກໍມີແພດປະຈຳຢູ່ ທັງຈາກປະເທດໄທ ແລະ ວຽດນາມ. ຫົວໜ້າຜແນກ ສາທາຣະນະສຸກ ແຂວງອັດຕະປື ກໍ່ເວົ້າວ່າເຄື່ອງມື ປະຖົມພຍາບານເບື້່ອງຕົ້ນ ຍັງຕ້ອງການຫລາຍຢູ່ ສ່ວນອຸປກອນການແພດອື່ນໆ ກຳລັງຮວບຮວມ ແຕ່ລະປະເພດວ່າມີຄວາມຕ້ອງການເພີ່ມເທົ່າໃດ.
"ພວກເຮົາຍັງຮວບຮວມຢູ່ດຽວນີ້ ເຮົາກໍ່ເບິ່ງອຸປກອນທີ່ເຮົາມີ ແລະ ກໍອຸປກອນທີ່ຈຳນວນນຶ່ງ ທາງການຊ່ວຍເຫລືອຈາກ ພາຍໃນ ແລະ ຕ່າງປະເທດ ດຽວນີ້ກຳລັງຈັດຢູ່ ພວກເຮົາຈະເຮັດແຜນຣະອຽດ ຄັນວ່າມີຊ່ວຍເຫຼືອ ພວກເຮົາກໍສິສົ່ງແຜນໃຫ້ເປັນ ຣາຍລະອຽດ ພວກເຮົາ ກໍ່ຕ້ອງການເນາະ ໃນເບື້ອງຕົ້ນພວກເຮົາ ກໍບໍ່ທ່ວງບໍ່ທັນ ຄວາມຮຽກຮ້ອງຕ້ອງການນີ້ຍັງມີຢູ່."
ໂຮງໝໍແຂວງອັດຕະປື ແລະ ໂຮງໝໍເມືອງສະໜາມໄຊ ທີ່ປີ່ນປົວຜູ້ປະສົບພັຍພິບັດນັ້ນ ມີຜູ້ເຂົ້າມາປີ່ນປົວຫລາຍ ດັ່ງນັ້ນຈື່ງຕ້ອງການເຄື່ອງມື ການແພດ ແລະ ຢາປົວພຍາດຫລາຍຂື້ນ ເປັນຕົ້ນ ຫລັກຕັ້ງສາຍນໍ້າເກືອ, ນໍ້າຢາລ້າງບາດ, ຢາຕ້ານເຊື້ອ, ຢາແກ້ພຍາດຜີວໜັງ ແລະ ພວກຢາກິນທັງແບບນໍ້າ ແລະ ແບບເມັດ.