ຄົນຕິດເຊື້ອມາເລເຣັຽຢູ່ ແຂວງໃຕ້

0:00 / 0:00

ແຂວງອັດຕະປື ແລະແຂວງຈຳປາສັກ ມີຄົນຕິດເຊື້ອໄຂ້ປ່າມາເລເຣັຽ 400 ປາຍຄົນ ຍ້ອນນອນບໍ່ກາງມຸ້ງ, ໃນຈຳນວນດັ່ງກ່າວ ຢູ່ແຂວງ ອັດຕະປື ມີຜູ້ຕິດເຊື້ອໄຂ້ປ່າມາເລເຣັຽ 286 ຄົນ ແລະ ຢູ່ແຂວງຈຳປາສັກ 138 ຄົນ.

ຜູ້ຕິດເຊື້ອສ່ວນຫລາຍເປັນຜູ້ຊາຍ ທີ່ມັກໄປຫາກິນຕາມປ່າດົງດິບ ໂດຍໄປນອນໃນປ່າເປັນທິດ, ສອງທິດ ແລະເປັນເດືອນກໍມີ, ຖືກຍຸງ ກົ້ນຊີ້ກັດ, ຕິດເຊື້ອໄຂ້ປ່າມາເລເຣັຽ ຕອນກັບບ້ານ ຊຶ່ງເປັນບັນຫາຍາກ ທີ່ຈະຄວບຄຸມໄດ້. ຕາມຄຳເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອັດຕະປື ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ເມສານີ້:

"ການຕິດເຊື້ອສຳລັບ ປີ 2019 ນີ້ ກ່າພົບທັງໝົດ 286 ສ່ວນຫລາຍການທຳມາຫາກິນຂອງເຂົາ ແມ່ນຢູ່ໃນປ່າເຂົ້າໄປນອນໃນປ່າ ເປັນ ເດືອນ ເປັນ 7 ວັນ ເປັນ 15 ວັນຈັ່ງຊີ້ເນາະ ກັບມາແຕ່ປ່າເຂົາ ກະມີອາກການໄຂ້ ແລ້ວມາກວດກໍ່ພົບເຊື້ອ."

ໃນຂນະດຽວກັນ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຈຳປາສັກ ກໍກ່າວວ່າ ໃນປີ 2019 ນີ້ ທາງແຂວງໄດ້ມີມາຕການຄວບຄຸມ ແລະປ້ອງກັນ ຍຸງກົ້ນຊີ້ ຊຶ່ງເປັນພາຫະຂອງເຊື້ອໄຂ້ປ່າມາເລເຣັຽ ນັ້ນກັດ. ດ້ວຍການຊ່ອຍເຫລືອ ຂອງອົງການອະນາມັຍໂລກ ໄດ້ແຈກມຸ້ງຍ້ອມນໍ້າຢາໃຫ້ ປະຊາຊົນ ໃນແຕ່ລະຄອບຄົວ, ດັ່ງທີ່ທ່ານກ່າວວ່າ:

ອົງການ ອະນາໄມໂລກ ເພີ່ນເປັນຜູ້ອະນຸມັດ ໃນການຈັດຊື້ມຸ້ງຍ້ອມຢາ ເພີ່ນເອົາມາແຈກ ກໍແມ່ນນໍ້າຢາເຄມີ ມຸ້ງຈະມາຮອດຈຳປາສັກນີ້ ປະມານເດືອນໜ້າ ສາມແສນກວ່າດາງ ແລະ ເຮົາຈະສົ່ງໃຫ້ຊຸມຊົນ ກຽມໃສ່ຣະດູຝົນ ເພາະເປັນ ຣະດູການຄົນເປັນໄຂ້ ມາເລເລເຣັຽຫລາຍ.

ກ່ຽວກັບການຊ່ອຍເຫລືອ ປະຊາຊົນລາວ ໃນການປ້ອງກັນ ເຊື້ອພຍາດດັ່ງກ່າວ ນັບຕັ້ງແຕ່ປີ 2012 ຊຶ່ງເປັນປີ ທີ່ອົງການອະນາມັຍໂລກ ຣາຍງານວ່າ ທົ່ວປະເທດລາວ ມີຜູ້ເສັຽຊີວິດຍ້ອນໄຂ້ປ່າມາເລເຣັຍ ຈຳນວນ 44 ຄົນ ແລະ ມີຜູ້ຕິດເຊື້ອພຍາດນີ້ 16 ພັນຄົນນັ້ນ ຕາມຂໍ້ມູນ ຂອງ ສະຖານທູດ ສະຫະຣັຖອະເມຣິກາ ປະຈຳລາວ ແລ້ວແມ່ນວ່າຣັຖບານ ສະຫະຣັຖອະເມຣິກາ ໄດ້ຊ່ອຍມຸ້ງຍ້ອມນ້ຳຢາ ຜ່ານກະຊວງ ສາທາຣະນະສຸຂ ຫຼາຍກ່ວາ 440 ພັນດາງ.