ຢູ່ລາວ ມີຜູ້ຕິດໂຄວິດ-19 ຕື່ມອີກ 60 ຄົນ
2021.05.05

ຈາກຜົລຂອງການກວດວິເຄາະ 1,463 ຄົນ ໃນມື້ວັນທີ 3 ພຶສພາ 2021 ລາວພົບຜູ້ຕິດໂຄວິດ-19 ຕື່ມອີກ 60 ຄົນ,ເຮັດໃຫ້ມີຜູ້ຕິດ ເຊື້ອສະສົມເພິ່ມຂຶ້ນເປັນ 1,026 ຄົນ, ອີງຕາມຄໍາ ຖແລງຂອງ ດຣ. ພອນປະເສີດ ໄຊຍະມົງຄຸນ ຮອງຫົວໜ້າກົມຄວບຄຸມພຍາດ ຕິດຕໍ່ ກະຊວງສາທາຣະນະສຸຂ, ຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການຣະບາດ ຂອງ ໂຄວິດ-19 ຕໍ່ສື່ມວນຊົນ ໃນມື້ວັນທີ 4 ພຶສພາ ນີ້:
“ການວິເຄາະຊອກຫາເຊື້ອໂຄວິດ-19 ໃນມື້ວານນີ້ຄືວັນທີ 3 ພຶສພາ ໄດ້ເກັບຕົວຢ່າງມາກວດທັງໝົດ 1,463 ຕົວຢ່າງ ຊຶ່ງຜົລການ ວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 60 ຄົນ.”
ຍານາງກ່າວຕື່ມວ່າ ຜູ້ຕິດໂຄວິດ-19 ຣາຍໃໝ່ນີ້ ແມ່ນກວດພົບຢູ່ ນະຄອນຫຼວງວຽງຈັນ 8 ຄົນ, ແຂວງຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສວັນນະເຂດ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ທຸກຄົນໄດ້ຮັບການປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ.
ພ້ອມດຽວກັນນັ້ນ ທ່ານ ພູວົງ ວົງຄໍາຊາວ ຫົວໜ້າ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ກໍໄດ້ຖແລງຕໍ່ ສື່ມວນຊົນ ໃນມື້ດຽວກັນນັ້ນວ່າ ນະຄອນຫຼວງວຽງຈັນ ເປັນແຂວງນຶ່ງທີ່ມີຄົນຕິດໂຄວິດ-19 ຫຼາຍທີ່ສຸດ ໃນປະເທດ ແລະຍັງຕ້ອງໄດ້ ເຝົ້າຣະວັງ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດການຣະບາດ ໄປເຂດໃໝ່ ແລະ ຣະບາດໃນຊຸມຊົນ.
ທ່ານກ່າວວ່າ ເມື່ອສັປດາທີ່ຜ່ານມາ ຍັງມີປະຊາຊົນ ບາງຄອບຄົວ ຕັ້ງວົງຊຸມແຊວກິນເຫລົ້າ ເນືອງນັນ ຊຶ່ງຖືວ່າມີຄວາມສ່ຽງສູງຕໍ່ ການທີ່ຈະຕິດໂຄວິດ-19 ແລະ ທາງເຈົ້າໜ້າທີ່ ກໍໄດ້ກ່າວຕັກເຕືອນແລ້ວ ແລະວ່າ ຍັງສືບຕໍ່ປະຕິບັດຕາມ ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ, ຫ້າມບໍ່ໃຫ້ຜູ້ຄົນອອກຈາກເຮືອນ ຖ້າບໍ່ຈໍາເປັນ ດັ່ງທີ່ທ່ານກ່າວວ່າ:
“ພວກເຮົາໄດ້ເອົາໃຈໃສ່ຢ່າງເຂັ້ມງວດນໍ ບໍ່ມີການເຕົ້າໂຮມຊຸມແຊວກັນ ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຫາງສຽງຈໍານວນນຶ່ງວ່າບາງ ເຮືອນບາງຊານກະຍັງມີການຊຸມແຊວ ຕໍາຈອກ ຕໍາຫຍັງກັນຢູ່ ອັນນີ້ພວກເຮົາກະໄດ້ ມີການລົງກວດກາແລ້ວ ກະວ່າເຕືອນຄອບຄົວ ທີ່ມີການກະທໍາດັ່ງກ່າວ ແຕ່ໂດຍລວມແລ້ວ ກະຖືວ່່າພໍ່ແມ່ປະຊາຊົນ ເຮົາມີການພ້ອມຈິດພ້ອມໃຈ ກັນປະຕິບັດຕາມມາຕການ ຂອງ ນາຍົກຣັຖມົນຕຣີ.”
ເຣື່ອງຂ່າວອອນລາຍ ທີ່ເວົ້າວ່າ ມີຄົນວຽດນາມ 25 ຄົນ ຕິດໂຄວິດ-19 ຢູ່ບ້ານນາໄຊ ເມືອງໄຊເສດຖານັ້ນ ເຈົ້າໜ້າທີ່ຄະນະ ສະເພາະກິດ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສພາ ນີ້ວ່າ ບໍ່ເປັນ ຄວາມຈິງ, ຄວາມຈິງແລ້ວແມ່ນຕິດ ເຊື້ອພຽງ 2 ຄົນ ແລະ ໄດ້ສົ່ງພວກກ່ຽວ ໄປປິ່ນປົວ ແລະ ຕິດຕາມອາການຢູ່ ໂຮງໝໍແລ້ວ. ບໍ່ມີຜູ້ໃດໄດ້ສໍາພັດ ແລະ ໃກ້ຊິດກັບຜູ້ຕິດເຊື້ອ.
ແຕ່ຫາກວ່າຊາວບ້ານຄົນໃດ ກັງວົນຢ້ານຕິດເຊື້ອ ກໍໄປກວດຢູ່ສູນກວດໃນນະຄອນຫຼວງວຽງຈັນ ແຕ່ຈະໄດ້ເສັຍຄ່າກວດເອງ ຍ້ອນ ບໍ່ຢູ່ໃນກຸ່ມສ່ຽງ ດັ່ງທີ່ທ່ານກ່າວວ່າ:
“ຕິດສອງຄົນຄົນວຽດ ຄົນຢູ່ສາມແຍກນາໄຊຫັ້ນເດ ຂ່າວຜິດວ່າ 25 ຄົນ 25 ຄົນມັນລວມໝົດ ທັງຢູ່ໃນນະຄອນຫຼວງວຽງຈັນ ລວມໝົດ ຂະເຈົ້າມາເວົ້າຢູ່ນາໄຊ ບ່ອນດຽວຫັ້ນນະ ຂ່າວຜິດພາດ ກວດຫັ້ນໝາຍຄວາມວ່າ ກຸ່ມສ່ຽງໄປກວດ ແຕ່ພວກອື່ນເຂົາ ກະບໍ່ໄດ້ ກວດແຫຼະ ມັນບໍ່ມີຄວາມສ່ຽງເດ ຄັນວ່າໄປກວດແທ້ໆ ກະຕ້ອງໄດ້ເສັຍເງິນແບບສ່ວນຕົວຫັ້ນນະ.”
ເຈົ້າໜ້າທີ່ ຄະນະສະເພາກິດ ປ້ອງກັນໂຄວິດ-19 ກໍໄດ້ໄປພົ່ນຢາຂ້າເຊື້ອ ຢູ່ຕລາດນ້ອຍນາໄຊ ແລະ ເຮືອນຂອງພວກກ່ຽວແລ້ວ.
ຜູ້ຕາງໜ້າສະມາຄົມ ຄົນວຽດນາມ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ປັດຈຸບັນຢູ່ ລາວ ຄົນວຽດນາມ ຕິດໂຄວິດ-19 -45 ຄົນ, ທັງໝົດ ເປັນຄົນງານທີ່ເຂົ້າມາເຮັດວຽກຢູ່ລາວ ຊຶ່ງສ່ວນໃຫຍ່ເປັນຄົນວັຍໜຸ່ມ ທີ່ໄປທ່ຽວຕາມ ຮ້ານນວດ ແລະ ສະຖານບັນເທີງ ໃນໄລຍະບຸນປີໃໝ່ລາວ ດັ່ງທີ່ທ່ານກ່າວວ່າ:
“ເປັນຄົນວຽດນາມ ມາຈາກວຽດນາມໝົດເລີຍ ພວກເຮົາກະຮ່ວມມືນໍາ ສະເພາະກິດ ວຽກປ້ອງກັນນີ້ແຫຼະ ເພາະວ່າທາງຄົນວຽດເຮົາ ກະຢາກໄດ້ຂໍຄວາມຊ່ອຍເຫຼືອຂອງຄົນໃຈບຸນ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອທັງໝົດ ໄດ້ຮັບການປິ່ນປົວ ແລະຕິດຕາມອາການ ຢູ່ໂຮງໝໍໃນ ນະຄອນຫຼວງວຽງຈັນ ແລະໄດ້ສົ່ງຣາຍຊື່ ພວກກ່ຽວໃຫ້ສະຖານທູດ ວຽດນາມ ປະຈໍາລາວ ຊາບແລ້ວ.
ໃນມື້ວັນທີ 4 ພຶສພາ ນີ້ຣັຖບາລວຽດນາມ ໄດ້ມອບເງິນ 5 ແສນໂດລາສະຫະຣັຖ ແລະສົ່ງທິມແພດຊ່ຽວຊານ 35 ຄົນ ພ້ອມດ້ວຍ ອຸປກອນ ການແພດຈໍານວນນຶ່ງຊ່ອຍເຫລືອລາວ ໃນໄລຍະໂຄວິດ-19 ຣະບາດຮຸນແຮງຢູ່ນີ້.
ໃນມື້ດຽວກັນ ທາງການຈີນກໍໄດ້ສົ່ງຄະນະຜູ້ຊ່ຽວຊານ ການແພດຈີນ 25 ຄົນ ທີ່ເປັນຜູ້ຊ່ຽວຊານ ດ້ານຣະບາດວິທຍາ ການຂ້າເຊື້ອ, ການກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ຜແນກມໍຣະສຸມ ແລະອື່ນໆ ມາຊ່ອຍລາວ ເພື່ອວາງແຜນຄວບຄຸມ ແລະປິ່ນປົວ, ຍົກຣະດັບວິຊາການ ແລະຄວາມສາມາດ ໃນການຮັບມືກັບພຍາດ ຂອງ ແພດໝໍລາວ ແລະຄົ້ນຄວ້າ, ວິເຄາະກ່ຽວກັບ ການແຜ່ລະບາດ ຂອງໂຄວິດ-19.
ເຈົ້າໜ້າທີ່ອົງການ ອະນາມັຍໂລກ ປະຈໍາລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສພາ ນີ້ວ່າ ການຣະບາດຂອງ ໂຄວິດ-19 ຢູ່ລາວຮອບນີ້ ຖືວ່າຮຸນແຮງຫຼາຍສໍາລັບ ລາວ, ເຈົ້າໜ້າທີ່ອົງການອະນາມັຍໂລກ ໃຫ້ການຊ່ອຍເຫຼືອ, ໄປປະຈໍາການ ຢູ່ສູນກວດວິເຄາະ ຫາເຊື້ອໂຄວິດ-19 ແລະໂຮງໝໍສູນກາງ ເພື່ອໃຫ້ຄໍາແນະນໍາ ທາງດ້ານເຕັກນິກ ແລະ ວິຊາການການແພດແກ່ ແພດໝໍລາວ ດັ່ງທີ່ທ່ານກ່າວວ່າ
“ມີ ຈະເປັນທິມງານຕອບໂຕ້ ທິມງານສຸກເສີນຫັ້ນນະ ເຂົາເຈົ້າປະຈໍາຢູ່ສູນຣະບາດ ເຮັດວຽກຊ່ອຍກະຊວງ ຢູ່ສູນເລີຍຈະໄປເກັບ ກໍາຂໍ້ມູນ ຈະໄປຊ່ອຍເຣື່ອງວິຊາການ ຢູ່ພຸ້ນໝົດ ເລີຍຢູ່ພີ້ຢາກໜ້ອຍແນ່ແລ້ວ ຢູ່ໃນນະຄອນຫຼວງນະເຈົ້າ ແຕ່ວ່າກະຖືວ່າມີຫຼາຍ ໃນປະເທດລາວ ຫັ້ນລະ ປົກກະຕິຈະບໍ່ຕິດເຊື້ອຫຼາຍຂນາດນີ້.”
ທ່ານກ່າວຕື່ມວ່າ ສໍາລັບການຣະບາດຂອງ ເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຖືວ່າຄວບຄຸມໄດ້ໃນຣະດັບນຶ່ງແລ້ວ, ອາຈເຮັດ ໃຫ້ຈໍານວນຜູ້ຕິດເຊື້ອຫລຸດລົງ ໄປເລື້ອຍໆ ແລະ ເຝົ້າຣະວັງບໍ່ໃຫ້ມັນຣະບາດຂຶ້ນອີກ.
ແຕ່ສໍາຄັນແມ່ນການຣະບາດ ຢູ່ແຂວງຕ່າງໆ ທີ່ມີຂໍ້ຈໍາກັດທັງບຸຄລາກອນ ອຸປກອນການແພດ ແລະສະຖານທີ່ປິ່ນປົວ ຊຶ່ງທາງການ ລາວຈະຕ້ອງກວດຫາຜູ້ຕິດເຊື້ອໃຫ້ໄວທີ່ສຸດ ເພື່ອນໍາມາປິ່ນປົວຕິດຕາມອາການ ແລະສະກັດກັ້ນການຣະບາດ ເຂົ້າໄປໃນເຂດຊຸມຊົນ.
ອີງຕາມການຣາຍງານຂອງ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ວັນທີ 4 ພຶສພາ ນີ້ ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 180,598 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອສະສົມ 1,026 ຄົນ, ປິ່ນປົວຫາຍແລ້ວ 60 ຄົນ, ກໍາລັງ ປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 966 ຄົນ, ຍັງບໍ່ມີຜູ້ເສັຍຊີວິດ.
ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນ ໂຄວິດ-19 ຈໍານວນ 317,989 ຄົນ. ໃນນັ້ນມີຜູ້ໄດ້ ສັກເຂັມທີ 1 ແລ້ວ 243,059 ຄົນ ແລະ ສັກເຂັມທີ 2 ແລ້ວ 74,930 ຄົນ.