ຄົນງານຈີນຖືກກັກ ຢູ່່ໂຮງແຮມ ຫາຍໂສກແລ້ວ

ໂຮງແຮມຫາຍໂສກ ທີ່ ກັກໂຕ ຄົນງານຈີນໄວ້ ແລະ ຄະນະສະເພາະກິດ ແຂວງຫຼວງພະບາງ ກໍຢືນຢັນວ່າຊາວຈີນ ທີ່ມາແຕ່ແຂວງ ອຸດົມໄຊ ໄດ້ຜ່ານກັກກັນ ຕາມລະບຽບແລ້ວ ແຕ່ກໍຈະມີ ການກວດຫາເຊື້ອໂຄວິດ-19 ຕື່ມອີກ.
ໂຮງແຮມຫາຍໂສກ ທີ່ ກັກໂຕ ຄົນງານຈີນໄວ້ ແລະ ຄະນະສະເພາະກິດ ແຂວງຫຼວງພະບາງ ກໍຢືນຢັນວ່າຊາວຈີນ ທີ່ມາແຕ່ແຂວງ ອຸດົມໄຊ ໄດ້ຜ່ານກັກກັນ ຕາມລະບຽບແລ້ວ ແຕ່ກໍຈະມີ ການກວດຫາເຊື້ອໂຄວິດ-19 ຕື່ມອີກ. (ນັກຂ່າວພົລເມືອງ)

0:00 / 0:00

ຊາວແຂວງຫຼວງພຣະບາງ ຕ່າງກໍແຕກຕື່ນເມື່ອໄດ້ຮູ້ຂ່າວວ່າ ມີຊາວຈີນ ທີ່ເດີນທາງມາແຕ່ ແຂວງອຸດົມໄຊ ເຂົ້າມາພັກທີ່ໂຮງແຮມ ຫາຍໂສກ ແຂວງຫຼວງພຣະບາງ. ໂດຍຄົນຈີນກຸ່ມ ນີ້ເປັນຄົນງານ ຂອງໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ.

ກ່ອນໜ້ານີ້ກຸ່ມດັ່ງກ່າວອອກມາຈາກ ແຂວງຫຼວງນໍ້າທາ ແລະ ໄດ້ກັກໂຕຕາມຣະບຽບການ ແລ້ວກໍເດີນທາງຕໍ່ມາແຂວງອຸດົມໄຊ ໂດຍ ເຈົ້າໜ້າທີ່ສະເພາະກິຈ ແຂວງອຸດົມໄຊ ໄດ້ກວດພົບນຶ່ງກໍຣະນີ ທີ່ສົງສັຍ. ຈາກນັ້ນໄດ້ແຈ້ງໃຫ້ກວດ ອີກຮອບນຶ່ງ ແຕ່ຜູ້ກ່ຽວກັບລັກ ເດີນທາງມາ ແຂວງຫຼວງພຣະບາງ ກ່ອນ ໂດຍຜົລກວດບໍ່ທັນອອກ.

ຕໍ່ກັບກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຂແນງການ ທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 17 ພຶສພາ ວ່າ. ຄະນະສະເພາະກິຈ ແຂວງຫລວງພຣະບາງ ໄດ້ນຳເອົາກຸ່ມຄົນງານດັ່ງກ່າວ ເຂົ້າສູນກັກບໍຣິເວນ ຕາມຣະບຽບໃນນີ້ມີ 10 ຄົນ ພ້ອມທັງຄົນຂັບຣົດຄົນ ລາວ 2 ຄົນ ແລະ ເຈົ້າໜ້າທີ່ວິຊາການ ຂອງລາວ 6 ຄົນ ຮວມເປັນ 18 ຄົນ ຢູ່ໂຮງແຮມຫາຍໂສກ ໃນນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລະ ຍັງບໍ່ທັນພົບຜູ້ຕິດເຊື້ອ.

"ຂະເຈົ້າມາແຕ່ອຸດົມໄຊນ່າ ແລ້ວຂະເຈົ້າກາມາກວດແລ້ວບາດນີ້ ຍັງອີກຕື່ມຜູ້ນຶ່ງຍັງມີບັນຫາຢູ່ ແລ້ວເຂົາລະບອກຖ້າລາວເຂົາລະ ມາເລີຍນ່າ. ດຽວນີ້ຢູ່ຫລວງພຣະບາງນີ້ ຂະເຈົ້າ ກະຊິມີການເບິ່ງອາການ ຕາມກຳນົດບໍ່ມີຫຍັງ ຂະເຈົ້າຊິເວົ້າແນວໃດກັນກະບໍ່ຮູ້."

ຕໍ່ເຫດການທີ່ເກີດຂຶ້ນ ຊາວຫລວງພຣະບາງ ໄດ້ກ່າວວ່າ ຮູ້ສຶກຕົກໃຈ ຕໍກັບຂ່າວນີ້ຄືກັນ ຢ້ານເຊື້ອໂຄວິດ-19 ຣະບາດອີກເຮັດໃຫ້ ຫຼາຍບ້ານພາກັນປິດທາງເຂົ້າ-ອອກເພື່ອປ້ອງກັນ.

"ເຂົ້າມາແລ້ວຕິດໂຄວິດ ຜູ້ນຶ່ງຫັ້ນນ່າ ປາ... ຂະເຈົ້າຢ້ານແທ້ໄດ ບ້ານຕໍ່ບ້ານ ຂະເຈົ້າດຽວນີ້ນ່າ ຂະເຈົ້າເຂັ້ມໄດ ແລ້ວກະມີຄົນອື່ນ ໜ້າແປກມາຊິກະຂະເຈົ້າກັນປະຕູ ຫົນທາງບ້ານ ໃຜມັນໝົດເນາະ."

ຊາວແຂວງຫລວງພຣະບາງ ອີກຄົນນຶ່ງກໍກັງວົນໃຈ ຕໍ່ກັບເຫດການກຸ່ມຄົນຈີນ ທີ່ເຂົ້າມາແລ້ວມີຜູ້ຕິດເຊື້ອ 1 ຄົນ.

"ຕິດພຽງຄົນດຽວຫັ້ນນ່າ ກະຣະວວັງໄວ້ ເພາະວ່າຢ້ານມັນແຮງໂພດ ຫັ້ນນ່າ ຄວາມຈິງບ້ານສູ່ຂ້ອຍມັນກາບໍ່ຕິດ. ກະບໍ່ຮູ້ວ່າອັນເພິ່ນ ຊິປະຕິບັດແບບໃດ ເຮົາກະຍັງບໍ່ທັນຮູ້ເທື່ອ."

ປັຈຈຸບັນຄົນໃນແຂວງໄປຫາຊູ່ກັນ ໄດ້ແຕ່ວ່າສຳລັບຄົນມາຈາກແຂວງອື່ນ ຍັງບໍ່ອະນຸຍາດໃຫ້ເຂົ້າມາເທື່ອ ຄົນໃນແຂວງໄປໃສມາ ປົກກະຕິແຕ່ກະຕ້ອງມີການປ້ອງກັນໃສ່ແມັສ. ດັ່ງປະຊາຊົນເວົ້າເຖິງເຫດການໃນແຂວງ.

"ຄົນໃນແຂວງກະໄປຫາສູ່ກັນໄດ້ຢູ່ ເຈົ້າຕອນນີ້. ແຕ່ວ່າເຂົາເຈົ້າຍັງບໍ່ທັນໃຫ້ແຂວງ ທີ່ວ່າມີເຊື້ອນະເຈົ້າເຂົ້າມາເທື່ອ. ຄົນຢູ່ໃນແຂວງ ກະໄປໃສ່ໄດ້ປົກກະຕິເຈົ້າໃຊ້ຊີວິດ ປົກກະຕິ ແລ້ວແຕ່ກະມີແຕ່ວ່າໃສ່ແມັສ ລ້າງມືລ້າງຫຍັງ."

ສະພາບການການຣະບາດຂອງເຊື້ອ ພຍາດໂຄວິດ-19 ໃນແຂວງຫລວງພຣະບາງ ຕາມການຣາຍງານຂອງ ຄະນະສະເພາະກິຈຍັງ ບໍ່ພົບຜູ້ຕິດເຊື້ອ ເພີ່ມມາຫຼາຍສັປດາແລ້ວ. ຫລ້າສຸດວັນທີ 17 ພຶສພາ ຕາມການຣາຍງານມີຜູ້ຕິດເຊື້ອເພີ່ມ 47 ຄົນໃນນີ້ນະຄອນ ຫລວງວຽງຈັນ 04 ຄົນ, ແຂວງບໍ່ແກ້ວ (ເມືອງຕົ້ນເຜີ້ງ) 38 ຄົນ, ແຂວງສວັນນະເຂດ 02 ຄົນ ແລະ ຈຳປາສັກ 1 ຄົນ. ສ່ວນຜູ້ ຕິດເຊື້ອສະສົມຮວມ ທົ່ວປະເທດ 1,638 ຄົນ. ໃນນີ້ຍອດຕິດເຊື້ອສະສົມ ແຂວງຫລວງພຣະບາງ 16 ຄົນ.