ຄົນງານລາວຢູ່ໄທຍ ປ້ອງກັນ ໂຄວິດ-19 ເຄັ່ງຄັດ

ມະນີຈັນ
2020.12.31
ຄົນງານລາວຢູ່ໄທຍ ປ້ອງກັນ ໂຄວິດ-19 ເຄັ່ງຄັດ ການໃສ່ຜ້າ ອັດປາກ-ອັດດັງ ກາຍເປັນສິ່ງຈຳເປັນ ໃນໄລຍະໂຄວິດ-19 ແຜ່ຣະບາດ. ຖ່າຍຮູບເມື່ອ: ເດືອນມີນາ 2020. ໂດຍ: TS
RFA

ນັບຕັ້ງແຕ່ເຊື້ອພະຍາດ ໂຄວິດ-19 ກັບມາຣະບາດອີກເປັນຄັ້ງທີ 2 ຢູ່ປະເທດໄທ ຊຶ່ງເຮັດໃຫ້ມີຄົນງານຕ່າງປະເທດ ຮວມທັງຄົນງານລາວ ຜູ້ນຶ່ງທີ່ເຮັດວຽກຢູ່ໄທ ຕິດເຊື້ອພະຍາດນັ້ນ ຄົນງານລາວຜູ້ອື່ນໆ ກໍຣະມັດຣະວັງຕົວ ຫລາຍຂຶ້ນ ເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້, ອີງຕາມຄໍາເວົ້າຂອງຄົນງານລາວ ຜູ້ນຶ່ງ ທີ່ເວົ້າຄວາມລາວ ປົນຄວາມໄທ ຕໍ່ RFA ໃນມື້ວັນທີ 30 ທັນວານີ້:

ສ່ວນຫລາຍ ຂ້ອຍກະບໍ່ຄ່ອຍໄດ້ອອກໄປໃສ  ໄປຂ້າງນອກກໍໃສ່ຜ້າ ອັດດັງ. ທາງຈັງຫວັດທີ່ຂ້ອຍຢູ່ ກໍເຂັ້ມງວດຢູ່ ແຈ້ງກໍບໍ່ທົ່ວເຖິງ ແຕ່ວ່າຂອງໄທສິຮັດກຸມກວ່າ ເພາະວ່າເວລາເພິ່ນແຈ້ງ ຈະອອກໂທຣະພາບ. ທາງລາວມີແຕ່ຂຽນໃບຟອມ ອອກມາແລ້ວກໍມີແຈ້ງການ ທາງອອນລາຍ ແລ້ວກໍບໍ່ທົ່ວເຖິງ ຄົນຮູ້ກໍຮູ້ ຄົນບໍ່ຮູ້ກໍບໍ່ຮູ້.

ຄົນງານລາວ ອີກຜູ້ນຶ່ງທີ່ເຮັດວຽກຢູ່ໄທ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ກໍປະຕິບັດຕາມ ແຈ້ງການຂອງທາງການໄທເພິ່ນຄືກັນ ເປັນຕົ້ນ ບໍ່ອອກໄປນອກພື້ນທີ່ທີ່ຕົນຢູ່ ແລະຄັນອອກໄປບ່ອນໃກ້ໆເຮືອນພັກ ກໍໃສ່ຜ້າອັດປາກອັດດັງ ຍ້ອນຢ້ານຈະຕິດເຊື້ອໂຄວິດ-19, ດັ່ງທີ່ທ່ານເວົ້າຄວາມລາວ ປົນຄວາມໄທ ຕອນນຶ່ງວ່າ:

ເປັນຄົນລາວ ເພິ່ນກໍວ່າ ບໍ່ໃຫ້ອອກໄປໃສ ຢູ່ໄກ້ໆແຖວນີ້ ເພິ່ນກໍຕັ້ງດ່ານກວດໂຄວິດ ໝົດແລ້ວ ໄປໃສມາໃສເພິ່ນຈະກວດ ແບບວ່າຖ້າເປັຍຄົນຕ່າງດ້າວ ເຂົ້າຈະກວດເຂັ້ມງວດ ກໍຢ້ານ ຕອນນີ້ບໍ່ກ້າອອກໄປໃສແລ້ວ. ຢູ່ໄປກ່ອນໂດຍບໍ່ຕ້ອງເຄື່ອນຍ້າຍເລີຍ ໄປຕລາດໄກ້ໆແຖວນີ້ ອອກໄປໃສກໍໃສ່.

ຄົນງານຜູ້ນີ້ເວົ້າຕື່ມວ່າ ຕົນເອງ ແລະລູກນ້ອຍ ຢາກກັບຄືນໄປປະເທດລາວ ແຕ່ກໍບໍ່ຮູ້ວ່າ ຈະກັບໄປໄດ້ຫລືບໍ່ ຍ້ອນທາງການເພິ່ນບໍ່ໃຫ້ຄົນງານລາວອອກນອກພື້ນທີ່ ແລະດ່ານສາກົລກໍຍັງບໍ່ທັນເປີດ.

ແລະຄົນງານລາວອີກຜູ້ນຶ່ງ ທີ່ເຮັດວຽກຢູ່ໄທ ກໍເວົ້າເປັນພາສາແບບດຽວກັນນັ້ນ ຕໍ່ RFA ໃນມື້ວັນທີ 30 ທັນວານີ້ວ່າ ຮູ້ວ່າມີມາຕການປ້ອງກັນໂຄວິດ-19 ອອກມາຈາກສະຖານທູດລາວ ຊຶ່ງຕົນກໍພ້ອມປະຕິບັດຕາມ ທຸກຢ່າງ. ແລະມື້ວານນີ້ ກໍມີເຈົ້າໜ້າທີ່ໄທ ເຂົ້າມາກວດ ເບິ່ງສະພາບຄວາມເປັນຢູ່ ໃນບ່ອນທີ່ຕົນເຮັດວຽກ ພ້ອມທັງກວດສຸຂພາບ ຂອງຄົນງານທັງໝົດເບື້ອງຕົ້ນ. ແຕ່ເຖິງຢ່າງໃດກໍຕາມ ທາງບໍຣິສັດ ທີ່ຕົນເຮັດວຽກຢູ່ນໍາ ກໍມີມາຕການປ້ອງກັນເຊື້ອພະຍາດນັ້ນຢູ່ແລ້ວ ເປັນຕົ້ນແທກອຸນຫະພູມຮ່າງກາຍ ທຸກເຊົ້າ ກ່ອນຈະເລີ່ມເຮັດວຽກ ແລະຫ້າມຄົນນອກເຂົ້າມາໃນບ່ອນພັກ ຄົນງານ.

ຊ່ວງນີ້ກໍເດີນທາງໄປໃສ ບໍ່ໄດ້. ວັນກ່ອນ ເພິ່ນກໍລົງມາກວດແຄັມ ແທກອຸນຫະພູມ ເພິ່ນກໍມາຖາມຂ້ອຍວ່າ ຢູ່ຈັ່ງໃດ. ບໍຣິສັດຂ້ອຍ ຈະແທກອຸນຫະພູມທຸກໆມື້. ແຄັມຂ້ອຍນະ ຄົນນອກຈະບໍ່ໃຫ້ເຂົ້າ ເພິ່ນຈະເປີດປະຕູໃຫ້ຕອນ 5 ໂມງຫາ 6 ໂມງ ໃຫ້ຊົ່ວ ໂມງດຽວ ໃຫ້ອອກໄປຂ້າງນອກ ນອກນັ້ນເພິ່ນກໍຈະປິດໄວ້ເລີຍ.

ເມື່ອວັນທີ 28 ທັນວາ 2020, ສະຖານທູດ ສປປລາວ ປະຈໍາປະເທດໄທ ຂໍຄວາມຮ່ວມມືນໍາຄົນລາວຢູ່ໄທ ໃຫ້ປະຕິບັດ ດັ່ງນີ້:

  1. ຫ້າມເຄື່ອນຍ້າຍ ຫລືໜີອອກຈາກພື້ນທີ່ ທີ່ຕົນອາສັຍຢູ່ໃນປັດຈຸບັນ ຫລືຫ້າມເດີນທາງຂ້າມແຂວງ ເດັດຂາດ.
  2. ໃຫ້ການຮ່ວມມືກັບເຈົ້າໜ້າທີ່ໄທ ໃນການກວດຫາເຊື້ອພະຍາດ ໂຄວິດ-19. ຫາກກວດພົບເຊື້ອພະຍາດ ຣັຖບານໄທ ຈະໃຫ້ການປິ່ນປົວ ແບບບໍ່ໄດ້ເສັຽຄ່າໃຊ້ຈ່າຍ.
  3. ໃນໄລຍະນີ້ ທາງການໄທ ຈະບໍ່ປັບໃໝ, ຈັບກຸມ ຫລືດໍາເນີນຄະດີໃດໆ. ພາກສ່ວນທີ່ກ່ຽວຂ້ອງ ກໍາລັງພິຈາຣະນາ ນະໂຍບາຍຜ່ອນຜັນ ເພື່ອໃຫ້ຄົນງານລາວ ຜູ້ບໍ່ມີເອກສານແບບຖືກຕ້ອງຕາມກົດໝາຍ ອາສັຍ ແລະເຮັດວຽກ ໃນປະເທດໄທໄດ້ ແລະຂໍໃຫ້ຄົນງານລາວ ເອົາໃຈໃສ່ປ້ອງກັນຕົນເອງ ເປັນຕົ້ນ ໃສ່ຜ້າອັດປາກອັດດັງ, ລ້າງມືຢູ່ເລື້ອຍໆ ແລະໃຫ້ປະຕິບັດຕາມຣະບຽບການ ຂອງທາງການໄທ ຢ່າງເຄັ່ງຄັດ.

ສໍາລັບຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ມາຮອດປັດຈຸບັນ ໄດ້ເລີກດ່ານຫ້າມ ບໍ່ໃຫ້ຜູ້ຄົນເຂົ້າ-ອອກເມືອງແລ້ວ, ໃຫ້ໂຮງຮຽນ ເປີດການຮຽນການສອນ ໄດ້ຕາມປົກກະຕິ, ອີງຕາມຣາຍງານຂ່າວທ້ອງຖິ່ນ ຢູ່ລາວເມື່ອວັນທີ 28 ທັນວາ 2020.

ຢູ່ປະເທດລາວ ມີຄົນເຊື້ອພະຍາດໂຄວິດ-19 ທັງໝົດ 41 ຄົນ. ໃນນັ້ນປິ່ນປົວດີແລ້ວ 40 ຄົນ ແລະອີກຄົນນຶ່ງ ຍັງນອນປິ່ນປົວຢູ່ ໂຮງໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.