ຄົນງານລາວສ່ຽງຕິດໂຄວິດ ເຮັດວຽກ ຢູ່ໄທຍ

ໄຊຍາ
2021.01.22
ຄົນງານລາວສ່ຽງຕິດໂຄວິດ ເຮັດວຽກ ຢູ່ໄທຍ ສ່ວນນຶ່ງຂອງຄົນງານລາວ ກັບຈາກປະເທດໄທຍ ເຂົ້າມາຢູ່ສູນກັກໂຕຕາມມາຕການ ປ້ອງກັນການແຜ່ຣະບາດ ຂອງພຍາດ ໂຄວິດ-19
ພາບປະກອບ: ນັກຂ່າວພົລເມືອງ

ການຣະບາດຂອງເຊື້ອ ພຍາດໂຄວິດ-19 ຮອບສອງ ຢູ່ໄທຍ ຖືວ່າເປັນການຣະບາດໜັກກວ່າ ຮອບທີນຶ່ງ. ອັນໄດ້ສົ່ງຜົລກະທົບ ຕໍ່ຄົນງານລາວ ທີ່ເຮັດວຽກຢູ່ໄທຍ, ເຊິ່ງໃນໄລຍະເດືອນ ກັນຍາ 2020 ທາງການໄທຍ ໄດ້ປະກາດມາຕການຜ່ອນຜັນ ໃຫ້ແຮງງານ ທີ່ຖືກຕ້ອງຕາມກົດໝາຍ ສາມາດຕໍ່ຂຍາຍເວລາ ເຮັດວຽກອອກໄປໄດ້ 1 ປີ.

ຕໍ່ການຣະບາດໃນຮອບສອງຢູ່ໄທຍ, ກຸ່ມຄົນງານລາວບາງກຸ່ມ, ກໍຈຳເປັນຕ້ອງໄດ້ກັບປະເທດຍ້ອນວ່ານາຍຈ້າງເລີກຈ້າງ. ການກັບ ມາປະເທດກໍມີທັງລັກລອບເຂົ້າມາ ຜິດກົດໝາຍ ແລະ ກໍຜ່ານດ່ານຖືກຕາມກົດໝາຍ. ຈົນເຖີງປັຈຈຸບັນ ກໍຍັງມີແຮງງານລາວກັບມາ ຈາກໄທຍ, ຢ່າງຕໍ່ເນື່ອງ ດັ່ງທີ່ຄະນະສະເພາະກິຈ ໄດ້ອອກຣາຍງານ ເມື່ອວັນທີ 22 ມົກຣາ 2021 ວ່າ:

"ການຕິດຕາມຂອງຜູ້ທີ່ເດີນທາງເຂົ້າອອກ ສປປ ລາວ ມີທັງໝົດ 2.554 ຄົນ ຜ່ານຈຸດຜ່ານແດນລາວ-ໄທຍ ມີ 1,554 ຄົນ, ມີແຮງງານ ລາວກັບມາແຕ່ໄທຍ 49 ຄົນ, ສຳລັບການຕິດຕາມ ຜູ້ທີ່ຖືກຈຳກັດບໍຣິເວນຢູ່ ນໍາໃຊ້ຢູ່ 33 ຈຸດ, ມີຜູ້ຖືກຈຳກັດບໍຣິເວນຢູ່ 2,222 ຄົນ, ແລະ ແຮງງານລາວກັບມາແຕ່ໄທຍ ບໍ່ມີອາການ 339 ໂຕຢ່າງ. ຜ່ານມາແຮງງານ ລາວ ກໍເດີນທາງກັບປະເທດ, ແຕ່ໃນຂນະທີ່ຄົນງານ ທີ່ພໍມີວຽກເຮັດ ເຖິງວ່າຣາຍໄດ້ຈະຫຼຸດລົງແດ່ ແຕ່ກໍຍອມສ່ຽງຍ້ອນເຫດຜົລທີ່ວ່າ ຖ້າກັບມາລາວ ກໍຈະກັບເຂົ້າໄທຍ ບໍ່ໄດ້.

ອີກບັນຫານຶ່ງແມ່ນຢ້ານບໍ່ມີວຽກເຮັດ, ຖ້າມີວຽກເຮັດເງິນແຮງງານກໍໜ້ອຍກວ່າໄທຍ, ນອກຈາກນີ້ຣັຖບານຍັງບໍ່ໄດ້ມີມາຕການໃດໆ ເພື່ອ ຊ່ອຍເຫຼືອ ປະຊາຊົນ. ດັ່ງຄົນງານລາວຢູ່ໄທຍ ໄດ້ໃຫ້ສັມພາດວ່າຈຳເປັນຕ້ອງເລືອກ ເຮັດວຽກຢູ່ໄທຍ ບໍ່ຍອມກັບປະເທດລາວ.

ສຳພາດຄົນງານລາວຢູ່ໄທຍ.

ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຼີກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ, ແຮງງານລາວ ທີ່ກັບມາແຕ່ໄທຍ ປັຈຈຸບັນມີ ປະມານ 3 ແສນ ປາຍຄົນ. ສ່ວຄົນງານທີ່ເຮັດ ວຽກຖືກຕ້ອງຕາມກົດໝາຍ ກະຊວງແຮງງານ ຣະບຸວ່າ ມີປະມານ 330,700 ຄົນ ເປັນໂຕເລກຣາຍງານ ເມື່ອວັນທີ 30 ເດືອນ ທັນວາ 2020.

ຕໍ່ກັບບັນຫາແຮງງານລາວ ທີ່ເຮັດວຽກຢູ່ໄທຍ, ວິຊາການທີ່ປະສານງານຄົນງານລາວ, ໄປເຮັດວຽກຢູ່ໄທຍນັ້ນໄດ້ຊີ້ແຈງວ່າ; ການຣະບາດ ເທື່ອນີ້ໜັກໜ່ວງກວ່າຮອບທີນຶ່ງ ສົ່ງຜົລກະທົບ ຕໍ່ແຮງງານລາວ ຢ່າງໜ້ອຍ 4 ແສນຄົນ, ຕ້ອງຫວ່າງງານ ແລະ ກວ່າຈະຟື້ນເຂົ້າສູ່ພາວະປົກກະຕິ ກໍອາດໃຊ້ເວລາປະມານ 2 ປີ. ໃນສະພາບການເປັນແບບນີ້ຣັຖບານຕ້ອງມີ ມາຕການ ອອກຮອງຮັບ ເພື່ອຊ່ອຍເຫຼືອກຸ່ມຄົນເຫລົ່ານີ້ໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.