ຄົນງານລາວຕິດເຊື້ອ ໂຄວິດ19 ຢູ່ ໄທຍ
2021.04.15
ທ່ານ ກຽດຕິສັກ ຈັນທາ ເຈົ້າແຂວງ ແຂວງສະແກ້ວ ປະເທດໄທຍ ໄດ້ກ່າວຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ເມສາ 2021 ນີ້ວ່າ ຢູ່ແຂວງສະແກ້ວ ມີຄົນງານລາວຕິດໂຄວິດ-19 ໃໝ່ ໃນອາທິດນີ້ 1 ຄົນ ພາຍຫຼັງທີ່ລາວໄປທ່ຽວ ແລ້ວໄປສັມຜັດກັບຜູ້ຕິດ ໂຄວິດ-19 ຮວມທັງໝົດເປັນ 6 ຄົນ ກັບຜູ້ທີ່ຍັງປິ່ນປົວຢູ່.
ຄົນງານລາວຜູ້ນີ້ ເຂົ້າມາເຮັດວຽກຢູ່ໄທຍ ຖືກຕ້ອງຕາມກົດໝາຍ ມີ MOU ຖືກຕ້ອງ ລາວຈະໄດ້ຮັບການປິ່ນປົວຕາມນະໂຍບາຍ ຂອງຣັຖບານໄທຍ, ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ແຂວງສະແກ້ວ ປະເທດໄທຍ ໃນວັນທີ 15 ເມສາ ນີ້:
“ຖືກຕ້ອງ ເປັນຄົນງານຖືກຕ້ອງເນາະ ລາວບໍ່ໄດ້ລີ້ເຂົ້າມາ ພຽງແຕ່ລາວໄປທ່ຽວ ລາວໄປສັມຜັດສ່ຽງ ເຂົາຢູ່ຕາມໂຮງໝໍແລ້ວເຂົາ ໄດ້ຮັບການປິ່ນປົວແລ້ວ ການປິ່ນປົວຕອນນີ້ ຣັຖ ສນັບສນູນໝົດຢູ່ແລ້ວ ຣັຖສນັບສນູນ ສໍາລັບຜູ້ປ່ວຍຕອນນີ້ ຕ້ອງປິ່ນປົວໃຫ້ຫາຍ ດີກ່ອນ.”
ທ່ານກ່າວຕື່ມວ່າ ຫາກຄົນງານຄົນດັ່ງກ່າວ ປິ່ນປົວຫາຍດີແລ້ວ ຖ້າຫາກລາວມີຄວາມປະສົງ ຢາກກັບປະເທດລາວ ກໍສາມາດ ດໍາເນີນການກັບເມືອໄດ້, ແຕ່ຖ້າຫາກວ່າ ລາວຈະເຮັດ ວຽກຢູ່ໄທຍຕໍ່ ກໍຢູ່ໄດ້ ແລະທຸກຢ່າງ ແມ່ນໃຫ້ເປັນໄປຕາມຣະບຽບ ຂອງທາງການໄທຍ-ລາວ, ແຕ່ໃນຣະຫວ່າງນີ້ ໃຫ້ໂຄວິດ-19 ຢູ່ໄທຍຫາຍໄປກ່ອນ.
ຂໍ້ມູລຫຼ້າສຸດນີ້ ທົ່ວແຂວງສະແກ້ວ ປັດຈຸບັນ ມີຄົນງານລາວ ຕິດໂຄວິດ-19 ແລ້ວມານອນປິ່ນປົວ ຢູ່ໂຮງໝໍແຂວງສະແກ້ວ ທັງໝົດ 6 ຄົນ, ໃນນັ້ນ ຮວມທັງຄົນງານລາວ ທີ່ຕິດໂຄວິດ ກໍຣະນີໃໝ່ ເມື່ອວັນທີ 14 ເມສາ 2021 ນີ້ນໍາ, ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວວ່າ:
“ອັບເດດຫຼ້າສຸດ ເຂົາກໍຢູ່ໂຮງໝໍ ສົມເດັດ ຍຸພະຣາດ ສະແກ້ວ 2 ຄົນ ອັນນີ້ ປິ່ນປົວຢູ່ ແລະຢູ່ໂຮງໝໍວັງສົມບູນ ອີກ 4 ຄົນ ມັນຂຶ້ນ ຢູ່ກັບຄວາມສະດວກ ແລະຂຶ້ນຢູ່ກັບ ອາການຂອງ ຜູ້ປ່ວຍ ຖ້າຜູ້ປ່ວຍໜ້ອຍ ບໍ່ສະແດງອາການ ເຮົາເອົາໄປໄວ້ ທີ່ໂຮງໝໍສນາມ ເຊິ່ງຕອນນີ້ ເຮົາມີ 3 ແຫ່ງ ສ່ວນຜູ້ປ່ວຍ ທີ່ມີອາການ ເຮົາເອົາເຂົ້າປິ່ນປົວ ທີ່ໂຮງໝໍຫຼັກ.”
ສ່ວນຄົນງານລາວ ກໍຣະນີອື່ນ ທີ່ກວດພົບເຊື້ອໂຄວິດ-19 ແຕ່ບໍ່ໄດ້ສະແດງອາການ ເຊິ່ງບໍ່ມີຈໍານວນຄັກແນ່ ແມ່ນນອນເບິ່ງອາການ ຢູ່ໂຮງໝໍສນາມ ປະຈໍາເມືອງ ແລະແຂວງ ຕາມເງື່ອນໄຂ ທີ່ໂຮງໝໍສນາມສາມາດ ຮັບຜູ້ປ່ວຍໄດ້ ຮ່ວມກັບຄົນໄທຍ.
ພາຍຫຼັງທີ່ຮູ້ຂ່າວວ່າ ມີຄົນງານລາວ ຕິດໂຄວິດ-19 ຢູ່ແຂວງສະແກ້ວ ຄົນງານລາວ ຜູ້ນຶ່ງ ທີ່ເຮັດວຽກເປັນພະນັກງານ ຢູ່ໂຮງງານ ແປຮູບຢາງພາຣາ ຢູ່ແຂວງນົນທະບຸຣີ ປະເທດໄທຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ລາວຮູ້ສຶກຢ້ານຢູ່, ແຕ່ຊີວິດ ກໍຕ້ອງດໍາເນີນໄປ ຕາມປົກກະຕິ ແລະໂຮງງານທີ່ລາວ ເຮັດວຽກຢູ່ນັ້ນ ແມ່ນຍັງເປີດກິຈການ ຕາມປົກກະຕິຢູ່.
ສໍາລັບການເຮັດວຽກໃນໂຮງງານ ນາຍຈ້າງກໍໄດ້ແນະນໍາ ໃຫ້ພະນັກງານທຸກຄົນ ປະຕິບັດຕາມການປ້ອງກັນໂຄວິດ-19 ຂອງກະຊວງ ສາທາຣະນະສຸຂປະເທດໄທຍ ເວລາກິນເຂົ້າ ໃຫ້ຢູ່ຫ່າງຈາກພະນັກງານຜູ້ອື່ນ 2 ແມັດ, ໃສ່ຜ້າອັດປາກອັດດັງ ຕລອດເວລາທີ່ເຮັດ ວຽກ, ລ້າງມືຢ່າງສມໍ່າສເມີ ແລະ ໃຫ້ມີເຈວລ້າງມື ຕິດຖົງໄປນໍາ, ດັ່ງຄົນງານຜູ້ນີ້ ເວົ້າວ່າ:
“ກໍຄົນເຮົານີ້ກໍຈະມີການ ວັດແທກອຸນຫະພູມທູກມື້ ຫຼື ລ້າງເຈວກ່ອນເຂົ້າໂຮງງານເວັ້ນໄລຍະຫ່າງ 2 ແມັດ ປະຕິບັດຕາມມາຕຖານ ຂອງກະຊວງສາທາຣະນະສຸຂ ທີ່ວາງໄວ້ ເນາະ ບໍ່ເປັນຫຍັງປອດພັຍ.”
ຄົນງານລາວຜູ້ນີ້ ເວົ້າຕື່ມວ່າ ຫຼັງຈາກເລີກວຽກແລ້ວ ລາວກໍບໍ່ໄດ້ອອກຂ້າງນອກ ຫຼືໄປທ່ຽວຊຸມແຊວຢູ່ໃສ, ມີແຕ່ພັກຢູ່ຫ້ອງພັກຕາມ ທີ່ໂຮງງານ ແລະ ກະຊວງສາທາຣະນະສຸຂໄທຍ ໄດ້ຮຽກຮ້ອງມາ.
ໃນຂນະດຽວກັນ ຄົນງານລາວ ອີກຜູ້ນຶ່ງ ທີ່ເຮັດວຽກເປັນພະນັກງານຮ້ານອາຫານ ໃນເຂດຫ້ວຍຂວາງ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ເວົ້າວ່າອາຊີພຂອງຕົນ ເປັນອາຊີພທີ່ສ່ຽງ ເພາະຕ້ອງໄດ້ຕ້ອນຮອບລູກຄ້າ ຈໍານວນຫຼາຍ ໃນແຕ່ລະມື້, ແຕ່ຕົນກໍໃສ່ ຜ້າອັດປາກ ອັດດັງ ຕລອດເວລາ ໃນຣະຫວ່າງທີ່ໃຫ້ ບໍຣິການລູກຄ້າ:
“ເຂົາເຈົ້າກໍເຕືອນແຫຼະເນາະ ບາງຄົນ ເຂົາເຈົ້າບໍ່ໃຫ້ອອກນອກພື້ນທີ່ເນາະ, ໃສ່ຜ້າອັດປາກອັດດັງ ນອນທຸກມື້ນີ້ ກໍຍັງໃສ່ຢູ່ເດ້ເນາະ ຮອດເວລາກິນ ຈັ່ງຄ່ອຍເອົາອອກ.”
ກ່ຽວກັບຈໍານວນ ຜູ້ຕິດເຊື້ອໂຄວິດ-19 ໃນແຂວງສະແກ້ວ ປະເທດໄທຍ ມາເຖິງວັນທີ 15 ເມສາ 2021, ທາງການໄທຍ ຣາຍງານ ວ່າມີຜູ້ຕິດເຊື້ອສະສົມທັງໝົດ 126 ຄົນ ແລະ ໃນເວລາດຽວກັນສະຖານະການຜູ້ຕິດເຊື້ອ ໃນປະເທດໄທຍ ໃນຮອບສັປດາທີ່ຜ່ານມາ ກໍສູງຂຶ້ນຢ່າງຕໍ່ເນື່ອງ ຈົນໜ້າເປັນຫ່ວງ, ເຊິ່ງໃນມື້ດຽວກັນນີ້ ມີຜູ້ຕິດເຊື້ອໃໝ່ 1,543 ຄົນ ແລະ ຈໍານວນຜູ້ຕິດເຊື້ອສະສົມ ໃນຢູ່ໄທຍ ທັງໝົດ ມີເຖິງ 37,453 ຄົນ ໂດຍອີງຕາມການຣາຍງານຂອງສູນຂໍ້ມູລ Covid-19 ປະຈໍາປະເທດໄທຍ.
ໃນຂນະດຽວກັນ ໃນວັນທີ 15 ເມສາ 2021 ນີ້ ຄະນະສະເພາະກິຈ ແຂວງສາຣະວັນ ໄດ້ອອກບົດຣາຍງານ ວ່າ ທາງການ ແຂວງ ສາຣະວັນ ກວດພົບ ຜູ້ຕິດໂຄວິດ-19 ຢູ່ລາວ ເພີ່ມອີກ 1 ຄົນ ເປັນກໍຣະນີ ທີ່ 54 ເຊິ່ງເປັນເພດຊາຍ ອາຍຸ 32 ປີ ສັນຊາດລາວ ເດີນທາງມາຈາກປະເທດໄທຍ ໃນວັນທີ 11 ເມສາ 2021. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ນໍາໂຕຜູ້ກ່ຽວ ໄປປິ່ນປົວຢູ່ທີ່ ໂຮງໝໍ ແຂວງສາຣະວັນແລ້ວ.