ຄົນງານລາວຢູ່ໄທຍ ຕິດໂຄວິດ
2020.12.21

ເຈົ້າໜ້າທີ່ ໜ່ວຍຄວບຄຸມໂຣຄ ແຂວງສມຸດປາການ ແຈ້ງວ່າ, ພົບຜູ້ຕິດເຊື້ອໂຄວິດ 3 ຄົນ ໃນນັ້ນ ມີຄົນລາວ 1 ຄົນທີ່ເຮັດວຽກ ຢູ່ໃນຕລາດ.
ປັດຈຸບັນ ຜູ້ທີ່ຕິດເຊື້ອຮວມທັງຄົນລາວ ກຳລັງຖືກກັກໂຕ ແລະ ເຈົ້າໜ້າທີ່ໄທຍ, ໄດ້ມີການນໍາຫາຜູ້ທີ່ໃກ້ຊິດກັບຄົນງານຜູ້ຕິດເຊື້ອ ເພື່ອໃຫ້ມາກັກບໍຣິເວນ ປ້ອງກັນການແຜ່ຣະບາດ, ເຈົ້າໜ້າທີ່ ກອງຄວບຄຸມໂຣຄ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ທັນວາ ປີ 2020 ວ່າ:
"ມີການຢືນຢັນແລ້ວວ່າ ຕິດເຊື້ອໂຄວິດ 3 ຄົນ, ໃນນັ້ນເປັນຄົນລາວ 1 ຄົນ, ເປັນລູກຈ້າງຂອງຂາຍອາຫານທະເລ, ເປັນຄົນຂັບ ຣົດສົ່ງໄປຊື້ຫອຍ ຢູ່ຕລາດມະຫາໄຊ. ເຈົ້າໜ້າທີ່ ໄດ້ເອົາໂຕຜູ້ຕິດເຊື້ອ ແລະ ຄົນໃກ້ຊິດຮວມທັງໝົດ 23 ຄົນ, ສ່ວນວ່າຜູ້ຕິດເຊື້ອ ອີກ 2 ຄົນ ທີ່ຕິດເຊື້ອ ເປັນຄູ່ຜົວເມັຽຊາວໄທຍ.”
ຄົນລາວຕິດເຊື້ອມາຈາກຕລາດມະຫາໄຊ ແຂວງ ສມຸດສາຄອນ ຊຶ່ງເປັນແຂວງທີ່ມີຄົນງານຕ່າງດ້າວທີ່ເຮັດວຽກຢູ່ນັ້ນ ຕິດເຊື້ອ 876 ຄົນ ອີງຕາມຂໍ້ມູນ ຈາກ ສື່ມວນຊົນໄທຍ ໃນວັນທີ 21 ທັນວາ ທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ໄທຍ ໄດ້ເຂັ້ມງວດກັບຄົນງານຕ່າງດ້າວ, ທີ່ເຂົ້າມາແບບບໍ່ຖືກກົດໝາຍຫຼາຍຂຶ້ນ, ຖ້າເຈົ້າໜ້າທີ່ກວດພົບ ຈະຖືກດຳເນີນຄະດີ ຢ່າງເດັດຂາດ ແລະ ຈະຖືກຜັກດັນ ສົ່ງກັບຄືນປະເທດຕົ້ນທາງ.
ສ່ວນມາຕການປ້ອງກັນ ໃນເຂດພື້ນທີ່ ແຂວງສມຸດປາການນັ້ນ, ໄດ້ມີການທຳຄວາມສະອາດ ບ່ອນທີ່ພົບຜູ້ຕິດເຊື້ອໂຄວິດ19 ທັງ ສາມຄົນ ແລະ ໄດ້ແຈ້ງການໄປຫາໜ່ວຍງານ ທີ່ກ່ຽວຂ້ອງ ໃຫ້ເພີ່ມມາຕການປ້ອງກັນໂຄວິດ19, ເປັນຕົ້ນການຮັກສາໄລຍະຫ່າງ ທາງສັງຄົມ ການທຳຄວາມສະອາດ ພື້ນທີ່ສາທະຣະນະ ຮວມເຖິງແຈ້ງການໄປຫາຊາວບ້ານ ໃຫ້ໃສ່ຜ້າອັດປາກດັງ ແລະລ້າງມື ຢູ່ຕລອດ.
ເຈົ້າໜ້າທີ່ ສາທາຣະນະສຸຂຂອງໄທຍ ທ່ານນຶ່ງໄດ້ກ່າວວ່າ ຜູ້ຕິດເຊື້ອທັງ 3 ຄົນ, ຢູ່ແຂວງສມຸດປາການ ແລະ ມີປວັດໄປຕລາດກຸ້ງ ຢູ່ແຂວງ ສມຸດສາຄອນ ເຈົ້າໜ້າທີ່ກວດໄດ້ທັງໝົດ ນັ້ນໝາຍຄວາມວ່າ ຈະເປັນຄົນໄທຍ ຫຼື ຄົນຕ່າງດ້າວ ທີ່ໄປຊື້ເຄື່ອງ ຢູ່ຕລາດມະຫາໄຊ ເຈົ້າໜ້າທີ່ຈະກວດໝົດເລີຍ.
ຄົນງານລາວຄົນນຶ່ງ ທີ່ເຮັດວຽກຢູ່ປະເທດໄທຍ ທີ່ໄດ້ຍິນຂ່າວ ກໍມີຄວາມຣະວັງໂຕຫຼາຍຂຶ້ນ ໂດຍສະເພາະ ຈະຕ້ອງການລ້າງມື ແລະ ໃສ່ຜ້າອັດປາກ-ດັງ ຢູ່ຕລອດ:
"ພໍດີເພິ່ນທຳງານຢູ່ຕລາດປາກນ້ຳ ແຂວງສມຸດປາການ, ແຕ່ວ່າເພິ່ນມາຊື້ຫອຍ ຢູ່ຕລາດກາງກຸ້ງ ແຂວງສມຸດສາຄອນ ມັນໄປຕິດ ນຳເພິ່ນ ມັນໃກ້ຊິດເຂົ້າມາໆ ກໍຢ້ານແຫຼະ ລ້າງມືຕລອດ ໃສ່ເຈວລ້າງມື ແລ້ວກໍໃສ່ແມສ ໃສ່ຜ້າອັດປາກຕລອດ.”
ສະເພາະ ສະພາບການແຜ່ຣະບາດໂຄວິດ-19 ຢູ່ປະເທດລາວ, ປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ ຢູ່ປະເທດລາວ ທັງໝົດ 41 ຄົນ ປິ່ນປົວເຊົາແລ້ວ 37 ຄົນ ແລະ ຍັງເຫຼືອ 4 ຄົນ ກຳລັງປິ່ນປົວຢູ່ໂຮງໝໍ. ສູນຈຳກັດບໍຣິເວນ ຜູ້ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ ທັງໝົດມີ 39 ສູນ ຢູ່ທົ່ວປະເທດ ແລະ ມີຜູ້ທີ່ຖືກກັກບໍຣິເວນ ປະມານ 2,000 ຄົນ ອີງຕາມຂໍ້ມູນຈາກ ສູນຂ່າວສານການແພດ ສຸຂສຶກສາ.
ນອກຈາກນີ້, ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ເພີ່ມມາຕການຕ້ານໂຄວິດ-19 ຫຼັງຈາກຄົນຈີນ 2 ຄົນ ທີ່ຕິດເຊື້ອໄດ້ເດີນທາງເຂົ້າມາ ແຂວງຫຼວງນ້ຳທາ ແລະ ຫຼ້າສຸດ ເຈົ້າໜ້າທີ່ນຳເອົາ ປະຊາຊົນ 3 ຄົນ ທີ່ພົວພັນກັບຄົນຈີນນັ້ນ ມາກວດຫາເຊື້ອໂຄວິດ, ແລະ ກັກໂຕຕາມມາຕການປ້ອງກັນ.
ດຣ. ແກ້ວ ອິນທະວົງ ຫົວໜ້າຜແກນສາທາຣະນະສຸຂ ແຂວງຫຼວງນໍ້າທາ, ໄດ້ເປີດເຜີຍໃນວັນທີ 14 ທັນວາ ຜ່ານມາວ່າ ກ່ຽວກັບຜົນການສອບສວນ ແລະ ຄົ້ນຫາ ບຸກຄົນໃກ້ຊິດ ກັບຄົນຈີນ 2 ຄົນ, ທີ່ຕິດເຊື້ອໂຄວິດ19 ມີຈຳນວນ 22 ຄົນ, ແລະ ເຈົ້າໜ້າທີ່ໄດ້ ເອົາເຂົາເຈົ້າ ໄປກວດຫາເຊື້ອໂຄວິດ19, ແຕ່ຜົນອອກມາ ບໍ່ມີຜູ້ໃດຕິດເຊື້ອ.
ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຫຼວງນໍ້າທາ ໄດ້ລົງກວດເຊື້ອທຸກຄົນ, ທີ່ຢູ່ໃນເຂດເສຖກິຈພິເສດບໍ່ເຕັນ ປະມານ 3,500 ຄົນ, ແຕ່ບໍ່ມີ ຜູ້ຕິດເຊື້ອ ແລະກັບໄປເຮັດວຽກປົກກະຕິແລ້ວ.
ປັດຈຸບັນ ເຈົ້າໜ້າທີ່ກໍຍັງເຂັ້ມງວດຕາມຊາຍແດນຢູ່, ເພື່ອປ້ອງກັນການລັກລອບເຂົ້າມາລາວ ແບບຜິດກົດໝາຍ. ແລະ ດ່ານຊາຍ ແດນ ກໍຍັງບໍ່ເປີດໃຫ້ຄົນຈີນ ແລະຄົນລາວ ເດີນທາງເຂົ້າ-ອອກ ຖ້າບໍ່ໄດ້ຮັບອະນຸຍາດຈາກທາງການ.