ຄົນງານລາວຢູ່ໄທຍ ຈະໄດ້ສັກຢາ ກັນໂຄວິດ-19
2021.05.19

ເມື່ອວັນທີ 11 ພຶສພາ ຜ່ານມາໂຄສົກກະຊວງແຮງງານ ແລະສວັດດີການສັງຄົມ ຂອງໄທຍ ປະກາດວ່າຈະມີການສັກວັກຊີນຕ້ານ ໂຄວິດ-19 ໃຫ້ຄົນງານໄທຍ ແລະ ຄົນງານຕ່າງດ້າວ ຮວມທັງຄົນງານລາວ ຍ້ອນວ່າ ເຂົ້າເປັນກຸ່ມເປົ້າໝາຍ ທີ່ສ່ຽງຕໍ່ການຕິດ ເຊື້ອໂຄວິດ-19.
ຣັຖບານໄທຍ ມີມະຕິເຫັນດີ ຮັບເອົາຂໍ້ສເນີ ຈາກຜູ້ປະກອບການທຸຣະກິຈເອກກະຊົນ ແລະອົງການສາກົລ ເພື່ອໃຫ້ຄົນງານຕ່າງດ້າວ ທີ່ມາເຮັດວຽກຢູ່ປະເທດໄທຍ ໃຫ້ເຂົ້າເຖິງວັກຊີນ ໂຄວິດ-19 ສ່ວນວ່າ ກຳນົດວັນເວລາ ທີ່ຈະສັກວັກຊີນໃຫ້ກຸ່ມຄົນເຫຼົ່ານັ້ນ ຍັງບໍ່ມີ ກຳນົດຢ່າງຊັດເຈນ.
ໃນຂນະທີ່ ກົມຄວບຄົມໂຣຄຂອງໄທຍ ທີ່ຮັບຜິດຊອບເຣື່ອງດັ່ງກ່າວ ກໍໄດ້ກຳນົດໃນເບື້ອງຕົ້ນວ່າ ຈະສັກວັກຊີນໃຫ້ຄົນງານຕ່າງດ້າວ ຫຼັງຈາກໄດ້ວັກຊີນໃຫ້ກຸ່ມຜູ້ສູງອາຍຸ ແລະ ມີໂຣຄປະຈຳຕົວ.
ຍານາງ ພິມົນ ພິຣັດຕະນະສິນ ຮອງຫົວໜ້າຝ່າຍຄວບຄຸມໂຣຄຕິດຕໍ່ ກົມຄວບຄຸມໂຣຄຂອງໄທຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
“ເຮົາກຳມາທິການ ກໍພະຍາມມີການເລັ່ງກວດ ຈະເຮັດແນວໃດ ຈຶ່ງຈະສາມາດສັກຢາຕ້ານໄວຣັສ ໃຫ້ກັບຄົນງານ ຊຶ່ງມັນບໍ່ແມ່ນ ສະເພາະ ໂຕແຮງງານຂ້າມຊາດ ມັນຮວມເຖິງໂຕແຮງງານໄທຍນຳດ້ວຍ ຕອນທີ່ທາງເຮົາ ກະພະຍາຍາມຕອບສນອງ ທີ່ຈະເຮັດ ໃຫ້ແນວໃດ ຈຶ່ງຈະສາມາດສັກຢາໃຫ້ຄົນງານໄດ້ ຕ້ອງຖ້າຄົນທີ່ອາຍຸ 60 ຫຼືກຸ່ມສ່ຽງ ທີ່ມີໂຣຄປະຈຳຕົວກຸ່ມນີ້ ສັກຢາໄປກ່ອນ.”
ຍານາງ ກ່າວຕື່ມວ່າ ຄາດວ່າ ຈະສັກຢາວັກຊີນເຂັມແລກ ໃຫ້ແກ່ຄົນງານງານຕ່າງດ້າວ ໃນປະເທດ ຣະຫວ່າງເດືອນ ກໍຣະກະດາ ຫາ ສິງຫາ ແລະ ເຂັມສອງຊ້ວງທ້າຍປີນີ້. ຍາງນາງ ຍັງກ່າວວ່າ:
"ທາງການໄທຍ ຈະສັກວັກຊີນໃຫ້ສະເພາະຄົນງານໄທຍ 5 ລ້ານຄົນ ແລະ ກຸ່ມແຮງງານຕ່າງດ້າວ ທີ່ເຂົ້າມາ ຢ່າງຖືກຕ້ອງຜ່ານ ຂັ້ນຕອນ MOU ຄື ພະມ້າ ກັມພູຊາ ແລະ ລາວ ຊຶ່ງມີຢູ່ທັງໝົດ 2.5 ລ້ານຄົນ ສ່ວນຄົນງານທີ່ຍັງຢູ່ໃນຂັ້ນຕອນ ດຳເນີນການ ຂໍຕໍ່ອາຍຸເຮັດວຽກ, ຄົນງານບໍ່ມີເອກະສານເຮັດວຽກ ຫຼື ກຸ່ມຕິດຕາມ ແລະ ຄົນງານສັນຊາດອື່ນໆ ຊຶ່ງມີຈຳນວນ 16 ລ້ານຄົນນັ້ນ ຣັຖບານຈະຫາລືກັນອີກຄັ້ງ."
ກ່ຽວກັບເຣື່ອງນີ້ຄົນງານລາວທີ່ເຮັດວຽກຢູ່ໄທຍ ກໍດີໃຈຈະໄດ້ສັກວັກຊີນ ຍ້ອນວ່າພວກເຂົາກໍເປັນກຸ່ມສ່ຽງທີ່ຈະຕິດເຊື້ອ, ຄົນງານລາວ ຈາກແຂວງຄຳມ່ວນ ທີ່ເຮັດວຽກຢູ່ ແຂວງສະໝຸດປາການ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຢ້ານຄືກັນແຫຼະເນາະ ຢາກໃຫ້ສັກຢາໃຫ້ຄືກັນ ມັນທຸກມື້ນີ້ ໂຣຄມັນລະບາດຫຼາຍ ຢາກໃຫ້ມີນະໂຍບາຍ ສັກຢາໃຫ້ຄົນລາວນີ້ມັນສ່ຽງ ຂນາດເລີຍ ໄປໃສກໍບໍ່ໄດ້ ໄປຂ້າງນອກກໍບໍ່ໄດ້ ຢູ່ແຕ່ໃນຫ້ອງ ໃນເຮືອນ ປັດຈຸບັນນີ້ ຄົນລາວໃນປະເທດໄທຍນີ້ ກໍມີຫຼາຍຢູ່.”
ໃນະຂນະທີ່ ຄົນງານລາວ ຈາກແຂວງສວັນນະເຂດ ທ່ານນຶ່ງ ທີ່ເຮັດວຽກຢູ່ຮ້ານອາຫານ ໃນບາງກອປະເທດໄທຍ ກໍຮູ້ສຶກດີໃຈທີ່ຈະ ໄດ້ຮັບການສັກວັກຊີນ:
“ກະຢາກສັກຢູ່ເດ້ ກໍຢາກລັກ ຄິດວ່າ ຜູ້ໃດກໍຢາກສັກແຫຼະ ຄົນຕ່າງດ້າວຢູ່ໃນໄທຍເນາະ ກະຄິດວ່າ ຄົງສິປ້ອງກັນໄດ້ບໍ່ຫຼາຍ ກໍ 70 ເປີເຊັນ ກໍຍັງໄຄ ຢາກສັກ ຢາກສັກຄືກັນ ຢ້ານແຮງ ອອກໄປໃສກໍບໍ່ໄດ້ ເພາະວ່າ ເພິ່ນວ່າ ມັນລົງປອດໄວແຮງ.”
ຕໍ່ກັບການສັກວັກຊີນ ໃຫ້ແກ່ຄົນງານຕ່າງດ້າວໃນໄທຍ ຮວມທັງຄົນງານລາວ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໃນລາວ ກໍເຫັນດີ ແຕ່ຖ້າວ່າ ຄົນງານລາວໃນໄທຍ ຕົກຢູ່ໃນຄວາມສ່ຽງຫຼາຍ ແລະ ບໍ່ສາມາດລໍຖ້າໄດ້ ຢາກສັກວັກຊີນກ່ອນ ກໍສາມາດຢື່ນເລື່ອງ ຂໍກັບຄືນປະເທດ ເພື່ອສັກວັກຊີນໄດ້.
ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ດຽວນີ້ແຕ່ລະຄົນ ແຕ່ລະພາກສ່ວນ ລະດົມກັນໄປແຮງງານ ຫຼືໃຜກໍສັກຟຣີໝົດ ມີແຕ່ວ່າຄັນເຂົາເຈົ້າກັບມາໄດ້ຫັ້ນນະ ຄັນໃຜຢາກ ສັກຢູ່ແຕ່ລະແຂວງ ກໍສັກຟຣີໝົດ ສັກຟຣີໝົດ ທຸກຄົນ ຄັນແຮງງານຢາກັບມາຖືກຕ້ອງ ໃຫ້ແຈ້ງມາເນາະ ຄັນໃຜຢາກກັບກໍແຈ້ງ ເພາະວ່າ ຣັຖບານກໍໃຫ້ເຂົາເຈົ້າກັບມາ ແລ້ວກໍກັກຕົວພ້ອມ ແລະ ສັກຟຣີ ແຕ່ລະແຂວງ ແຕ່ລະຈຸດ ແຕ່ວ່າຄັນເຂົາເຈົ້າຢາກກັບ ຊ່ອງທາງໃດຫັ້ນນ່າ ກໍໃຫ້ເຂົາເຈົ້າແຈ້ງກັບ ຕມ ໄທຍ ເນາະ.”
ໃນເດືອນມິນາ ທີ່ຜ່ານມາ ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຢູ່ໃນກອງປະຊຸມ ກ່ຽວກັບການຍົກຍ້າຍຖິ່ນ ຢູ່ເຂດເອເຊັຽແປຊິຟິກ ໃນປະເທດອາຊຽນ ໃຫ້ເຂົ້າເຖິງການສັກວັກຊີນ ຕ້ານໂຄວິດ-19 ແກ່ປະຊາກອນເຄື່ອນຍ້າຍຖິ່ນຖານ ແລະ ແຮງງານທຽບເທົ່າກັບ ພົລເມືອງໃນປະເທດນັ້ນໆ, ຂນະທີ່ອົງການສາກົລ ແລະເຄືອຂ່າຍພາກປະຊາສັງຄົມດ້ານແຮງງານ ກໍໄດ້ເຂົ້າສົ່ງໜັງສືຮຽກຮ້ອງໃຫ້ ຣັບຖານສັກວັກຊີນ ໃຫ້ຄົນງານຕ່າງດ້າວ.
ອີງຕາມຂໍ້ມູລຈາກ ກະຊວງແຮງງານ ແລະ ສວັດດີການສັງຄົມຂອງໄທຍ ໃນເດືອນມິນາ ທີ່ຜ່ານມາ ມີຄົນງານລາວ, ພະມ້າ ແລະ ກັມພູຊາ ທີ່ຜ່ານຂັ້ນຕອນ MOU ຫຼືມີເອກສານການ ເຮັດວຽກຄົບຖ້ວນໃນປະເທດໄທຍ ມີ 2.5 ລ້ານຄົນ ສ່ວນຄົນທີ່ບໍ່ມີເອກສານ ເຮັດວຽກ ມີຈຳນວນແຕ່ 4 ແສນ ເຖິງ 1 ລ້ານ ຄົນ.
ອົງການສາກົລ ແລະ ເຄືອຂ່າຍພາກປະຊາສັງຄົມ ທີ່ເຮັດວຽກກ່ຽວກັບຄົນງານຕ່າງດ້າວ ຢູ່ໄທຍ ໄດ້ຮຽກຮ້ອງໃຫ້ຣັຖບານໄທຍ ຂຶ້ນແຜນ ຫຼື ນະໂຍບາຍໃຫ້ສິດສັກວັກຊີນ ຕ້ານໂຄວິດ-19 ໃຫ້ຄົນງານຕ່າງດ້າວ ຮວມທັງຄົນລາວ, ພະມ້າ ແລະ ກັມພູຊາ ໃນປະເທດໄທຍ ຍ້ອນວ່າ ພວກເຂົາເຈົ້າ ເປັນກຸ່ມສ່ຽງທີ່ຈະຕິດເຊື້ອໂຄວິດ-19 ໄດ້ງ່າຍ.
ທ່ານ ສົມພົງ ສຣະແກ້ວ ປະທານມູລນິທິເຄືອຂ່າຍສົ່ງເສີມຄຸນນະພາບຊີວິດແຮງງານ ຫຼື LPN ຂອງໄທຍໄດ້ກ່າວຕໍ່ເອເຊັຽເສຣີວ່າ: ຣັຖບານເວົ້າວ່າ ແຮງງານຂ້າມຊາດ ເປັນນຶ່ງໃນຜູ້ສ່ຽງ ທັງເປັນຜູ້ນຳເຊື້ອ ເພາະວ່າບໍ່ສາມາດກວດກາໄດ້.
ທ່ານ ສົມພົງ ກ່າວຕື່ມວ່າ ຕັ້ງແຕ່ປະເທດໄທຍ ມີການຣະບາດຂອງໂຄວິດ-19 ໃນໄລຍະທຳອິດ ຈົນມາເຖິງປັດຈຸບັນນັ້ນ ຄົນງານ ຕ່າງດ້າວ ທັງສັນຊາດລາວ ພະມ້າ ແລະ ກັມພູຊາ ໄດ້ສິດຮັບການຊ່ວຍເຫຼືອ ເລື່ອງວັກຊີນໜ້ອຍຫຼາຍ ຊຶ່ງມີແຕ່ສິດການປິ່ນປົວຟຣີ ໃນເວລາທີ່ເຂົາເຈົ້າຕິດໂຄວິດ-19 ແຕ່ສຳລັບຮັບສິດການປິ່ນປົວດ້ານອື່ນໆ ເປັນຕົ້ນ ການຮັບເຂົ້າສານອາຫານແຫ້ງ ຫຼືອຸປກອນ ປ້ອງກັນເຊື້ອໂຄວິດ-19 ໃນຊີວິດປະຈຳວັນ ເປັນຕົ້ນຜ້າອັດປາກ-ດັງ ຫຼືເຈວລ້າງມື ນັ້ນກໍບໍ່ມີເລີຍ.
ທ່ານ ອະດິສອນ ເກີດມົງຄົນ ນັກວິຊາການ ເຄືອຂ່າຍປະຊາກອນຂ້າມຊາດໃນໄທຍ ຫຼື MWG ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ເຣື່ອງສັກວັກຊີນ ແທ້ແລ້ວກໍສເນີຕັ້ງແຕ່ຊ້ວງແລກ ເຮົາໄດ້ສເນີ 2 ທາງ; ທາງແລກກໍຄືວ່າເປັນກຸ່ມທີ່ມີຄວາມສ່ຽງສູງໃຫ້ວັກຊີນ ເຂົາແຕ່ທຳອິດດີກວ່າ ທາງທີ່ສອງກໍຄື ບໍຣິສັດ ຫຼືສະຖານປະກອບການ ມີຄວາມຕ້ອງການ ທີ່ຈະໃຫ້ວັກຊີນ ແກ່ແຮງງານຕົນເອງ ກໍໃຫ້ສາມາດຊື້ໄດ້ ແຕ່ກໍຍັງບໍ່ມີຄວາມຊັດເຈນຫຍັງເລີຍ."
ໃນຂນະທີ່ນາຍຈ້າງໄທຍ ຫຼືເຈົ້າຂອງໂຮງງານຕ່າງໆ ທີ່ມີຄົນງານຕ່າງດ້າວ ຮວມມີ ລາວ, ພະມ້າ ແລະ ກັມພູຊາ ຄວາມກັງວົນໃຈ ຢ້ານຄົນງານຕົວເອງຕິດເຊື້ອ ຈຶ່ງຢາກໃຫ້ທາງການ ໄທຍ ມີແຜນສັກວັກຊີນ ຕ້ານໂຄວິດ-19 ໃຫ້ຄົນງານເຫຼົ່ານີ້.
ຍານາງ ວັນນະພາ ວານິດຊະກຸນ ຮອງນາຍົກສະມາຄົມ ຜູ້ປະກອບການກິຈການໂຮງງານແຫ່ງປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຄືພາກບໍຣິສັດເອງ ຫຼືນາຍຈ້າງເອງ ເຂົາກໍມີຄວາມພະຍາຍາມ ບໍ່ແມ່ນແຮງງານຂ້າມຊາດຢ່າງດຽວ ໂຕແຮງງານໄທຍເອງນຳດ້ວຍ ຕອນນີ້ທາງໂຮງງານ ຫຼື ທາງບໍຣິສັດ ກໍພຍາຍາມ ຮຽກຮ້ອງວ່າ ເຮັດແນວໃດ ຄື ພວກເຂົາເຈົ້າ ຈະສາມາດໄດ້ສັກຢາເພີ່ມພູມ ຄຸ້ມກັນ ຄົນງານໃນໂຮງງານຂອງເຂົາເຈົ້າໄດ້ ຊຶ່ງພວກເຮົາປະທານກັມມາທິການ ກໍພຍາຍາມຮຽກຮ້ອງວ່າ ມັນຄວນຈະຕ້ອງມີ ການເລັ່ງກວດ ເລັ່ງສັກຢາ ອີ່ຫຍັງແນວນີ້ ໃນສ່ວນຂອງຄົນງານ.”
ແຕ່ໃນຂນະທີ່ ຄົນໄທຍຢູ່ປະເທດລາວ ທີ່ປະສົງຈະສັກຢາຈະສັກວັກຊີນ ເຈົ້າໜ້າທີ່ສາທາຣະນະສຸຂກໍສັກໃຫ້. ຄົນໄທຍທ່ານນຶ່ງທີ່ເຮັດ ວຽກຢູ່ປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
“ຂ້ອຍໄດ້ສັກວັກຊີນ ຊິນໂນຟາມ ທີ່ຣັຖບານລາວ ສັກໃຫ້ແລ້ວ 1 ເຂັມ ເປັນຄົນໄທຍເຮັດວຽກຢູ່ປະເທດລາວ ທາງຣັຖບານລາວໄດ້ ສັກວັກຊີນໃຫ້ແລ້ວ ເປີດໂອກາດສັກໃຫ້ແລ້ວ 1 ເຂັມ ຈະສັກອີກຄັ້ງນີ້ ຄືວັນສຸກທີ່ຈະມາເຖິງນີ້ ເຂັມທີ່ 2 ເທົ່າທີ່ສອບຖາມມາ ຣັຖບານລາວ ສັກວັກຊີນໃຫ້ທຸກຄົນ ທີ່ຢູ່ໃນປະເທດລາວ ບໍ່ວ່າຈະເປັນຄົນລາວ ຄົນຕ່າງຊາດ ຊາດໃດ ພາສາໃດ ສັກໃຫ້ໝົດ.”
ຄົນໄທຍທ່ານນີ້ກ່າວຕື່ມອີກວ່າ ຄົນຕ່າງປະເທດຢູ່ລາວ ພຽງແຕ່ເອົາພາສປອດ ໄປຢືນຢັນຕໍ່ເຈົ້າໜ້າທີ່ສາທາ ແລະກໍສາມາດສັກ ວັກຊີນໄດ້ເລີຍ.
ສ່ວນວ່າຢູ່ປະເທດໄທຍ ຖ້າຄົນງານຕ່າງດ້າວ ມີຄວາມປະສົງ ຢາກກວດຫາເຊື້ອ ຫຼືສົງໃສວ່າ ເຂົາເຈົ້າຕິດເຊື້ອໂຄວິດ-19 ຫຼືບໍ່ກໍ ເສັຽເງິນເອງເວລາໄປກວດຢູ່ໂຮງໝໍ ແຕ່ 2,300-4,000 ບາດ ໃນຂນະທີ່ ປັດຈຸບັນ ກິຈການຕ່າງໆ ບ່ອນທີ່ຄົນງານ ເຮັດວຽກຢູ່ນັ້ນ ກໍປິດຊົ່ວຄາວ.
ນອກຈາກນີ້ ຫົວໜ່ວຍທຸຣະກິຈຫຼາຍແຫ່ງ ກໍຂໍຫຼຸດຄ່າຈ້າງລົງ ເປັນກໍຣະນີພິເສດ ຍ້ອນວ່າກິຈການຂອງເຂົາເຈົ້າ ກໍປະສົບກັບການ ຂາດທຶນ ແລະ ບັນຫາທາງດ້ານເສຖກິຈ.