ນັກສຶກສາລາວ ຢ້ານ​ໂຄ​ໂຣ​ນາ ຕິດ​ຄອບ​ຄົວ

0:00 / 0:00

ນັກສຶກສາລາວຄົນນຶ່ງ ທີ່ຫາກໍໄປສຶກສາຢູ່ປະເທດຈີນ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 05 ກຸມພາ ວ່າ ໃນໄລຍະທີ່ ໄວຣັສ ​ໂຄ​ໂຣ​ນາ ຣະບາດ ຢ່າງຮຸນແຮງຢູ່ນີ້ ຕ້ອງການຢູ່ຈີນໄປກ່ອນ ບໍ່ທັນຢາກກັບປະເທດ ເພາະຢ້ານ ເອົາເຊື້ອ ໄປຕິດຄົນໃນຄອບຄົວ.

ປັດຈຸບັນ ກຸ່ມນັກສຶກສາ ນອກຈາກ ທີ່ມີຂ່າວຣາຍງານອອກມາ ຢູ່ເມືອງອູຮັນ ບ່ອນທີ່ເປັນຈຸດກຳເນີດ ຂອງການແຜ່ຣະບາດ ຍັງມີນັກສຶກສາ ທີ່ບໍ່ໄດ້ຢູ່ໃນເມືອງອູຮັນ ກໍໄດ້ຮັບຜົລກະທົບ ເນື່ອງຈາກ ທາງການຈີນ ໄດ້ປະກາດ ປິດຫຼາຍເມືອງ ໃນເຂດໃກ້ຄຽງອູຮັນ ເຊັ່ນກັນ ຕາມການ ບອກເລົ່າວ່າ ສະພາບ ກໍບໍ່ແຕກຕ່າງກັບ ເມືອງອູຮັນ ປານໃດ, ດັ່ງນັກສຶກສາ ທີ່ຮຽນຢູ່ ມະຫາວິທຍາລັຍ ຊູນຈີ ມົນທົນກຸຍໂຈວ ໄດ້ເລົ່າ ເຫດການທີ່ຢູ່ໃນ ກຸຍໂຈວ ວ່າ ທາງການຈີນ ກໍໄດ້ໃຊ້ ຣະບຽບການດຽວກັນ ຄືກັນກັບ ອູຮັນ ເພື່ອສະກັດກັ້ນ ການແຜ່ຣະບາດເຊື້ອ ອອກໄປ: ສຽງ​ສັມ​ພາດ:

ສ່ວນນັກສຶກສາລາວ ອີກຄົນນຶ່ງ ໄດ້ບໍ່ປະສົງອອກນາມ ແລະ ສຽງ ໄດ້ກ່າວວ່າ ຕອນນີ້ ຂ້ອຍຕິດຢູ່ເມືອງ ເຫີເປ ໃກ້ກັບ ປັກກິ່ງ ທາງກົງສູນ ສະຖານທູດລາວ ຢູ່ປັກກິ່ງ ເພິ່ນໂທມາຖາມ ສະພາບການ ຂ້ອຍໄດ້ບອກ ເພິ່ນວ່າ ຢາກກັບບ້ານ ແຕ່ກໍກັບບໍ່ໄດ້ ເພາະເສັ້ນທາງ ຖືກປິດໝົດ. ແຕ່ພວກເຮົາ ຕ້ອງການໃຫ້ ເພິ່ນຊ່ອຍ ປະສານງານຫາ ສະຖານີຣົດໄຟ ແລະ ສນາມບິນ ວ່າມີ ຊ່ອງທາງອອກໄປໄດ້ບໍ່. ແຕ່ທາງທູດ ເພິ່ນຕອບວ່າ ໃຫ້ຊ່ອຍເຫຼືອ ຕົນເອງໄປກ່ອນ ເພິ່ນບໍ່ສາມາດຊ່ອຍໄດ້. ສລຸບຄື ແມ່ນມີແຕ່ຢູ່ກັບທີ່ ເພື່ອລໍຖ້າເບິ່ງ ສະພາບການເທົ່ານັ້ນ.

ສ່ວນການຊ່ອຍເຫຼືອ ນັກສຶກສາລາວ ຢູ່ໃນຈີນ ກະຊວງການຕ່າງປະເທດ ໂດຍສະເພາະ ແມ່ນກົງສູນລາວ ປະຈຳຢູ່ປະເທດຈີນ ໄດ້ໃຫ້ ຄຳແນະນຳ ແລະ ປະສານງານ ກັບນັກສຶກສາລາວ ພ້ອມທັງ ໄດ້ຖາມເຖິງ ຊີວິດການເປັນຢູ່ ແລະ ຄວາມຕ້ອງການ ຂອງເຂົາເຈົ້າ.

ນອກຈາກນີ້ ທາງການ ຍັງໄດ້ແນະນຳ ໃຫ້ນັກສຶກສາ ໃຫ້ຢູ່ກັບທີ່ ເພື່ອຕິດຕາມ ຮັບຟັງຂ່າວສານ ຈາກທາງການຈີນ ແລະ ປະຕິບັດຕາມ ຣະບຽບສຸກເສີນ ຂອງແຕ່ລະເຂດ.

ປັດຈຸບັນ ນັກສຶກສາລາວ ໄປຮຽນຢູ່ຈີນ ສົກປີ 2019-2020 ມີ 8,230 ຄົນ ຫຼັງຈາກ ເສັງຈົບ ພາກຮຽນ 1 ທ້າຍເດືອນທັນວາ ປີ 2019 ນັກສຶກສາ ສ່ວນຫຼາຍ ເດີນທາງກັບບ້ານ ກັນແລ້ວ. ປັດຈຸບັນ ນັກສຶກສາລາວ ຍັງຄ້າງຢູ່ ປະເທດຈີນ 242 ຄົນ ທາງການ ໄດ້ຢັ້ງຢືນວ່າ ນັກສຶກສາ ເລົ່ານີ້ ຍັງແຂງແຮງດີ.