ຄວາມສະອາດ ໃນຊົນນະບົດ
2013.03.04
ຕາມເຂດ ຊົນນະບົດ ຢູ່ລາວ ຍັງບໍ່ມີ ຄວາມ ຮັບຜິດຊອບ ໃນເຣື້ອງ ການຮັກສາ ຄວາມສະອາດ.
ບັນຫາ ການຖີ້ມ ຂິ້ເຫຍື້ອ ຂອງ ປະຊາຊົນ ທັງໃນເຂດ ຕົວເມືອງ ແລະ ເຂດ ຊົນນະບົດ ຍັງເປັນ ການທໍາລາຍ ສີ່ງແວດລ້ອມຢູ່ ໂດຍສະເພາະ ປະຊາຊົນ ໃນເຂດ ຊົນນະບົດ ຍັງບໍ່ມີ ຄວາມຮູ້ ແລະ ເຂົ້າໃຈ ໃນເຣຶ້ອງ ການຮັກສາ ຄວາມສະອາດ ເທົ່າທີ່ຄວນ ຍ້ອນວ່າ ບໍ່ມີ ເຈົ້າໜ້າທີ່ ສາທາຣະນະສຸຂ ໄປເຜີຍແຜ່ ແລະ ຣັຖບານ ກໍບໍ່ສາມາດ ຕອບສນອງ ສີ່ງຈໍາເປັນ ນີ້ໃຫ້ກັບ ປະຊາຊົນ ໄດ້ຢ່າງທົ່ວເຖີງ. ດັ່ງເຈົ້າໜ້າທີ່ ກະຊວງ ຊັພຍາກອນ ແລະ ສີ່ງແວດລ້ອມ ເວົ້າວ່າ:
“ ຄົນລາວ ກໍບໍ່ທັນ ຕື່ນຕົວ ເທົ່າໃດ ກ່ຽວກັບ ການຮັກສາ ຄວາມສະອາດ ທົ່ວໄປແລ້ວ ກໍເປັນຢ່າງນັ້ນ ໂດຍສະເພາະ ຢູ່ທາງບ້ານນອກ ເຂົາເຈົ້າ ມັກຢູ່ແບບ ທັມມະຊາດ ໃຊ້ຫຍັງ ກໍຖີ້ມໄປໂລດ ໝົດມື້ ກໍແລ້ວໄປ ເຂົາເຈົ້າຄິດວ່າ ທັມມະຊາດ ຊິຈັດການ ຂອງມັນເອງ”.
ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ບັນຫາ ເຣື້ອງການ ບໍ່ຮັກສາ ຄວາມສະອາດ ຂອງ ປະຊາຊົນ ໃນເຂດ ຫ່າງໄກ ສອກຫລີກ ນັ້ນຖືວ່າ ເປັນບັນຫາ ທີ່ຍັງ ບໍ່ສາມາດ ແກ້ໄຂໄດ້ ເນື່ອງຈາກວ່າ ບໍມີຣົຖ ຂົນຂີ້ເຫຍື້ອ ທີ່ສາມາດ ເຂົ້າໄປເຖີງ ເພາະ ເສັ້ນທາງ ໄປບໍ່ຮອດ ແລະ ບໍ່ມີບ່ອນຖີ້ມ ໃຫ້ ປະຊາຊົນ, ບໍ່ແມ່ນແຕ່ ສະເພາະ ໃນເຂດ ຊົນນະບົດ ເທົ່ານັ້ນ, ທຸກມື້ນີ້ ໃນເຂດ ຕົວເມືອງ ກໍມີບັນຫາ ເຣື້ອງຂີ້ເຫຍື້ອ ລົ້ນບ້ານ ລົ້ນເມືອງ ເຊັ່ນກັນ. ຊາວແຂວງ ຫລວງພຣະບາງ ຜູ້ນື່ງ ເວົ້າເຖີງ ບັນຫາ ຖັງຂີ້ເຫຍື້ອ ມີ ບໍ່ພຽງພໍ ຈີ່ງເຮັດໃຫ້ ຂີ້ເຫຍື້ອ ລົ້ນ ແລະ ປະຊາຊົນ ຖີ້ມຊະຊາຍ ບໍ່ເປັນຣະບຽບ:
“ ຍັງຈໍາກັດຢູ່ ເພາະວ່າ ເຣື້ອງ ກະຖັງຂີ້ເຫຍື້ອ ທີ່ຢາຍໃຫ້ ແຕ່ຕາມບ້ານ ທີ່ຢູ່ ໃນເຂດ ຊຸມຊົນ ຍັງບໍ່ພໍ ແລະ ມັນຈະລົ້ນ ບາງເທື່ອຈະ ຖີ້ມ ໄປຮອດເຂດ ນັ້ນຕື່ມ”.
ສໍາລັບ ບັນຫາ ເຣື້ອງຖີ້ມ ຂີ້ເຫຍື້ອ ນີ້ຢາກໃຫ້ ທາງພາກຣັຖ ຈັດບ່ອນ ໃຫ້ ປະຊາຊົນ ສາມາດນໍາ ຂີ້ເຫຍື້ອ ໄປຖີ້ມໄດ້ ດ້ວຍຕົນເອງ ຫາກບໍ່ມີ ຣົຖມາເກັບເອົາ ແລະ ຢາກໃຫ້ ມີການ ແຍກປະເພດ ຂອງຂີ້ເຫຍື້ອ ດ້ວຍ, ແລະ ຄວນໃຫ້ການ ສືກສາ ແນະນໍາ ປະຊາຊົນ ໄປພ້ອມໆກັນ ເພາະວ່າ ສານເຄມີ ຕ່າງໆ ຈາກເສດຂີ້ເຫຍື້ອ ຈະເປັນອັນຕລາຍ ທາງດ້ານ ສຸຂພາບ ຂອງ ປະຊາຊົນ ແລະ ມົລພິດ ທາງ ສີ່ງແວດລ້ອມ.