ທາງການລາວບໍ່ຮູ້ຂ່າວ ນໍ້າເຊື້ອ ອະສຸຈິ

ຈໍາປາທອງ
2017.04.23
f-vip ຄລີນິກ ວີໄອພີ ເອກກະຊົນ ໃນນະຄອນຫລວງວຽງຈັນ
RFA/LX

ມາເຖິງມື້ວັນທີ 21 ເມສາ 2017 ນີ້ ເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ສປປລາວ ຍັງບໍ່ຮູ້ວ່າມີການລັກ ນຳເອົານ້ຳເຊື້ອ ອະສຸຈີ ຈາກ ປະເທດໄທ ເຂົ້າມາລາວ 6 ຫລອດ ເພື່ອສົ່ງໃຫ້ ຄລີນິກເອກກະຊົນ ທີ່ນະຄອນຫລວງວຽງຈັນ ເພື່ອບໍຣິການ ໃຫ້ແມ່ຍິງລາວ ຖືພາແທນ ຜູ້ອື່ນ ຕາມທີ່ເປັນຂ່າວ ຊຶ່ງຖືກ ເຈົ້າໜ້າທີ່ ດ່ານຊາຍແດນ ຂົວມິດຕະພາບ ໄທ-ລາວ ຢູ່ໜອງຄາຍ ຈັບຄົນໄທ ຊື່ທ້າວ ທິນິນົນ ສີທານິ -ຍານັນ ໄດ້ເມື່ອວັນທີ 20 ເມສາ 2017, ດັ່ງທີ່ທ່ານກ່າວຕໍ່ RFA ໃນມື້ວັນທີ 21 ເມສາ ນີ້ວ່າ:

"ບໍ່ເຄີຍໄດ້ຍິນໃດ໋ລະ ໂຕນີ້ເຂົາເຈົ້ານຳ ເອກກະສານກ່ຽວກັບຕາ ເຈົ້າຈະຕ້ອງເຮັດແຕ່ຕາ ເຈົ້າເຮັດທົ່ວໄປ ເຈົ້າກໍຕ້ອງເຮັດທົ່ວໄປ ຄັນສິ ເຮັດກ່ຽວກັບ ປະສູດ ເຈົ້າກໍຕ້ອງເຮັດ ຕາມໂຄຕານັ້ນ ກໍໄດ້ລົງໄປຕ້ອງ ຄັນເຮັດເກີນກະບໍ່ໄດ້ ເກີນໂຄຕາ ເອກກະສານ ເຈົ້າແມ່ນລະ ເຮົາບໍ່ມີສິເອົາໂຕນີ້ ນັ້ນໂຕນີ້ ມາໃຊ້ ຄັນແມ່ນເພີ່ນລົງໄປກວດພົບ ກໍຜິດ".

ຂ່າວໄທເປີດເຜີຍວ່າ ດ່ານພາສີແຂວງໜອງຄາຍຂອງໄທ ຕິດຕາມພຶດຕິກັມ ຂອງທ້າວ ທິນິນົນ ສີທານິຍານັນ ອາຍຸ 25 ປີ ມາຕັ້ງແຕ່ປີ 2016 ພົບວ່າເຂົາເຂົ້າ-ອອກຣະຫວ່າງ ປະເທດໄທ ແລະ ສປປລາວ ເພື່ອໄປຄລີນິກ ທີ່ນະຄອນຫລວງວຽງຈັນ ທັງໝົດ 12 ຄັ້ງ. ການ ຈັບໃນກໍຣະນີ ນີ້ຖືວ່າເປັນ ຄັ້ງທຳອິດ ປັດຈຸບັນ ສປປລາວ ຍັງບໍ່ມີຂໍ້ ກຳນົດ ທີ່ໄດ້ບົ່ງໄວ້ ຢູ່ໃນກົດໝາຍ ຊຶ່ງຫ້າມບໍ່ໃຫ້ ແມ່ຍິງຖືພາ ໃຫ້ ຄົນອື່ນ ເຮັດໃຫ້ເກີດມີ ຄລີນິກ ຢູ່ ສປປລາວ ລັກເຮັດ ທຸຣະກິດ ນີ້. ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂໄທ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ:

"ທ່ານກ່າວວ່າ ໃນປະເທດຮອບບ້ານເຮົານີ້ ເທົ່າທີ່ຮູ້ວ່າ ຍັງບໍ່ມີກົດໝາຍ ຄຸ້ມຄອງເດັກນ້ອຍ ເຣຶ່ອງຂອງການອູ້ມບຸນ ຫລືການຄຸ້ມຄອງເດັກ ນ້ອຍ ໃນເຣຶ່ອງຂອງການ ໃຊ້ດ້ວຍ ເທັກໂນໂລຈີ ທາງການແພດ ແຕ່ວ່າປະເທດຮອບໆໄທ ນີ້ເທົ່າທີ່ຮູ້ ຂເມນ ພະມ້າ ລາວ ອັນນີ້ຍັງບໍ່ມີ".

ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ດ່ານພາສີໜອງຄາຍ, ໄດ້ຮັບຄຳຕອບວ່າ ໄດ້ຮ່ວມກັບນັກຂ່າວໄທ ໄປ ສັງເກດເບິ່ງຄລີນິກ ວີໄອພີ ເອກກະຊົນ ໃນນະຄອນຫລວງ ວຽງຈັນ ເມື່ອວັນທີ 21 ເມສາ 2017. ຕາມທີ່ ທ້າວ ທິນິນົນ ບອກວ່າ ຍັງບໍ່ ເຫັນວ່າ ຄລີນິກດັ່ງກ່າວ ເປີດໃຫ້ບໍຣິການ ປົກກະຕິ, ແຕ່ບໍ່ສາມາດ ເຂົ້າກວດສອບໄດ້ວ່າ ຄລີນິກນັ້ນ ບໍຣິການ ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.