ວັກຊິນປ້ອງກັນສມອງອັຄເສບ

 ວັກຊິນປ້ອງກັນສມອງອັຄເສບ
ວັກຊິນປ້ອງກັນສມອງອັຄເສບ (RFA)

0:00 / 0:00

ລາວ ເປັນ ປະເທດ ທໍາອິດ ທີ່ ໄດ້ຮັບ ການ ຊ່ອຍເຫຼືອ ຈາກ ອົງການ Gavi ພັນທະມິດ ຢາ ວັກຊິນ ປ້ອງກັນ ພຍາດ ເພື່ອ ປົກປ້ອງ ເດັກນ້ອຍ ຈາກ ພຍາດ ອັກເສບ ສມອງ ຍິ່ປຸ່ນ. ຢາ ວັກຊິນ ຊຸດ ທໍາອິດ ນັ້ນ ຈະສັກ ໃຫ້ ເດັກນ້ອຍ ໃນ ພິທີ ທີ່ ຈັດຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ. ຕາມ ຣາຍງານ ຂ່າວ The Financial Express ວັນທີ 1 ເມສາ 2015.

ການ ສນັບສນູນ ຈາກ Gavi ເທື່ອນີ້ ຈະຊ່ອຍ ໃຫ້ ລາວ ສາມາດ ດໍາເນີນ ການ ຕ້ານ ພຍາດ ນັ້ນໄດ້. ໃນ ທົ່ວ ປະເທດ ມີ ເດັກນ້ອຍ ກວ່າ 1 ລ້ານ 5 ແສນ ຄົນ ອາຍຸ ແຕ່ 1 ຫາ 15 ປີ ໄດ້ ຮັບຢາ ກັນ ພຍາດ ນີ້.

ຮອງ ຜູ້ ອໍານວຍການ ຝ່າຍ ບໍຣິຫານ ຂອງ Gavi Anuradha Gupta ກ່າວວ່າ ພຍາດ ອັກເສບ ສມອງ ຍີ່ປຸ່ນ ສົ່ງຜົລ ກະທົບ ຢ່າງ ໜັກໜ່ວງ ຕໍ່ ຄອບຄົວ ຜູ້ ເຄາະຮ້າຍ ຂນະທີ່ ລູກໆ ຂອງ ເຂົາເຈົ້າ ທີ່ ຕິດເຊື້ອ ນັ້ນ ມັກຈະ ເສັຽ ຊີວິດ ຫລືບໍ່ ກໍ ພິການ ບໍ່ ສາມາດ ຊ່ອຍ ຕົນເອງ ໄດ້. ທາງ ຣັຖບານ ລາວ ເອົາ ບາດກ້າວ ປົກປ້ອງ ເດັກນ້ອຍ ຈາກ ພຍາດ ອັກເສບ ສມອງ ຍີ່ປຸ່ນ ຊຶ່ງ ນາງ ກໍວ່າ Gavi ຈະ ສນັບ ສນູນ.

ນັບແຕ່ ປີ 2016 ໄປ ສປປລາວ ຈະໃຊ້ ງົປມານ ແຫ່ງຊາດ ໃນການ ນໍາຢາ ປ້ອງກັນ ພຍາດ ອັກເສບ ສມອງ ເຂົ້າໃນ ຕາຕລາງ ສັກຢາ ກັນ ພຍາດ ປະຈໍາ ຂອງຕົນ.ຊຶ່ງ ໝາຍຄວາມ ວ່າ ເດັກນ້ອຍ ລາວ ທຸກຄົນ ຈະໄດ້ຮັບ ຢາ ປ້ອງກັນ ພຍາດ ຊນິດນີ້ ເມື່ອ ອາຍຸ 9 ເດືອນ ພ້ອມໆກັບ ຢາ ກັນ ພຍາດ ອື່ນໆ ໃນ ວັຍເດັກ.