ໂຄງການນໍ້າສະອາດ 2 ແຂວງໃນລາວ
2013.02.13
ໃນວັນທີ 12 ກຸມພາ 2013 ຣັຖບານ ຍີ່ປຸ່ນ ໄດ້ໃຫ້ການ ຊ່ອຍເຫລືອທຶນ ປະມານ 3 ແສນ ກວ່າໂດລາ ສະຫະຣັດ ເພື່ອໃຊ້ສ້າງ ຣະບົບ ນໍ້າສະອາດ 3 ແຫ່ງທີ່ ແຂວງຊຽງຂວາງ ແຂວງ ສວັນນະເຂດ ແລະ ສຸຂສາລາ ນື່ງແຫ່ງ ໃນເຂດ ຊົນນະບົດ ແຂວງ ສວັນນະເຂດ.
ເງິນຈຳນວນ ດັ່ງກ່າວ ແມ່ນມອບໃຫ້ ບົນພື້ນຖານ ການຊ່ອຍເຫລືອ ໃນໂຄງການ ຄວາມປອດພັຍ ປະຊາຊົນ ຮາກຫຍ້າ ທີ່ຈະມີຊາວບ້ານ ກວ່າ 5 ພັນຄົນ ຈາກ 7 ຫມູ່ບ້ານ ໃນສອງແຂວງ ຈະໄດ້ຮັບ ຜົລປໂຍດ ຈາກຣະບົບ ນໍ້າສະອາດ ຫລັງຈາກ ໂຄງການ ດັ່ງກ່າວ ສ້າງສຳເຣັດ.
ຍານາງ Junko Khuang ເອກອັຄຣາຊທູດ ຍີ່ປຸ່ນ ປະຈຳລາວ ໄດ້ລົງນາມ ໃນການມອບເງິນ ດັ່ງກ່າວ ກັບຫົວຫນ້າ ຫ້ອງການ ສາທາຣະນະສຸຂ ຣະດັບແຂວງ ແລະ ຣະດັບທ້ອງຖີ່ນ ຈາກສອງແຂວງ ໃນມື້ວັນທີ 12 ກຸມພາ ນີ້. ນາງກ່າວວ່າ ປະຊາຊົນ ໃນຫລາຍຫມູ່ບ້ານ ໃນແຂວງ ຊຽງຂວາງ ແລະ ສວັນນະເຂດ ຍັງໃຊ້ນໍ້າສ້າງ ໃນແຕ່ລະວັນ ໃນຣະດູແລ້ງ ນໍ້າຈະແຫ້ງ ແລະ ສົກກະປົກ ເປັນ ອັນຕຣາຍ ຕໍ່ສຸຂພາບ ຂອງຜູ້ດື່ມ.
ນາງວ່າ ປະຊາຊົນ ກວ່າ 5 ພັນ ຄົນ ຈາກ 5 ຫມູ່ບ້ານ ໃນເຂດດົງທາ ເມືອງ ອຸທຸມພອນ ແຂວງ ສວັນນະເຂດ ຈະໄດ້ຮັບ ຜົລປໂຍດ ຈາກຣະບົບ ນໍ້າດື່ມ ຖ້າສ້າງແລ້ວ ຮ່ວມດ້ວຍການ ບໍຣິການ ທາງດ້ານ ສາທາຣະນະສຸຂ ຈາກ ສຸຂສາລາ ແຫ່ງໃຫມ່. ໃນປັດຈຸບັນ ໃນເຂດ ດັ່ງກ່າວ ຍັງບໍ່ມີ ສຸຂສາລາ ສຳລັບ ຜູ້ເຈັບໄຂ້ເທື່ອ.