ຂ.ຈໍາປາສັກ ຫາທາງຂຍາຍ ໂຮງໝໍ ພາກສນາມ
2021.07.14

ປັດຈຸບັນ ຄົນງານລາວ ພາກັນຫຼັ່ງໄຫຼກັບຄືນມາຈາກ ຕ່າງປະເທດ ໂດຍສະເພາະມາຈາກໄທຍ, ຊຶ່ງສ່ວນໃຫຍ່ເຂົ້າທາງແຂວງ ສວັນນະເຂດ ແລະ ແຂວງຈໍາປາສັກ.
ຢູ່ແຂວງສວັນນະເຂດ ໃນເບື້ອງຕົ້ນ ໄດ້ຂຍາຍໂຮງໝໍສນາມຊົ່ວຄາວ ໂດຍເອົາໂຮງງານ ທີ່ບໍ່ມີການຜລິດ,ເອົາໂຮງຮຽນ ແລະ ສູນຟື້ນຟູ ຄົນພິການເປັນໂຮງໝໍສນາມຊົ່ວຄາວ ເພື່ອກວດຫາເຊື້ອໂຄວິດ-19, ເມື່ອກວດພົບເຊື້ອແລ້ວ ກໍຈະເອົາໄປພັກຟື້ນ ຊຶ່ງ ໃນຂນະນີ້ ທາງແຂວງຍັງເປີດໃຫ້ຄົນງານລາວ ຈາກໄທຍ ເຂົ້າມາໄດ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
”ປັດຈຸບັນເພິ່ນຂຍາຍໂຮງໝໍພາກສນາມຕື່ມ ເລີ່ມຂຍາຍແລ້ວເປັນບັນດາໂຮງຮຽນ ແຖວເຂດທີ່ວ່າເປັນໂຮງງານທີ່ບໍ່ໄດ້ທໍາການຜລິດ ແຖວຟື້ນຟູຄົນພິການເພິ່ນກໍຈັດ ປັດຈຸບັນນີ້ ຍັງບໍ່ຮອງຮັບໄດ້ ທຸກວັນແມ່ນໄດ້ຮັບແຮງງານເຂົ້າ ມື້ປະມານຮ້ອຍຮ້ອຍປາຍກໍມີ ບາງມື້ ກໍບໍ່ຮອດ ແລ້ວຜູ້ຄົບ 14 ວັນ ກໍອອກໄປນໍາແດ່.”ດ
ແລະຢູ່ແຂວງຈໍາປາສັກ ທີ່ມີຄວາມຫຍຸ້ງຍາກ ໃນເຣື່ອງສະຖານທີ່ກັກກັນຊົ່ວຄາວ ແລະບ່ອນປິ່ນປົວບໍ່ພຽງພໍນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງນີ້ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຄືກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງວາງແຜນກັນຢູ່່ວ່າຈະຫາ ສະຖານທີ່ໃດ ເປັນບ່ອນກັກບໍຣິເວນ ຊົ່ວຄາວເພີ່ມຕື່ມ, ປັດຈຸບັນບໍ່ມີບ່ອນຮອງຮັບ ຄົນງານລາວ ຈໍານວນຫຼາຍທີ່ກັບຄືນມາຈາກຕ່າງ ປະເທດ, ໃນເບື້ອງຕົ້ນ ທາງແຂວງໄດ້ພົວພັນກັບ ເຈົ້າໜ້າທີ່ທາງການໄທຍ ຂໍໃຫ້ຊ່ອຍກັກຕົວຄົນງານລາວ ໄວ້ກ່ອນຍ້ອນທາງແຂວງ ກໍາລັງຫາ ສະຖານທີ່ຮອງຮັບຢູ່:
”ແຮງງານລາວ ຈາກຝັ່ງໄທຍ ກໍຍັງຄົ້ນຄວ້າກັນຢູ່ ຄັນມັນອັ່ງທາງໃດກໍບໍ່ໃຫ້ເຂົ້າ ເພິ່ນຍັງບໍ່ທັນຕົກລົງລະອຽດ ເພາະພວກເຮົາ ຍັງກຽມຫາຢູ່ ສູນເຮົານີ້ມັນເຕັມ ເອົາມາມັນກໍບໍ່ມີ ບ່ອນກັກບ່ອນຫຍັງຊິນະ ເຂົາກໍພົວພັນກັນນໍ ໄທຍກັບລາວ ນີ້ນໍ ຖ້າເຮົາມີຂອງ ຮອງຮັບແລ້ວເຂົ້າມາ ມັນກໍເພື່ອປົກປ້ອງຊີວິດ ຂອງໝົດທຸກຄົນຫັ້ນນະ ໄທຍເຂົາກໍໂອເຄກັບເຮົາຢູ່ດອກ ຝາກເຂົາໄວ້ ເຂົາກໍມີສູນ ຢູ່ເບື້ອງເຂົາຫັ້ນ ເພາະຂອງເຂົາມັນຊິຫຼາຍນໍໄທຍນີ້ນໍ.”
ເວົ້າເຖິງເຣື່ອງການຊ່ອຍເຫຼືອ ໃນການປ້ອງກັນການຣະບາດ ຂອງເຊື້ອໂຄວິດ-19 ສະຫະຣັດ ອາເມຣິກາ ກໍໄດ້ປະກາດໃຫ້ການ ຊ່ອຍເຫຼືອແກ່ປະເທດລາວ ຜ່ານໂຄງການ Covax Facility ໃນມື້ວັນທີ 13 ກໍຣະກະດາ ນີ້ໂດຍຈະມອບວັກຊິນປ້ອງກັນຍີ່ຫໍ້ Johnson & Johnson ຈໍານວນ 1,008,000 ໂດສ ໃຫ້ໃນເດືອນກໍຣະກະດາ ນີ້. ວັກຊິນຍີ່ຫໍ້ Johnson & Johnson ເປັນວັກຊິນທີ່ສັກເຂັມດຽວ ກໍສ້າງພູມຕ້ານທານເຊື້ອໂຄວິດ-19 ໄດ້, ດັ່ງ ດຣ. ປີເຕີ ເຮມອນ ທູດສະຫະຣັດອາເມຣິກາ ປະຈໍາ ສປປລາວ ໄດ້ກ່າວຜ່ານ ທາງເຟສບຸກ ຂອງສະຖານທູດໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ:
”ສະຫະຣັດ ອາເມຣິກາ ໄດ້ບໍຣິຈາກວັກຊິນປ້ອງກັນໂຄວິດ-19 Johnson & Johnsonຈໍານວນຫຼາຍກວ່າ 1 ລ້ານໂດສ ໂດຍຜ່ານ ໂຄງການ Covax ຊຶ່ງຈະຖືກຈັດສົ່ງມາຮອດ ສປປລາວ ພາຍໃນເດືອນນີ້ ວັກຊິນ Johnson & Johnson ນີ້ໄດ້ສັກພຽງເຂັມດຽວ ເທົ່ານັ້ນ.”
ກ່ຽວກັບການຊ່ອຍເຫຼືອ ວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ Johnson & Johnson ຈໍານວນ 1,008,000 ໂດສ ຂອງສະຫະຣັດ ອາເມຣິກາ ທີ່ວ່ານັ້ນ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ປະຊາຊົນຢູ່ນະຄອນຫຼວງ ທີ່ຍັງບໍ່ທັນໄດ້ສັກວັກຊິນ ຮູ້ສຶກດີໃຈ ເມື່ອໄດ້ຮູ້ຂ່າວນັ້ນ:
”Johnson & Johnsonຈໍານວນນີ້ ຂ່າວຢູ່ໄທຍ ໃນເວັບໄຊຊັ້ນດອກ ປະສິດທິພາບ ໃນການປ້ອງກັນຣະດັບຫົກສິບ ແຕ່ກໍບໍ່ຮູ້ວ່າຈິງ ຫຼືບໍຈິງນໍ ກໍດີໃຈ ຕໍ່ຄົນທີ່ຍັງບໍ່ໄດ້ສັກ ກໍຄືເຮົາ ຂໍແຕ່ມີອັນສັກກໍສັກຫັ້ນແຫຼະ.”
ແລະຊາວແຂວງຈໍາປາສັກ ກໍເວົ້າວ່າ ເປັນເຣື່ອງດີຫຼາຍ ທີ່ລາວ ຈະໄດ້ຮັບການຊ່ອຍເຫຼືອ ຂອງສະຫະຣັດ ອາເມຣິກາ ໃນດ້ານວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ເພາະຖືວ່າເປັນວັກຊິນ ທີ່ດີຍີ່ຫໍ້ນຶ່ງ:
”ເຂັມດຽວຈົບ ກະຊິດີກວ່າວັກຊິນ ກ່ອນໆຫັ້ນ ທີ່ເຂົາເຄີຍເອົາມາ ເຂັມນຶ່ງສອງເຂັມ ປະເທດອື່ນ ກໍຍັງບໍ່ຄ່ອຍມາໃດ໋ ໃຫ້ຄວາມສໍາຄັນ ກັບປະເທດເຮົາ ຂໍບອກຂອບໃຈ ທາງຣັຖບາລ ຂອງສະຫະຣັດ ອາເມຣິການໍ.”
ຄຽງຄູ່ກັນໄປກັບການປະກາດ ຂອງສະຫະຣັດ ອາເມຣິກາ ກ່ຽວກັບການຊ່ອຍເຫຼືອ ດ້ານວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ແກ່ລາວນັ້ນ ທາງການຍີ່ປຸ່ນ ກໍຈະຊ່ອຍວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ແອສຕຣາເຊນິກາ ຈໍານວນ 600,000 ໂດສ ແກ່ລາວໃນມໍ່ໆນີ້.
ຈາກຜົລຂອງການກວດວິເຄາະຫາເຊື້ອ ໂຄວິດ-19 1,888 ຄົນ ໃນມື້ວັນທີ 13 ກໍຣະກະດາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 75 ຄົນ ໃນນັ້ນຢູ່ແຂວງ ຈໍາປາສັກ 61 ຄົນ, ສວັນນະເຂດ 7 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ ແລະແຂວງຄໍາມ່ວນ 1 ຄົນ. ຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 75 ຄົນນັ້ນ ທັງໝົດເປັນຄົນງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ, ບໍ່ມີຄົນຕິດເຊື້ອໃນຊຸມຊົນ, ລາວມີຜູ້ຕິດເຊື້ອສະສົມ 2,976 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
”ໄດ້ກວດວິເຄາະທັງໝົດ 1,888 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 75 ຄົນ ຈາກ ນະຄອນຫຼວງວຽງຈັນ 6 ຄົນ, ຈໍາປາສັກ 61 ຄົນ, ສວັນນະເຂດ 7 ຄົນ ແລະ ຄໍາມ່ວນ 1 ຄົນ ຊຶ່ງທັງໝົດແມ່ນ ກໍຣະນີນໍາເຂົ້າ.”
ອີງຕາມການຣາຍງານຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 14 ກໍຣະກະດາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 318,492 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 2,976 ຄົນ, ເສັຍຊີວິດ 3 ຄົນ, ປິ່ນປົວຫາຍແລ້ວ 2,247 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 726 ຄົນ. ມີຜູ້ໄດ້ຮັບ ການສັກວັກຊິນ ເຂັມທີ 1 ແລ້ວ 1,030,461 ຄົນ ແລະ ໄດ້ສັກເຂັມທີ 2 ແລ້ວ 647,872 ຄົນ.