ຫຼາຍເມືອງ ຢູ່ລາວ ປິດບ້ານ ປິດການເຂົ້າ-ອອກ

ຈໍາປາທອງ
2021.04.20
ຫຼາຍເມືອງ ຢູ່ລາວ ປິດບ້ານ ປິດການເຂົ້າ-ອອກ ເຈົ້າໜ້າທີ່ ແຂວງສວັນນະເຂດ ອອກລາດຕະເວນ ຕາມລໍາແມ່ນໍ້າຂອງ ເຝົ້າຍາມຝັ່ງ ບໍ່ໃຫ້ມີຜູ້ລັກລອບ ຂ້າມນໍ້າຂອງ ເຂົ້າມາລາວ
ນັກຂ່າວພົລເມືອງ

ຫລາຍບ້ານ ຢູ່ເມືອງວິລະບູລີ ແລະ ເມືອງສອງຄອນ ແຂວງສວັນນະເຂດ ຖືກສັ່ງໃຫ້ປິດ ຍ້ອນມີຄົນງານລາວ ລັກຂ້າມມາຈາກໄທຍ ຫລາຍ ແລະມີຄວາມສ່ຽງສູງ ເຣື່ອງໂຄວິດ-19 ແລະ ຢູ່ແຂວງຄໍາມ່ວນ ກໍປິດຖນົນ ໃນເຂດທີ່ມີຄວາມສ່ຽງ ເຣື່ອງການຣະບາດຂອງ ໂຄວິດ-19. ສະເພາະຢູ່ ເມືອງວິລະບູລີ ແຂວງສວັນນະເຂດ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງໂຄວິດ-19 ທາງການສັ່ງໃຫ້ປິດ ການເຂົ້າ-ອອກ ບ້ານນາແກ ນັບຕັ້ງແຕ່ວັນທີ 19 ເມສາ ນີ້ເປັນຕົ້ນໄປ ເນື່ອງຈາກວ່າມີຄົນ ງານລາວ ລັກຂີ່ເຮືອນ້ອຍ ຂ້າມແມ່ນໍ້າຂອງ ຈາກປະເທດໄທຍເຂົ້າມາ ໂດຍບໍ່ໄດ້ຜ່ານການກວດກາ ໂຄວິດ-19 ແລ້ວໄປທ່ຽວຫລິ້ນ ຕາມບ້ານຕາມເມືອງ ໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 12 ຫາ ວັນທີ 18 ເມສານີ້.

ຜູ້ກ່ຽວຖືກນໍາໂຕໄປກວດຫາ ໂຄວິດ-19 ຢູ່ໂຮງໝໍແຂວງ, ປັດຈຸບັນນອນລໍຖ້າຜົລ ຂອງການກວດນັ້ນຢູ່ໂຮງໝໍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງວິລະບູລີ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ເມສາ ນີ້ວ່າ:

“ບໍ່ໃຫ້ຄົນເຂົ້າຄົນອອກຊື່ໆ ນອກຈາກວ່າໄປໄຮ່ໄປນາ ແລ້ວໄປໄດ້ ລໍຖ້າຜົລກວດອອກ ເພາະວ່າເຂົາເອົາຄົນໄປກວດວານນີ້ ຜູ້ດຽວ ທີ່ວ່າລັກລອບມາ ລັກມາທາງເຮືອນ້ອຍ ລັກມາຂ້າມຂອງມາ ເຂົາເຈົ້າຕ້ອງໄດ້ປັບໃໝ ໄປກວດເຊື້ອຄືນ ຢູ່ແຂວງພຸ້ນ.”

ນາງກ່າວຕື່ມວ່າ ນອກຈາກບ້ານນາແກ ທີ່ຖືກສັ່ງໃຫ້ປິດການເຂົ້າ-ອອກ ບ້ານຕາມແຈ້ງການ ຂອງຄະນະສະເພາະກິດໂຄວິດ-19 ເມືອງວິລະບູລີ ນັ້ນແລ້ວ ບ້ານນາກະຈັນ, ບ້ານກົກຕອງ ແລະບ້ານນານໍ້າສ້າງ ທີ່ຜູ້ກ່ຽວໄດ້ໄປທ່ຽວເລາະຫຼິ້ນບຸນປີໃໝ່, ຮ່ວມງານ ຜູກແຂນ, ຫຼິ້ນນໍ້ານັ້ນ ກໍຖືກສັ່ງໃຫ້ປິດການເຂົ້າ-ອອກ ໄປຈົນກວ່າວ່າຜົລການກວດຫາ ໂຄວິດ-19 ຮອບສອງຢືນຢັນວ່າ ບໍ່ຕິດເຊື້ອ ຈຶ່ງຈະເປີດໃຫ້ ເຂົ້າ-ອອກ ບ້ານໄດ້ຕາມປົກກະຕິ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານນາແກ ເວົ້າວ່າ ພາຍຫລັງຮູ້ວ່າ ຜູ້ກ່ຽວ ຢູ່ໃນກຸ່ມສ່ຽງໂຄວິດ-19 ຜູ້ຄົນກໍແຕກຕື່ນ, ພາກັນຢູ່ເຮືອນ ເພື່ອ ປ້ອງກັນໂຄວິດ-19,ໄດ້ໄປແຕ່ເຮັດໄຮ່ ແລະວ່າ ພາຍໃນບ້ານແມ່ນງຽບເຫງົາ ພາຍຫລັງທີ່ທາງເມືອງ ເພິ່ນອອກແຈ້ງການ ໃຫ້ປິດການເຂົ້າ-ອອກ ບ້ານຕໍ່ບ້ານ, ໄດ້ຍິນແຕ່ສຽງ ປະກາດໂທຣະໂຄ່ງ ຂອງເຈົ້າໜ້າທີ່ສະເພາະກິດ ທີ່ຂີ່ຣົດປະກາດ ກ່ຽວກັບ ຂໍ້ຫ້າມ ແລະ ຂໍ້ທີ່ຄວນປະຕິບັດ ເພື່ອບໍ່ໃຫ້ຕິດໂຄວິດ-19 ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ມີຄວາມງຽບເຫງົາຫລາຍ ປະຊາຊົນແຕກຕື່ນ ເຂົາຢ້ານກົວໝົດ ຫລາຍໆຄົນກໍໂອ໋ຍ ມາເຮັດຫຍັງ ເອົາມາໃສ່ໝູ່ ບາງຄົນກໍອອກ ໄປຢູ່ໄຮ່ຢູ່ນາແລ້ວ ດຽວນີ້. ທາງເມືອງກໍລົງມາ ປະຈໍາເລີຍ ຄວບຄຸມເລີຍ ມີຣົດມີຫຍັງມາເລາະເວົ້ານີ໊ ໂທຣະໂຄ່ງນີ້ ໂອ໋ ປະກາດວ່າ ໃຫ້ປະຊາຊົນນີ້ ບໍ່ໃຫ້ມີຄວາມຢ້ານກົວ ແຕ່ວ່າບໍ່ໃຫ້ເດີນທາງ ໄປໃສມາໃສ ລໍຟັງຜົລກວດຜູ້ກ່ຽວ ຜູ້ກ່ຽວບໍ່ແມ່ນ ຈະມີເຊື້ອໂຣຄ.”

ແລະຊາວບ້ານນາແກ ອີກຜູ້ນຶ່ງກໍເວົ້າວ່າ ບ້ານນີ້ປິດການເຂົ້າ-ອອກ ມາຕັ້ງແຕ່ມື້ວານນີ້ ແລະວ່າ ຕົນຂໍສເນີໃຫ້ບ້ານອື່ນໆທີ່ຜູ້ກ່ຽວ ໄດ້ໄປທ່ຽວຫລິ້ນບຸນປີໃໝ່ ລາວ ປິດການເຂົ້າ-ອອກ ບ້ານຄືກັນ ເພາະວ່າ ຖ້າປິດແຕ່ບ້ານນາແກ ນີ້ບ້ານດຽວ ກໍຈະບໍ່ລອດແນ່ນອນ, ປັດຈຸບັນ ປະຊາຊົນພາຍໃນບ້ານນີ້ ກໍຄິດຢ້ານຈະຕິດໂຄວິດ-19 ດັ່ງທີ່ທ່ານກ່າວວ່າ:

“ຄັນວ່າໃຫ້ບ້ານຂ້ອຍຫັ້ນ ປ້ອງກັນຜູ້ດຽວກໍບໍ່ລອດ ຂ້ອຍກໍເວົ້າວ່າ ໃຫ້ນາຍບ້ານແຕ່ລະບ້ານ ປະກາດໃຫ້ປະຊາຊົນ ເຈົ້າຂອງບ້ານ ຮັບຮູ້ວ່າ ບໍ່ໃຫ້ເຂົ້າບ້ານນາແກ ຢ່າງເດັດຂາດ ໂອ໋ ກໍຢ້ານຢູ່ຄືກັນນີ້ແລ້ວ ຕາຍແລ້ວກໍສ່ຽງນີ້ລະ.”

ຄະນະສະເພາະກິດໂຄວິດ-19 ເມືອງວິລະບູລີ ໄດ້ອອກແຈ້ງການ ເພິ່ມໃນມື້ວັນທີ 20 ເມສາ ນີ້ໃຫ້ອໍານາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທັງໝົດ 73 ບ້ານທົ່ວເມືອງ ເພິ່ມການປະຕິບັດ ມາຕການປ້ອງກັນຄວບຄຸມ ແລະສະກັດກັ້ນ ການຣະບາດຂອງ ໂຄວິດ-19 ຢ່າງເຂັ້ມງວດ.

ແລະຢູ່ບ້ານາປົ່ງ ເມືອງສອງຄອນ ແຂວງສວັນນະເຂດ ກໍໄດ້ປິດການສັນຈອນ ບໍ່ໃຫ້ຜູ້ຄົນໄປ-ມາ ຣະຫວ່າງບ້ານຕໍ່ບ້ານ ພາຍຫລັງ ມີຄົນງານລາວ ທີ່ກັບມາຈາກປະເທດໄທຍ ຕິດ ໂຄວິດ-19.

ໃນຂນະດຽວກັນ ຢູ່ແຂວງຄໍາມ່ວນ ກໍມີຄົນງານລາວ ທີ່ຂ້າມດ່ານຊາຍແດນ ຈາກປະເທດໄທຍ ເຂົ້າມາຢ່າງຖືກຕ້ອງຕາມຣະບຽບການ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ແຂວງຄໍາມ່ວນ ກວດພົບວ່າຕິດໂຄວິດ-19 ເປັນກໍະນີທໍາອິດຂອງແຂວງ ແລະ ເປັນກໍຣະນີທີ 55 ຂອງປະເທດ ເຮັດໃຫ້ຫ້ອງວ່າການ ປົກຄອງແຂວງ ອອກແຈ້ງການ ໃຫ້ປິດການໃຊ້ ເສັ້ນທາງລຽບຕາມແຄມຂອງ ແຕ່ສາມແຍກ ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຫາ ສາມແຍກ ຜແນກແຜນການ ແລະການລົງທຶນ ຂອງແຂວງ ຕັ້ງແຕ່ມື້ວັນທີ 19 ເມສາ ນີ້ເປັນຕົ້ນໄປ ເນື່ອງຈາກເສັ້ນທາງສາຍ ດັ່ງກ່າວ ເປັນເສັ້ນທາງ ຂົນສົ່ງສິ່ງເສດເຫລືອ ເຂົ້າ-ອອກ ສູນປິ່ນປົວ ຜູ້ຕິດ ໂຄວິດ-19. ຜູ້ຕິດໂຄວິດ-19 ຄົນດັ່ງກ່າວ ໄດ້ຮັບການຮັກສາ ຕົວຢູ່ໂຮງໝໍແຂວງ, ສ່ວນຜູ້ທີ່ໄດ້ຢູ່ໃກ້ຊິດ 3 ຄົນ ເບື້ອງຕົ້ນໄດ້ກວດ ແລ້ວ ແຕ່ບໍ່ຕິດເຊື້ອ ແລະໄດ້ຖືກແຍກກັກດ່ຽວ ຢູ່ສູນກັກຕົວຊົ່ວຄາວ ຂອງແຂວງ. ແຕ່ກໍຕ້ອງໄດ້ລໍຖ້າກວດ ຮອບສອງຕື່ມອີກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຄໍາມ່ວນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ເມສາ ນີ້:

“ເສັ້ນທາງໂຕນີ້ ເປັນຫຍັງຈຶ່ງກັກ ກໍຍ້ອນວ່າເຮົາໃຊ້ເສັ້ນທາງນີ້ ນໍາຄົນທີ່ມາຈາກກຸ່ມສ່ຽງຫັ້ນນ່າ ແລ້ວເຮົາບໍ່ຢາກໃຫ້ຄົນ ຄືປະຊາຊົນ ບໍ່ໃຫ້ໄປໃກ້ຄຽງ ຫລືວ່າຕິດແທດ ກັບແຖວນັ້ນ ເລີຍຫັ້ນນາ.”

ນາງກ່າວຕື່ມວ່າ ຈະມີການເປີດໃຊ້ເສັ້ນທາງສາຍ ດັ່ງກ່າວ ຫລັງຈາກວັນທີ 30 ເມສາ 2021 ຫາກ ທາງແຂວງກວດບໍ່ພົບຜູ້ຕິດ ໂຄວິດ-19 ເພິ່ມ, ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເວນຍາມ 24 ຊົ່ວໂມງ ຕຽມພ້ອມຮັບມືກັບ ທຸກສະຖານະການທີ່ຈະເກີດຂຶ້ນ.

ຊາວບ້ານຢູ່ເທສບານແຂວງຄໍາມ່ວນ ເວົ້າວ່າ ພາຍຫລັງເຈົ້າໜ້າທີ່ ທາງການແຂວງ ໄດ້ເອົາຮົ້ວເຫລັກມາຕັນທາງ ແລະໃສ່ປ້າຍ ຫ້າມຜ່ານແລ້ວ ກໍຍັງມີທາງໄປ ຕາມຊອຍບ້ານຢູ່:

“ເຮົາກໍບໍ່ໄດ້ຫຍູ້ງ ເຮົາມີແຕ່ວ່າ ເພິ່ນໃຫ້ລະມັດລະວັງ ເຂັ້ມງວດໃນມາຕການເພີ່ມຕື່ມຫັ້ນ ເພິ່ນບໍ່ໃຫ້ຜ່ານກະຄື, ອັນສູນກັກໂຕ ຕາມຊອຍບ້ານ ກໍບໍ່ໄດ້ມີການປິດກັ້ນ ເສັ້ນໃດເພິ່ນຕັນ ກໍບໍ່ມີໃຜຝ່າຝືນ ກໍມີແຕ່ສິອ້ອມໄປຫັ້ນແຫລະ.”

ຊາວບ້ານເວົ້າວ່າ ການໃຊ້ເສັ້ນທາງອື່ນແທນ ກໍບໍ່ມີຄວາມຫຍຸ້ງຍາກ ໃນການເດີນ ທາງພໍປານໃດ, ຕ້ອງໄດ້ປະຕິບັດຕາມແຈ້ງການ ຂອງເພິ່ນ ເພື່ອປ້ອງກັນການ ຣະບາດຂອງ ໂຄວິດ-19 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.