ຫຼາຍເມືອງປິດໂຮງຮຽນ ຊົ່ວຄາວ ກັນໂຄວິດ-19
2021.04.21
ບາງເມືອງ ທີ່ມີຄວາມສ່ຽງຕໍ່ການຕິດ ໂຄວິດ-19 ສູງ ຢູ່ແຂວງສວັນນະເຂດ ແລະ ແຂວງສາລະວັນ ໄດ້ມີການໂຈະການຮຽນການ ສອນຊົ່ວຄາວແລ້ວ. ສະເພາະຢູ່ນະຄອນໄກສອນ ພົມວິຫານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະສະກັດກັ້ນ ການຣະບາດ ຂອງໂຄວິດ-19 ໄດ້ອອກແຈ້ງການ ໃຫ້ໂຈະການຮຽນການສອນ ແຕ່ຊັ້ນອະນຸບານ ຮອດຊັ້ນ ວິທຍາລັຍ ນັບແຕ່ມື້ວັນທີ 21 ຫາ 30 ເມສາ ນີ້ ເນື່ອງຈາກຜູ້ຕິດເຊື້ອໂຄວິດ-19 ກໍຣະນີທີ 59 ຢູ່ລາວ ທີ່ນອນປິ່ນປົວ ຢູ່ໂຮງໝໍນະຄອນຫຼວງວຽງຈັນ ນັ້ນໄດ້ມາເຄື່ອນໄຫວ ຢູ່ຫລາຍຊຸມຊົນ ກ່ອນທີ່ຈະມີການກວດພົບເຊື້ອ ໃນຕົວຂອງຜູ້ກ່ຽວ ແລະວ່າ ຖ້າໃນໄລຍະ ແຕ່ວັນທີ 21 ຫາ 30 ເມສາ ນີ້ຍັງມີຄົນ ຕິດໂຄວິດ-19 ຕື່ມ ກໍອາຈມີການສືບຕໍ່ໂຈະ ການຮຽນການສອນອອກໄປຕື່ມອີກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ເມສານີ້. ທ່ານກ່າວວ່າ:
“ເພາະວ່າມັນມີຜູ້ຕິດ ໂຄວິດ-19 ຢູ່ວຽງຫັ້ນເນາະ ຜູ້ໄປປິ່ນປົວຫັ້ນ ແລ້ວລາວມາໃນສວັນນະເຂດນີ້ ກ່ອນສິວ່າໂຈະຫັ້ນນະ ເຈົ້າ. ແຕ່ວ່າເຣື່ອງຕິດນີ້ ຍັງບໍ່ທັນໄດ້ມີໃຜຕິດ ໂຄວິດ-19 ຢູ່ນະຄອນໄກສອນ ພົມວິຫານ ມີແຕ່ວ່າມີຄວາມສ່ຽງສູງ ເຂົາເຈົ້າກໍສັ່ງໂຈະໝົດ ເຈົ້າ. ເຂົາເຈົ້າພັກຢູ່ໂຮງແຮມ ເຂົາເຈົ້າໄປຫລາຍບ່ອນຫັ້ນນ່າ ເຮົາກໍເລີຍສັ່ງໂຈະ ສາກ່ອນ ເຮົາຢ້ານ ມັນລາມໄປຮອດນັກຮຽນ.”
ກ່ຽວກັບເຣື່ອງນີ້ ຜູ້ປົກຄອງນັກຮຽນ ຢູ່ ນະຄອນໄກສອນ ພົມວິຫານ ເວົ້າວ່າ ມື້ນີ້ ພາກເຊົ້າ ຕົນກໍໄດ້ໄປສົ່ງລູກໄປໂຮງຮຽນຕາມ ປົກກະຕິ. ແຕ່ພໍມີແຈ້ງການ ຂອງຂັ້ນເທິງອອກມາ ໃຫ້ໂຈະການຮຽນ-ການສອນ ຊົ່ວຄາວ ນາຍຄຣູ ປະຈໍາຊັ້ນ ກໍໄດ້ໂທໃຫ້ໄປຮັບ ລູກກັບບ້ານ ຕອນພັກທ່ຽງ. ຕົນເອງກໍເຫັນດີນໍາແຈ້ງການ ຂອງຂັ້ນເທິງ ຍ້ອນຢ້ານວ່າ ເດັກນ້ອຍຈະຕິດ ໂຄວິດ-19 ຢູ່ພາຍໃນ ໂຮງຮຽນ ແລະ ຈະລໍຖ້າໄປຈົນຮອດ ວັນທີ 30 ເມສາ ຊຶ່ງອາຈມີແຈ້ງການ ແນະນໍາແນວໃດແນວນຶ່ງອອກມາ ດັ່ງທີທ່ານກ່າວວ່າ:
“ກໍເຫັນດີນະ ເພາະວ່າຢ້ານ ແບບວ່າ ເດັກນ້ອຍມາໂຮງຮຽນແລ້ວຄວບຄຸມ ໂຄວິດ-19 ບໍ່ໄດ້. ມີແຕ່ຄາບເຊົ້ານະ ເຂົາເຈົ້າມາ ໂຮງຮຽນປົກຕິ. ຫລັງຈາກຮຽນຄາບເຊົ້າແລ້ວ ເພິ່ນແຈ້ງ ຜູ້ປົກຄອງມາຮັບນັກຮຽນຫັ້ນນ່າ ແຕ່ວ່າເຮົາກໍຟັງໄປອີກກ່ອນ ບໍ່ຮູ້ເພິ່ນສິ ແຈ້ງການຕໍ່ ຫລືວ່າຈັ່ງໃດ.”
ຜູ້ປົກຄອງນັກຮຽນໂຮງຮຽນ ເອກກະຊົນ ທີ່ຮຽນເປັນພາສາຈີນ ຢູ່ນະຄອນໄກສອນ ເວົ້າວ່າ ເບື້ອງຕົ້ນ ໂຮງຮຽນຈີນ ກໍໄດ້ຈັດ ຕາຕະຣາງຮຽນແບບອອນລາຍ. ແຕ່ວ່າໂຮງຮຽນອື່ນ ທີ່ເປັນໂຮງຮຽນ ຢູ່ເຂດຫ່າງໄກ ຫ່າງຈາກນະຄອນ ໄກສອນ ປະມານ 40 ກິໂລແມັດ ກໍອາຈມີວຽກບ້ານ ຈາກນາຍຄຣູປະຈໍາວິຊາ ໃຫ້ເຮັດຂນະທີ່ມີການປິດ ການຮຽນຊົ່ວຄາວນີ້ ເນື່ອງຈາກໂຮງຮຽນຢູ່ເຂດ ຫ່າງໄກ ໄຟຟ້າ ຈະເຂົ້າບໍ່ເຖິງ ບໍ່ສາມາດຮຽນທາງອອນລາຍໄດ້ ຄືກັນກັບນັກຮຽນ ໃນເມືອງ:
“ໂຮງຮຽນທີ່ມີເງື່ອນໄຂ ກໍໃຫ້ຮຽນອອນລາຍເນາະ. ໂຮງຮຽນທີ່ບໍ່ມີເງື່ອນໄຂ ກໍບໍ່ໄດ້ຮຽນແຫລະ ເຂດຫ່າງໄກນະ. ໂຮງຮຽນຈີນ ກົງເຕັກນີ້ ຮຽນຜ່ານຣະບົບອອນລາຍ ເພາະວ່າປີກາຍ ກໍມີບົດຮຽນ ທີ່ຮຽນຜ່ານອອນລາຍ ກໍບໍ່ຫຼາຍດອກແບບ 2-3 ແຫ່ງນີ້ແຫຼະ ເພາະວ່າ ອີງໃສ່ເງື່ອນໄຂ ຂອງແຕ່ລະໂຮງຮຽນ ມັນບໍ່ຄືກັນ.”
ໃນຂນະດຽວກັນ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ, ຄະນະສະເພາະກິດປ້ອງກັນຄວບຄຸມ ແລະສະກັດກັ້ນການຣະບາດຂອງ ໂຄວິດ-19 ເມືອງຄົງເຊໂດນ ກໍໄດ້ອອກແຈ້ງການ ໃຫ້ໂຮງຮຽນປະຖົມ ແລະໂຮງຮຽນມັຖຍົມສົມບູນ ທັງໝົດ 20 ປາຍແຫ່ງ ໂຈະ ການຮຽນ-ການສອນ ແຕ່ວັນທີ 19 ຫາ 23 ເມສາ ນີ້. ພາຍຫລັງຜູ້ຕິດເຊື້ອ ໂຄວິດ-19 ກໍຣະນີຄົນທີ 54 ຂອງລາວ ຊຶ່ງເປັນຄົນ ງານລາວ ທີ່ລັກຂ້າມມາແຕ່ປະເທດໄທຍ ໃນວັນທີ 11 ເມສາ, ຜູ້ກ່ຽວບໍ່ໄດ້ຜ່ານການກວດຫາໂຄວິດ-19, ແຕ່ຜູ້ກ່ຽວໄດ້ໄປຕລາດ ເມືອງຄົງເຊໂດນ ໃນວັນທີ 12 ເມສາ ແລະໄດ້ໄປກິນເຝີ ກັບຄອບຄົວໃນມື້ຕໍ່ມາ. ສາຍກວດສະເພາະກິດ ໂຄວິດ-19 ສາມາດ ຕິດຕາມຜູ້ກ່ຽວໄດ້ ແລ້ວພາໄປກວດພົບເຊື້ອ ແລະ ນອນປິ່ນປົວຢູ່ໂຮງໝໍແຂວງ ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງ ສາລະວັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ.
“ໂຮງຮຽນ ທີ່ມີກຸ່ມສ່ຽງ ຢູ່ໃກ້ບ້ານເຂົາ 20 ແຫ່ງໂຈະໝົດ ເຂົາມາແລ້ວເຂົາບໍ່ໄດ້ກັກໂຕ ເຂົາລັກມາ ເປັນແຮງງານລາວມາແຕ່ໄທຍ ລັກມາ ຂ້າມສວັນນະເຂດມາ.”
ນາງກ່າວຕື່ມວ່າ ຄົນທີ່ໃກ້ຊິດ ກັບຜູ້ກ່ຽວ ແມ່ນຄອບຄົວຂອງຜູ້ກ່ຽວເອງ ມີທັງໝົດ 4 ຄົນ ໄດ້ຖືກກັກຕົວ ຢູ່ສະຖານທີ່ ທີ່ທາງການ ຈັດໃຫ້. ເບື້ອງຕົ້ນ ຜົລການກວດຫາເຊື້ອຮອບທໍາອິດ ທັງໝົດບໍ່ພົບເຊື້ອ, ແຕ່ປັດຈຸບັນ ຍັງຕ້ອງໄດ້ກວດຮອບທີ 2 ຕື່ມອີກ. ຖ້າຜົລ ການກວດອອກມາ ວ່າຕິດເຊື້ອ ກໍຈະມີການສືບຕໍ່ປິດ ໂຮງຮຽນໄປຕື່ມ.
ກ່ຽວກັບເຣື່ອງນີ້ ຜູ້ປົກຄອງນັກຮຽນ ຢູ່ບ້ານນາເຕີຍ ເມືອງຄົງເຊໂດນ ເວົ້າວ່າ ເຫັນດີທີ່ທາງການໄດ້ແຈ້ງການ ປິດການຮຽນ-ການ ສອນຊົ່ວຄາວ ເນື່ອງຈາກວ່າໂຮງຮຽນປະຖົມ ບ້ານນາເຕີຍ ແລະໂຮງຮຽນມັທຍົມສົມບູນ ບ້ານນາເລົາ ເປັນໂຮງຮຽນທີ່ມີນັກຮຽນ ຈາກ 14 ບ້ານ ອ້ອມຂາງເຂົ້າມາຮຽນ. ຫາກເປີດການຮຽນ ກໍອາຈມີຄວາມສ່ຽງ ຕໍ່ການທີ່ຈະເຮັດໃຫ້ເດັກນ້ອຍຕິດໂຄວິດ-19 ໄດ້ ຍ້ອນບໍ່ມີຜູ້ໃດຮູ້ວ່າ ໃນມື້ວັນທີ 12 ເມສາ ມີຜູ້ຕິດເຊື້ອໂຄວິດ-19 ຄົນທີ 54 ຊຶ່ງເປັນຄົນບ້ານນາເຕີຍ ໄດ້ໄປພົວພັນກັບນັກຮຽນ ຫລືບໍ່ ດັ່ງທີ່ທ່ານ ກ່າວວ່າ:
”ກໍເຫັນດີເພາະວ່າ ເຂດຂອງເຮົານີ້ມັນຢູ່ໃນ ອັດຕຣາສ່ຽງສູງ ຫັ້ນນະ ມັນມີຮອດ 14 ໝູ່ບ້ານມາຮຽນ ຢູ່ ມສ ເຮົານີ້ນະ ເຮົາກໍບໍ່ ຢາກໃຫ້ນັກຮຽນມາຮ່ວມກັນ ໃນຕອນຮຽນຫັ້ນນະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ບ້ານນາເຕີຍ ຖືກສັ່ງໃຫ້ປິດ, ຄົນໃນບໍ່ໃຫ້ອອກ, ຄົນນອກບໍ່ໃຫ້ເຂົ້າ, ແຕ່ຊາວບ້ານກໍບໍ່ໄດ້ແຕກຕື່ນ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ກັບເຈົ້າໜ້າທີ່ ກັກຕົວຢູ່ ເຮືອນ ຕາມຄໍາແນະນໍາ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ.
ແລະຊາວບ້ານຢູ່ເຂດເທສບານ ເມືອງຄົງເຊໂດນ ເວົ້າວ່າ ພາຍຫລັງທີ່ມີປະຊາຊົນ ຮູ້ຂ່າວຈາກແຈ້ງການ ຂອງເມືອງ ເຣື່ອງການ ກວດພົບຜູ້ຕິດໂຄວິດ-19 ກໍຣະນີທີ 54 ແລ້ວ ກໍພາກັນໄປຊື້ເຄື່ອງຂອງ ທີ່ຕລາດຄົງເຊໂດນ ມາໄວ້ ແລະໃນມື້ນີ້ ພາຍໃນຕລາດ ບັນຍາກາດກໍງຽບເຫງົາ ມີຮ້ານຂາຍຜັກຂາຍຊີ້ນ ພຽງ 2-3 ຮ້ານເທົ່ານັ້ນ ແລະ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກໍລາດ ຕະເວນ ປິດຮ້ານບັນເທິງ ແລະ ຮ້ານອາຫານແຄມທາງ ແລະ ໂຕເອງກໍໄດ້ກັກຕົວ ຢູ່ເຮືອນ ດັ່ງທີ່ທ່ານກ່າວວ່າ:
“ມິດ ຜູ້ເປີດ ເຂົາກໍເກັບມ້ຽນ ກໍເປີດ 2-3 ຮ້ານຫັ້ນນະ ເພິ່ນກໍລາດຕະເວນເລີຍ ບໍ່ໃຫ້ມີບ່ອນຊຸມແຊວ ບ່ອນໃດຊຸມ ເພິ່ນກໍລົງໄປ ໂລດ.”
ນອກຈາກນັ້ນ ສໍາລັບເຂດເສຖກິດພິເສດ 3 ຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍໄດ້ມີແຈ້ງການ ວັນທີ 19 ເມສາ 2021 ຫ້າມ ບຸກຄົນ ນິຕິບຸກຄົນ ບໍຣິສັດຕ່າງໆ ນໍາເອົາຄົນ ງານລາວ ແລະ ຄົນຕ່າງປະເທດ ທີ່ຢູ່ນອກເຂດ ແລະຕ່າງແຂວງ ເຂົ້າມາ ເຂດນັ້ນຢ່າງເດັດຂາດ ແຕ່ຜູ້ທີ່ມີຈຸດປະສົງ ຢາກອອກຈາກເຂດນັ້ນແມ່ນສາມາດອອກໄດ້ ຖ້າອອກຈາກ ເຂດໄປແລ້ວກໍບໍ່ອະນຸຍາດ ໃຫ້ເຂົ້າມາອີກ ຈົນກວ່າຈະມີແຈ້ງການ ສະບັບໃໝ່.
ທີ່ແຂວງຫຼວງພຣະບາງ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກໍໄດ້ອອກແຈ້ງການ ວັນທີ 16 ເມສາ ນີ້ ກ່ຽວກັບການເພີ່ມທະວີ ການເອົາໃຈໃສ່ ປະຕິບັດມາຕການປ້ອງກັນ ໂຄວິດ-19 ແລະ ຕິດຕາມຄົນງານລາວ ທີ່ລັກເຂົ້າເມືອງ ໂດຍໃຫ້ອໍານາດການປົກຄອງ ບ້ານແລະເມືອງ ເປັນເຈົ້າການ ໃນການສະກັດກັ້ນ ແລະ ສືບຕໍ່ປິດສະຖານທີ່ ບັນເທີງ, ຮ້ານຄາຣາໂອເກ໋, ຮ້ານກິນດື່ມ ແລະ ການຈັດງານລ້ຽງ, ງານດອງ, ງານສັງສັນ ທີ່ເປັນການເຕົ້າໂຮມ ຄົນຫລາຍ ເປັນການຊົ່ວຄາວ ນັບແຕ່ວັນທີ 14 ຫາ 30 ເມສາ 2021 ນີ້.