ດ່ານສາກົລ ບ້ານມອມ ຈະເປີດ ຊົ່ວຄາວ

ຈໍາປາທອງ
2021.03.12
ດ່ານສາກົລ ບ້ານມອມ ຈະເປີດ ຊົ່ວຄາວ ທ່າເຮືອບ້ານມອມ ດ່ານສາກົນ ແຂວງບໍ່ແກ້ວ
ພາບປະກອບ: ນັກຂ່າວພົລເມືອງ

ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການໃນມື້ວັນທີ 4 ມິນາ 2021 ໃຫ້ເປີດກິຈການເດີນເຮືອ ເປັນການຊົ່ວຄາວໃນໄລຍະ 1 ເດືອນ ແລະທຸກໆ 15 ວັນ ຈະໄດ້ລົງຕິດຕາມ ແລະ ປະເມີນສະຖານະການ ການຣະບາດຂອງໂຄວິດ-19 ແລະ ຫ້າມບໍ່ໃຫ້ລັກລອບ ຂົນສົ່ງໂດຍສານເດັດຂາດ.

ແຈ້ງການສະບັບນີ້ ມີຂຶ້ນພາຍຫລັງທີ່ໄດ້ໂຈະ ກິຈການເດີນເຮືອຂົນສົ່ງສິນຄ້າ ຜ່ານແດນເປັນການຊົ່ວຄາວ ແຕ່ມື້ວັນທີ 28 ກັນຍາ ເປັນຕົ້ນມາ ອັນໄດ້ເຮັດໃຫ້ຜູ້ປະກອບການ ຂາດລາຍໄດ້, ການຈັດເກັບລາຍຮັບ ເຂົ້າງົບປະມານຂອງຣັຖ ບໍ່ບັນລຸຕາມເປົ້າໝາຍ ຊຶ່ງເປັນຜົລກະທົບ ຕໍ່ຣະບົບເສຖກິດ}າຍສົມຄວນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ມີນາ 2021 ນີ້ວ່າ:

“ພວກເຮົາກໍໃຫ້ທົດລອງ ເຮັດເປັນເດືອນ. ຖ້າບໍ່ມີບັນຫາຫຍັງກໍສິໃຫ້ສືບຕໍ່. ຖ້າຫາກປະຕິບັດມາຕການບໍ່ໄດ້ ກໍສິໄດ້ສັ່ງປິດ ປິດກ່ອນ. ພາຍຫລັງການປັບປຸງ ມາຕການຕ່າງໆ ສໍາເຣັດຈຶ່ງຄ່ອຍໃຫ້ເປີດໃໝ່. ມາຕການພວກເຮົານີ້ ກໍມີຫຼາຍ ພວກເຮົາຈະເຮັດເປັນຣະບຽບ ການຂົນສົ່ງສິນຄ້າທາງນໍ້າ ເປັນສະບັບຊົ່ວຄາວສໍາລັບບໍ່ແກ້ວ.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງ ຢູ່ແຂວງບໍ່ແກ້ວ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການອະນຸຍາດ ໃຫ້ມີການຂົນສົ່ງສິນຄ້າທາງເຮືອ ໃນຄັ້ງນີ້ກໍເປັນ ຍ້ອນວ່າ ສະມາຄົມເຮືອຂົນສົ່ງ ຢູ່ແຂວງບໍ່ແກ້ວນີ້ ໄດ້ມີໜັງສືຂໍຮ້ອງ ມາໃຫ້ເປີດ ດ່ານ ດັ່ງນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ມີການປະຊຸມກັນ ຄົ້ນຄວ້າຫຼາຍຄັ້ງ ແລ້ວກໍອະນຸຍາດ ໃຫ້ເປີດດ່ານນີ້ໄດ້ ດັ່ງທີ່ທ່ານ ກ່າວວ່າ:

“ພວກເຮົາກໍໄດ້ຄົ້ນຄວ້າຫຼາຍຄັ້ງ ຍ້ອນວ່າສະມາຄົມເຮືອ ຂະເຈົ້າໄດ້ມີຄວາມຈໍາເປັນ ຂະເຈົ້າກໍເຮັດໜັງສືມາ ເນື່ອງຈາກເປັນ ຜົລກະທົບຫຼາຍຢ່າງຫັ້ນນະ. ເວົ້າວ່າຂະເຈົ້າ ມີຄວາມສາມາດປະຕິບັດ ມາຕການໃນການປ້ອງກັນ ການຣະບາດຂອງພຍາດນີ້ໄດ້ດີ.”

ຊາວແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເຫັນດີນໍາການເປີດ ໃຫ້ມີການຂົນສົ່ງສິນຄ້າຜ່ານແດນ ຍ້ອນເປັນການສົ່ງເສີມ ໃຫ້ມີຣາຍໄດ້, ແຕ່ກໍຕ້ອງໃຫ້ ປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ທີ່ທາງການເພິ່ນກໍານົດອອກ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

”ເຫັນດີໃຫ້ເປີດ ແຕ່ວ່າຕ້ອງປະຕິບັດ ຕາມກົດຣະບຽບຂອງພາກຣັຖ. ປົກກະຕິລາວນີ້ ເປັນທາງຜ່ານ ນໍາສິນຄ້າຈາກວຽດນາມ ຈາກໄທຍ ຜ່ານໄປຈີນ ຜ່ານໄປພະມ້າ. ຖ້າມັນເປີດ ມັນກະດີກວ່າບໍ່ເປີດ ພວກເຮືອມັນກໍຈະໄດ້ແກ້ໄຂ ຊີວິດຄວາມເປັນຢູ່ ໄປຕາມເລັກຕາມນ້ອຍ ເດືອນນຶ່ງ ໄດ້ຖ້ຽວນຶ່ງ 2 ຖ້ຽວ ກໍຍັງດີ.”

ແລະຊາວແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ບໍ່ໄດ້ຄັດຄ້ານການເປີດດ່ານສາກົນ ບ້ານມອມ ຫຼືບໍ່ຮູ້ສຶກ ຢ້ານໂຄວິດ-19 ພໍເທົ່າໃດຍ້ອນໂຄວິດ-19 ບໍ່ໄດ້ມາກັບສິນຄ້າ, ແຕ່ມາກັບຄົນ:

”ບໍ່ເປັນຫຍັງ ທຸກຄົນກໍໂອເຄຢູ່ ເພາະວ່າໂຄວິດນີ້ມັນບໍ່ໄດ້ມາກັບສິນຄ້າ ມັນມາກັບຄົນ.”

ອີງຕາມຣາຍງານ ຂອງສື່ທ້ອງຖິ່ນຢູ່ປະເທດລາວ ເມື່ອວັນທີ 5 ມິນາ ນີ້ ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການ ວັນທີ 4 ມິນາ 2021 ກ່ຽວກັບການເປີດດ່ານສາກົນ ບ້ານມອມ ທີ່ເມືອງຕົ້ນເຜິ້ງ ຊົ່ວຄາວ, ອະນຸຍາດໃຫ້ເຮືອຂົນສົ່ງສິນຄ້າ ຜ່ານແດນ ເຂົ້າມາທ່າໄດ້ເປັນເວລາ 1 ເດືອນ.

ກ່ອນໜ້ານີ້ ແຂວງບໍ່ແກ້ວ ໄດ້ປະກາດໂຈະການເດີນເຮືອຂົນສົ່ງສິນຄ້າ ຜ່ານແດນ ເປັນການຊົ່ວຄາວ ຕັ້ງແຕ່ມື້ວັນທີ 28 ກັນຍາ 2020 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.