ໂຮງໝໍໃນລາວຂາດແຄນເລືອດ


2013.09.06
F-Blood-donor ປະຊາຊົນ ຜູ້ໃຈບຸນ ພາກັນໄປ ບໍຣິຈາກເລືອດ ໃຫ້ໂຮງໝໍ
Mek/fb

 

ເຈົ້າໜ້າທີ່ສາທາຣະນະສຸຂ ທີ່ບໍ່ປະສົງອອກຊື່ ກ່າວໃນວັນທີ່ 6 ກັນຍາ ນີ້ວ່າປັດຈຸບັນນີ້ ໂຮງໝໍຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ແລະ ໃນຕ່າງແຂວງ ກໍາລັງຂາດເຂີນເລືອດຫລັງຈາກໄຂ້ເລືອດອອກ ໄດ້ຣະບາດ ເມື່ອມໍ່ໆມານີ້ ເຮັດໃຫ້ມີຜູ້ເສັຽຊີວິດເຖິງ 86 ຄົນ ໃນທົ່ວປະເທດ ແລະ ມີຄົນປ່ວຍເປັນ ໄຂ້ເລືອດອອກ ຫລາຍກ່ວາ 4 ໝື່ນຄົນ ຈຶ່ງຕ້ອງການ ຜູ້ບໍຣິຈາກຕື່ມ:

"ຊ່ວງລະຍະນີ້ແມ່ນເຮົາຂາດແຄນເລືອດຫລາຍ ເຂົາເຈົ້າ ສີ່ຜ່າຕັດຫົວໃຈ ເຮົາກໍບໍ່ມີເລືອດໃຫ້ ເພາະວ່າຊ່ວງລະຍະນີ້ ໂຮງຮຽນຫາກໍເປີດ ແລະ ແຕ່ລະໂຮງຮຽນຍັງບໍ່ ປົກກະຕິວ່າຊັ້ນສະ ເຮົາໄປຂໍຮັບກໍບໍ່ທັນໄດ້ເທື່ອ".

ທ່ານວ່າ ຄວາມຕ້ອງການເລືອດ ໃນແຕ່ລະວັນຕົກຢູ່ປະມານ 30-40 ຖົງສໍາລັບການຜ່າຕັດ ແລະຄົນເຈັບຈາກອຸບັດຕິເຫຕ ແຕ່ສ່ວນຫລາຍ ແລ້ວ ໂຮງໝໍຈະຫາເລືອດ ມາສນອງຄວາມຕ້ອງການ ໄດ້ພຽງແຕ່ 20 ຖົງຕໍ່ວັນ ຊຶ່ງຖືວ່າຍັງຂາດເຂີນຫລາຍ. ປົກກະຕິ ແລ້ວທາງໂຮງໝໍ ໄປຮັບ ບໍຣິຈາກເລືອກຈາກນັກສຶກສາ ໃນໂຮງຮຽນ ແລະຈາກທະຫານ ແຕ່ປານນັ້ນ ກໍຍັງບໍ່ພຽງພໍ. ທ່ານຈຶ່ງຢາກເຊີນຊວນ ພໍ່ແມ່ພີ່ນ້ອງທຸກ ຄົນມາບໍຣິຈາກເລືອດ ໃຫ້ຫລາຍໆ. ການຮັບບໍຣິຈາກ ມີຢູ່ທຸກໆໂຮງໝໍ ຫລືສູນບໍຣິຈາກເລືອດຂອງອົງການ ສະພາກາຊາຕ ນະຄອນຫລວງ ວຽງຈັນ. ຜູ້ທີ່ຕ້ອງການບໍຣິຈາກເລືອດ ຕ້ອງມີນໍ້າໜັກ 45 ກິໂລກຣາມ ຂຶ້ນໄປ. ກ່ອນມື້ບໍຣິຈາກ ຕ້ອງພັກຜ່ອນຫລາຍໆ ນອນໃຫ້ເຕັມ 8 ຊົ່ວໂມງ ກິນເຂົ້າໃຫ້ອີ່ມໆ ແລະ ບໍ່ດື່ມເຫລົ້າເມົາສຸຣາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.