ຜູ້ຍິງຍັງອອກລູກຢູ່ບ້ານ
2016.11.11

ປັດຈຸບັນ ການເກີດລູກ ຢູ່ບ້ານ ຂອງ ແມ່ຍິງ ໃນເຂດຫ່າງໄກ ໃນແຂວງຫົວພັນ ຍັງມີຫຼາຍ ຍ້ອນບັນຫາ ໃນການ ເດີນທາງ ມີຄວາມ ຫຍຸ້ງຍາກ, ຢູ່ໄກຈາກ ສຸຂສາລາ ຫລື ໂຮງໝໍເມືອງ ໂຮງໝໍແຂວງ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຜແນກ ແມ່ຍິງ ແລະ ເດັກນ້ອຍ ແຂວງ ຕໍ່ RFA:
"ແຕ່ວ່າດຽວນີ້ ເຮົາແຈກ ບັດເກີດລູກ ບໍ່ເສັຽຄ່າ ເຮົາແຈກໄດ້ ອັນເກືອບ 90 ປາຍ ເປີເຊັນ ແຕ່ວ່າມາຮອດ ປັດຈຸບັນ ຕົວເລກ ອັດຕຣາ ການເກີດ ສະຖານທີ່ ບໍຣິການ ມີແຕ່ 60 ເປີເຊັນ ເຂດນອກໆ ເພາະວ່າ ຂະເຈົ້າ ອັນໃນການ ໄປມາ ເນາະ ມັນ ກໍຫຍູ້ງຍາກ ເນາະ ເຂດທີ່ວ່າ ຢູ່ໃກ້ ສະຖານທີ່ ບໍຣິການ ຂະເຈົ້າ ກໍມາຮັບ ບໍຣິການ ໄດ້ ຍັງແຕ່ວ່າ ເຂດທີ່ຢູ່ໄກໆ".
ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງ ຜແນກແມ່ຍິງ ແລະເດັກນ້ອຍ ຮ່ວມກັບ ຫ້ອງການ ສາທາຣະນະສຸຂ ແຂວງ ກໍໄປ ສຶກສາອົບຮົມ ເຊີນຊວນ ແມ່ຍິງ ໃນເຂດ ຫ່າງໄກ ເປັນຕົ້ນ ແມ່ຍິງ ຊົນເຜົ່າ ໃຫ້ ມາຝາກທ້ອງ ແລະ ເກີດລູກຢູ່ ສຸຂສາລາ ຫລື ໂຮງໝໍ ຂອງຣັຖ ໂດຍທີ່ ທາງຫ້ອງການ ສາທາຣະນະສຸຂ ຈະຈ່າຍຄ່າ ເດີນທາງໃຫ້ ແລະ ບໍ່ໄດ້ເສັຽຄ່າ.
ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ເວົ້າຕື່ມວ່າ ການເສັຽຊີວິດ ຂອງ ແມ່່ທີ່ເກີດລູກ ໃນແຂວງ ຫົວພັນ ຍັງມີ ຄວາມສ່ຽງສູງ ຊຶ່ງ ເມື່ອເດືອນ ທີ່ຜ່ານມາ ມີກໍຣະນີ ແມ່ຍິງ ເສັຽຊີວິດ ຈາກ ການເກີດລູກ ຍ້ອນບໍ່ໄດ້ ຝາກທ້ອງ ແລະ ເກີດລູກ ຢູ່ບ້ານ ດ້ວຍຕົນເອງ:
"ເຮົາກໍມີຄວາມກັງວົນ ເພາະວ່າ ຂະເຈົ້າ ເກີດຢູ່ບ້ານ ແລ້ວມັນກໍມີ ຄວາມສ່ຽງ ເພາະວ່າຢູ່ ເມືອງເຮົາ ເດືອນແລ້ວ ກໍມີ ກໍຣະນີ ນຶ່ງເນາະ ທີ່ ແມ່ ເສັຽຊີວິດ ຫລັງເກີດ ເນາະ ເພາະວ່າ ຂະເຈົ້າ ບໍ່ໄດ້ມາຮັບ ການ ບໍຣິການ ຝາກທ້ອງ ບໍ່ໄດ້ ຕິດຕາມ ຫັ້ນເນາະ ແລ້ວເມື່ອເກີດ ກໍເກີດ ຢູ່ບ້ານ ຫລັງຈາກ ເກີດແລ້ວ ມັນ ກໍເລືອດໄຫລ ແລ້ວກໍມາ ໂຮງໝໍ ກໍມາ ເສັຽຊີວິດ ຢູ່ໂຮງໝໍ ແຕ່ວ່າ ຕອນເວັນ ກໍເກີດ ຢູ່ບ້ານເນາະ".
ນັບແຕ່ຕົ້ນປີ 2015 ມານີ້ ຢູ່ແຂວງຫົວພັນ ມີແມ່ຍິງ ມາເກີດລູກ ຢູ່ ສຸຂສາລາ ແລະ ໂຮງໝໍ ທັງໝົດ 2,243 ຄົນ ທີ່ໄດ້ຮັບສິດ ໃນ ໂຄງການ ເກີດລູກ ບໍ່ເສັຽຄ່າ ຂອງ ຣັຖບານ ຕາມໂຄງການ ທີ່ໄດ້ເລີ້ມ ມາຕັ້ງແຕ່ປີ 2010 ແລະ ມາເຖິງ ປັດຈຸບັນ ມີແມ່ຍິງ ເກີດລູກ ແລ້ວ ເສັຽຊີວິດ ຢູ່ແຂວງນີ້ 45 ຄົນ ຄືຫລຸດລົງ ຈາກ ຄາດໝາຍ 260 ຄົນ.