ອະຫິວາໝູແຜ່ຂຍາຍ ມ.ຊ່ອນ ຂ.ຫົວພັນ
2019.07.18

ມາຮອດປັດຈຸບັນ ພຍາດອະຫິວາໝູອາຟຣິກກັນ ຍັງແຜ່ຣະບາດ ຢ່າງຕໍ່ເນື່ອງໃນລາວ ຫລ້າສຸດນີ້ແມ່ນຢູ່ ເມືອງຊ່ອນ ແຂວງຫົວພັນ ທີ່ມີ ຊາຍແດນຕິດກັບວຽດນາມ ເຮັດໃຫ້ໝູຕາຍແລ້ວ 578 ໂຕ ແລະຕິດເຊື້ອອີກ 40 ປາຍໂຕ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງຊ່ອນ ຕໍ່ RFA ໃນວັນທີ 18 ກໍຣະກະດາ ນີ້:
"ຕາມການຣາຍງານຂອງ ວິຊາການເນາະ 578 ໂຕ ເຈັບເປັນປະມານ 40 ປາຍໂຕເນາະ ປັດຈຸບັນນີ້ໄທເຮົາ ກໍາລັງລົງເກັບກໍາຂໍ້ມູນ ຢູ່ເນາະ ເພາະວ່າການຕາຍຂອງໝູ ມັນກະຍັງບໍ່ເປັນໂຕເລກ ທີ່ວ່າແນ່ນອນ ເທື່ອ ໄທເຮົາລົງເກັບໂຕຢ່າງຂອງ ແຕ່ລະບ້ານໆສົ່ງໄປ ສູນວິຈັຍ ຢູ່ກົມແລ້ວເນາະ."
ທ່ານເວົ້າວ່າ ໝູ ທີ່ຕາຍແລະຕິດເຊື້ອນັ້ນ ເປັນໝູບ້ານ ທີ່ປະຊາຊົນລ້ຽງ ໃນຄອບຄົວ ບໍ່ແມ່ນໝູພັນໃນຟາມ. ແລະຂນະນີ້ ເຈົ້າໜ້າທີ່ກໍາລັງ ລໍຖ້າຄໍາຕອບ ຈາກກົມລ້ຽງສັດ ແລະການປະມົງ ວ່າເຊື້ອພຍາດ ນີ້ເຂົ້າມາແຜ່ຣະບາດ ຢູ່ເມືອງຊ່ອນໄດ້ແນວໃດ ຍັງບໍ່ສາມາດຄາດການ ໄດ້ວ່າ ມາຈາກ ປະເທດເພື່ອນບ້ານ ຫລືບໍ່.
ໃນຂນະດຽວກັນ ທາງການເມືອງ ກໍໄດ້ອອກແຈ້ງການ ເຕືອນປະຊາຊົນ ບໍ່ໃຫ້ເອົາຊີ້ນໝູ ທີ່ຕາຍມາກິນ, ຫາກພົບເຫັນຈະຖືກດໍາເນີນຄະດີ ຕາມກົດໝາຍ ແລະໃຫ້ຜູ້້ລ້ຽງໝູເບິ່ງແຍງໝູ ໃນຄອກຂອງຕົນ ໃຫ້ຫລາຍຂຶ້ນຕື່ມ, ຫ້າມບໍ່ໃຫ້ເຄື່ອນຍ້າຍໝູ ໄປບ່ອນອື່ນ ຢ່າງເດັດຂາດ. ແລະຫາກໝູໂຕໃດ ມີອາການຜິດປົກກະຕິ ໃຫ້ແຍກຈາກໝູໂຕອື່ນ ແລ້ວແຈ້ງໃຫ້ເຈົ້າໜ້າທີ່ ມາກວດເພື່ອສະກັດກັ້ນ ການແຜ່ຣະບາດ.
ມາຮອດປັດຈຸບັນ ການແຜ່ຣະບາດຂອງພຍາດ ອະຫິວາໝູອາຟຣິກກັນ ຢູ່ລາວ ມີເພີ່ມເປັນ 4 ເມືອງ ຄື; ເມືອງຕຸ້ມລານ ແຂວງສາລະວັນ, ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະຫລ້າສຸດ ເມືອງຊ່ອນ ແຂວງຫົວພັນ.
ໃນ 4 ເມືອງດັ່ງກ່າວ ມີໝູຕາຍຍ້ອນແລ້ວ ປະມານ 3 ພັນໂຕ ໃນຂນະທີ່ໝູຕາຍ ຢູ່ເມືອງນາກາຍ ແຂວງຄໍາມ່ວນ ຍັງຢູ່ຣະຫວ່າງການ ກວດກາວິຈັຍ ເພື່ອໃຫ້ຮູ້ແນ່ນອນ ວ່າຕາຍຍ້ອນເຊື້ອພຍາດນີ້ແທ້ ຫລືບໍ່.