ເດັກນ້ອຍຂາດສານອາຫານ ຢູ່ລາວ

ມະນີຈັນ
2016.10.27
F-Malnutrition ເດັກນ້ອຍ ໃນເຂດຊົນນະບົດ ໄດ້ຮັບການເບຶ່ງແຍງ ໃນການເຕີບໃຫຽ່ ການຢູ່ກິນ ໂດຍການຊ່ອຍເຫຼືອຂອງ ອົງການ ສະຫະປະຊາຊາດ
Courtesy of Unicef

ໃນປີ 2016 ນີ້ ຢູ່ສປປລາວ ຍັງບໍ່ສາມາດ ເຮັດໃຫ້ ຈຳນວນເດັກນ້ອຍ ຂາດ ສານອາຫານ ຫລຸດລົງໄດ້ ຕາມເປົ້າໝາຍ ທີ່ ສະພາ ແຫ່ງຊາດ ກຳນົດໄວ້ ທີ່ວ່າ ຈະເຮັດໃຫ້ ອັດຕຣາ ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກ ຕ່ຳກວ່າມາຕຖານ ໃຫ້ຍັງເຫຼືອ 22% ຂອງ ຈຳນວນ ເດັກນ້ອຍ ທັງໝົດ ແລະ ທີ່ຕ່ຳເຕັ້ຽ ໃຫ້ຍັງເຫລືອ 34%. ປັດຈຸບັນ ເດັກນ້ອຍ ໃນວັຍ ທີ່ວ່ານັ້ນ ມີນ້ຳໜັກ ຕ່ຳກວ່າມາຕຖານ 25.5% ແລະ ທີ່ຕ່ຳເຕັ້ຽມີ 36.6% -ຕາມຣາຍງານ ຂອງທ່ານ ສຸພັນ ແກ້ວມີໄຊ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມ ສະພາ ແຫ່ງຊາດ ໃນວັນທີ 24 ຕຸລາ ນີ້:

"ອັດຕຣາເດັກລຸ່ມ 5 ປີ ທີ່ມີນໍ້າໜັກ ຕໍ່າກວ່າ ມາຕຖານ ໄດ້ຫລຸດລົງ ຍັງເຫລືອ 25.5% ຕາມແຜນການ ສະພາ ແຫ່ງຊາດ ໄດ້ຮັບຮອງ ແມ່ນ 22 ແລະ ເດັກລຸ່ມກວ່າ 5 ປີ ທີ່ເຕັ້ຽ ຍັງເຫລືອ 36.6% ຕາມແຜນການ ສະພາ ແຫ່ງຊາດ ກໍານົດ ແມ່ນ 34".

ແຕ່ຕາມຣາຍງານ ຂອງ ທະນາຄານໂລກ ແລ້ວແມ່ນວ່າ ຢູ່ ສປປລາວ ອັດຕຣາ ເດັກນ້ອຍ ຂາດ ສານອາຫານ ຍັງຢູ່ ໃນຣະດັບ ສູງເຖິງ 44% ຄື ມີຈຳນວນ ຫຼາຍກວ່າ ທີ່ທາງການລາວ ປະກາດ. ເຈົ້າໜ້າທີ່ ກອງທຶນ ຫລຸດຜ່ອນ ຄວາມທຸກຍາກ ຂອງລາວ ເວົ້າວ່າ ປັດໃຈ ທີ່ເຮັດໃຫ້ ເດັກນ້ອຍ ຂາດ ສານອາຫານ ໃນລາວ ຫຼາຍຢູ່ນັ້ນ ມີຢູ່ຫຼາຍຢ່າງ. ແຕ່ອັນສຳຄັນ ທີ່ສຸດ ກໍແມ່ນ ການຂາດເຂີນ ອາຫານ ມີ ທາດບຳລຸງ ເພື່ອເຮັດ ໃຫ້ເດັກນ້ອຍ ເຕີບໃຫຍ່ ຄືນໍ້ານົມ ແລະໄຂ່ ຊຶ່ງ ຢູ່ຫຼາຍແຂວງ ຣາຄາ ກໍແພງຫຼາຍ ເຮັດໃຫ້ເດັກນ້ອຍ ໃນຄອບຄົວ ທຸກຍາກ ບໍ່ໄດ້ ກິນ:

"ຢູ່ບ້ານເຮົາ ກໍຍັງເປັນປະເທດ ທີ່ ປະຊາຊົນ ເຂົາຍັງຂາດ ຄວາມຮູ້ ກ່ຽວກັບ ເຣື່ອງ ໂພຊນາການ ນີ້ຢູ່ ກິນອາຫານ ບໍ່ຄ່ອຍຖືກ ສຸຂອະນາມັຍ ປານໃດ... ນົມ ໄຂ່ ນີ້ມັນ ກໍຫາບໍ່ຍາກ ແຕ່ວ່າມັນ ຄືນົມນີ້ ມັນກໍມີ ຣາຄາສູງເນາະ ເດັກນ້ອຍ ຢູ່ບ້ານນອກ ສ່ວນໃຫຍ່ ຂະເຈົ້າ ຈະບໍ່ຄ່ອຍ ໄດ້ກິນນົມ ກັນດອກ ຕົວຢ່າງ ວ່າເດັກ ອາຍຸປີ ກວ່າໆ ຂະເຈົ້າ ກໍຈະບໍ່ຄ່ອຍ ໄດ້ກິນນົມ ກັນແລ້ວ".

ທ່ານກ່າວວ່າ ໃນປີ 2017 ຈເຮັດໃຫ້ຈຳນວນ ເດັກນ້ອຍ ລຸ່ມ 5 ປີ ທີ່ມີນ້ຳໜັກ ບໍ່ໄດ້ມາຕຖານ ນັ້ນຫລຸດລົງ ຍັງເຫລືອ 22% ແລະ ທີ່ຕ່ຳເຕັ້ຽ ໃຫ້ຫລຸດລົງ ຍັງເຫລືອ 35%. ເຮັດໃຫ້ ອັດຕຣາ ການເສັຽຊີວິດ ຂອງເດັກນ້ອຍ ອາຍຸ ຕ່ຳກວ່າ 1 ປີ ຍັງເຫລືອ 43 ຄົນ ຕໍ່ເດັກນ້ອຍ 1 ພັນຄົນ ແລະເຮັດໃຫ້ ອັດຕຣາ ການເສັຽຊີວິດ ຂອງເດັກນ້ອຍ ທີ່ມີອາຍຸ ຕ່ຳກວ່າ 5 ປີ ຫລຸດລົງ ຍັງເຫລືອ 56 ຕໍ່ ພັນຄົນ, ຈະເພີ້ມ ຈຳນວນໝໍ ປະດຸງຄັນ ໃຫ້ໄດ້ 60 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.