ກຸ່ມບໍຣິການປິ່ນປົວສຸຂພາບ ຢ້ຽມຢາມ ລາວ

0:00 / 0:00

16 ບໍຣິສັດ ນຳໜ້າ ໃນການ ບໍຣິການ ປິ່ນປົວ ສຸຂພາບ ແລະຢາ ເດີນທາງ ໄປລາວ ເພື່ອຫາ ໂອກາດ ດ້ານການຄ້າ ແລະ ການລົງທຶນ ຕາມຂອບ ໂຄງການ ປະຊາຄົມ ເສຖກິດ ອາຊຽນ ເມື່ອ ວັນທີ 6 ສິງຫາ 2014. ຕາມຣາຍງານ ຂ່າວ The Nation. ເອກອະທິບໍດີ ກົມການຄ້າ ຕ່າງ ປະເທດ ຂອງໄທ ດວງພອນ ຣົດພະຢາ ກ່າວວ່າ ທາງກົມ ໄດ້ຈັດໃຫ້ ມີ ການເດີນທາງ ເພື່ອການຄ້າ ໄປແຂວງ ຫລວງພຣະບາງ ຂອງລາວ ຍ້ອນວ່າ ລາວ ຈະເປີດກວ້າງ ໃຫ້ ທຸຣະກິດ ຂອງໄທ ຕັ້ງຂຶ້ນຢູ່ ພາຍໃນລາວ ພາຍໃຕ້ ຂອບການ ຮວມຕົວ ຂອງ ອາຊຽນ.

ສປປລາວ ມີຄວາມ ຕ້ອງການ ການ ບໍຣິການ ປິ່ນປົວ ດ້ານສຸຂພາບ ແລະຢາ ຢ່າງສູງ ຖ້າມກາງ ການເຕີບໂຕ ຢ່າງໄວວາ ໃນ ພາກ ເສຖກິດ ແລະ ການທ່ອງທ່ຽວ ຂອງລາວ. ກຸ່ມ ບໍຣິສັດ ທີ່ວ່ານັ້ນ ປະກອບດ້ວຍ ໂຮງ ພຍາບານ 6 ແຫ່ງ ບໍຣິສັດ ນວດ ສະປາ 4 ແຫ່ງ ແລະ 6 ບໍຣິສັດ ຜລິດ ແລະ ຈຳໜ່າຍ ເຄື່ອງສຳອາງ.

ກຸ່ມ 16 ບໍຣິສັດ ດັ່ງກ່າວ ອັນມີ ໂຮງ ພຍາບານ Korat Memorial, Chularat 3, ກຸ່ມສຍາມ Wellness, My Health Care ຮວມຢູ່ດ້ວຍ ນັ້ນ ມີກຳນົດ ການພົບປະ ກັບ ບັນດາ ບໍຣິສັດ ທ້ອງຖີ່ນ ເພື່ອຫາຣື ເຣື່ອງການ ເປັນຄູ່ຮ່ວມ ທຸຣະກິດ ແລະ ບໍຣິສັດຮ່ ວມລົງທຶນ. ພ້ອມດຽວ ກັນນັ້ນ ກໍສາມາດ ເຂົ້າສັງເກດ ການ ຕາມໂຮງໝໍ ຄລີນິກ ແລະ ທຸຣະກິດ ນວດ ສະປາ ຕ່າງໆ ກ່ອນກັບຄືນ ປະເທດໄທ ໃນ ວັນທີ 8 ສິງຫາ ນີ້.