ຣະວັງໝາກໄມ້ມີສານພິດ

ສິດນີ
2014.11.27
f-Fruits ຣະວັງໝາກໄມ້ມີສານພິດ
RFA

 

ເຈົ້າຫນ້າທີ່ ສາທາຣະນະສຸຂ ເປີດເຜີຍ ວ່າ ທາງ ກະຊວງ ຂໍແນະນຳ ປະຊາຊົນ ໃຫ້ ຣະມັດ ຣະວັງ ວ່າ ໝາກໄມ້ ທີ່ ມາຈາກ ຈີນ ແລະ ວຽດນາມ ອາດມີ ສານ ຕົກຄ້າງ ຊຶ່ງ ເປັນ ອັນຕຣາຍ ຕໍ່ ສຸຂພາບ ໄດ້ ເຊັ່ນ: ໝາກສີດາ ໝາກກ້ຽງ ແລະ ໝາກ ເຣັດແຊ໊ງ. ດັ່ງ ທ່ານ ກ່າວວ່າ:

"ໜ່ວຍງານ ວິຊາ ສະເພາະ ເຮົາລົງໄປ ກວດ ລະແມ່ນ ພົບວ່າມີ ສານ ຕົກຄ້າງ ຫລາຍ ເປັນປະເພດ ຢາ ປາບ ສັດຕຣູພືດ ແຕກຕ່າງ ຈາກ ໝາກໃມ້ ພາຍໃນ ຍົກຕົວຢ່າງ ເຊັນພວກ ໝາກກ້ຽງ ຄື ໝາກກ້ຽງ ບ້ານເຮົາ ມັນບໍ່ມີ ສານ ຕົກຄ້າງ ຖືວ່າ ຜ່ານ ແຕ່ວ່າ ໝາກກ້ຽງ ທີ່ ເຮົານຳເຂົ້າ ນີ້ ສານເຄມີ ຕົກຄ້າງ ຫລາຍ".

ທ່ານກ່າວ ຕື່ມວ່າ ສານເຄມີ ທີ່ ກວດ ພົບເຫັນ ໃນໝາກໃມ້ ທີ່ ນຳເຂົ້ານັ້ນ ສ່ວນໃຫຍ່ ຈະແມ່ນມາ ຈາກ ຢາປາບ ສັດຕຣູ ພືດ ສານເຄມີ ຈະເປັນ ອັນຕະຣາຍ ຕໍ່ ຮ່າງກາຍ ໃນ ຣະຍະ ສັ້ນ ແລະ ຣະຍະ ຍາວ.

ປັດຈຸບັນ ໃນຊ່ວງ ທີ່ ໝາກໄມ້ ຊນີດຕ່າງໆ ກຳລັງ ອອກໝາກ ອອກຜົລ ໃນ ປະເທດ ເພື່ອນບ້ານ ດັ່ງ ຈີນ ແລະ ວຽດນາມ ຮ່ວມທັງ ໄທ ເຮັດ ໃຫ້ ການ ນຳເຂົ້າ ສີນຄ້າ ປະເພດ ດັ່ງກ່າວ ມາ ລາວ ຢ່າງ ຫລວງຫລາຍ ຍ້ອນ ຄວາມງາມ ແລະ ສົດ ຂອງ ຫມາກໄມ້ ແຕ່ ຄຸນນະພາບ ນັ້ນ ອາດຈະ ບໍ່ດີພໍ.

ທາງການ ຈື່ງຢາກ ຕັກເຕືອນ ປະຊາຊົນ ໃຫ້ ຣະມັດ ຣະວັງ ໃນການຊື້ ແລະ ການ ບໍຣິໂພກ ທາງ ທີ່ດີ ຕ້ອງ ແຊ່ນ້ຳເກືອ ແລະ ລ້າງ ໃຫ້ ສະອາດ ກ່ອນ. ນອກຈາກ ໝາກໄມ້ ແລ້ວ ກໍຍັງມີ ອາຫານ ແຊ່ແຂງ ປະເພດ ອື່ນໆ ທີ່ ນຳເຂົ້າ ຈາກ ປະເທດ ເພື່ອນບ້ານ ກໍຕ້ອງ ຣະມັດ ຣະວັງ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.