ທາງການເຕືອນຣະວັງ ໄຂ້ Zika
2016.02.04

ໃນລະຍະ ທີ່ເຊື້ອໄຂ້ Zika ຣະບາດ ແລະ ສ້າງຄວາມ ວິຕົກກັງວົນ ໃນ ທົ່ວໂລກນີ້ ກະຊວງ ສາທາຣະນະສຸຂ ຂອງລາວ ແນະນໍາ ປະຊາຊົນ ເອົາມາຕການ ປ້ອງກັນ ໂດຍໃຫ້ ປະຕິບັດ 5 ປ. ຄື: ປິດ ພາຊະນະ, ປ່ອຍປາ ຫາງນົກຍູງ, ປ່ຽນນໍ້າ ເປັນປະຈໍາ, ປັບປຸງ ແລະ ປ່ຽນແປງ ໃຫ້ ເປັນນິສັຍ ຊຶ່ງ ເປັນແນວທາງ ປະຕິບັດ ອັນດຽວກັບ ການປ້ອງກັນ ໄຂ້ເລືອດອອກ, ຍ້ອນວ່າ ໄຂ້ Zika ເປັນໄຂ້ ທີ່ຍຸງລາຍນໍາ ເຊື້ອໂຣຄ ມາໃຫ້ ແລະ ຣັຖມົນຕຣີ ສາທາຣະນະສຸຂ ຈະຖແລງຂ່າວ ກ່ຽວກັບ ເຣຶ່ອງ ປ້ອງກັນ ເຊື້ອໂຣຄ ດັ່ງກ່າວ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ກົມຄວບຄຸມ ໂຣກຕິດຕໍ່ ກະວງ ສາທາຣະນະສຸຂ ຕໍ່ ເອເຊັຽເສຣີ ໃນວັນທີ 3 ກຸມພາ 2016 ນີ້:
"ມື້ອື່ນ ທ່ານ ຣັຖມົນຕຣີ ເພິ່ນ ສິອອກ ຖແລງຂ່າວ ເຣຶ່ອງການ ປ້ອງກັນ ຢ່າງໃດນະ ແຕ່ວ່າ ໂດຍພື້ນຖານ ເຮົາກໍຈັດຕັ້ງ ປະຕິບັດ ແນວທາງການ ປ້ອງກັນໄຂ້ ຄືກັນກັບ ການປ້ອງກັນ ໄຂ້ຍຸງລາຍ ຢູ່ດຽວນີ້ນະ ປະຕິບັດ 5 ປ. ນັ້ນ".
ທ່ານ ກ່າວຕື່ມວ່າ ສປປລາວ ອາຈໄດ້ຮັບ ເຊື້ອໄວຣັສ Zika ຈາກ ນັກທ່ອງທ່ຽວ ທີ່ ມາຈາກ ປະເທສແຖບ ລາຕິນ ອະເມຣິກາ ຊຶ່ງມີ ໄວຣັສ ຊນິດນີ້. ດັ່ງນັ້ນຈຶ່ງ ມີຄວາມ ຈໍາເປັນຕ້ອງ ໄດ້ ເຕືອນ ປະຊາຊົນ ໃຫ້ປ້ອງກັນ ເອົາໄວ້ ຮວມທັງໃຫ້ ໂທຣະສັບ ຖາມ ວິທີປ້ອງກັນ ໂຣຄນີ້ ຕາມ ສາຍດ່ວນ 166.
ເມື່ອຕົ້ນອາທິດ ຜ່ານມາ ມີຣາຍງານ ຈາກ ປະເທສໄທ ວ່າ ມີຄົນຕິດເຊື້ອ ໄວຣັສ Zika ຄົນນຶ່ງ ແຕ່ໄດ້ຮັບ ການປິ່ນປົວ ຢູ່ໂຮງໝໍ ແລະ ຫາຍດີແລ້ວ. ເຊື້ອໄວຣັສ Zika ເປັນເຊື້ອໂຣຄ ທີ່ເກີດຈາກ ຍຸງລາຍ. ອາການ ທົ່ວໄປ ຂອງຄົນປ່ວຍ ຄືມີໄຂ້, ອາການ ອ່ອນເພັຽ, ປວດຫົວ, ມີຜື່ນແດງ, ຕາແດງ. ສ່ວນໃຫຍ່ ອາການເຫລົ່ານີ້ ຈະຫາຍໄປເອງ ພາຍໃນ 1 ອາທິດ. ສໍາລັບ ແມ່ຍິງ ທີ່ຖືພາ ຈໍາເປັນຕ້ອງໄດ້ ຮັບການດູແລ ເປັນພິເສດ ເນື່ອງຈາກ ການຕິດ ເຊື້ອໂຣຄນີ້ ອາຈສົ່ງ ຜົລກະທົບ ອັນບໍ່ດີ ຕໍ່ລູກ ໃນທ້ອງ ແລະ ມີຄວາມສ່ຽງຕໍ່ ການ ກໍາເນີດ ຫລື ເສັຽ ຊີວິດໄດ້.