ຜູ້ທຸກຍາກໄດ້ເຂົ້າໂຮງໝໍ ປົວຟຣີ

ໄມຊູລີ
2016.11.08
F-phongsaly ບັນດາແມ່ ແລະ ເດັກນ້ອຍອ່ອນ ທີ່ເຂົ້າມາຮັບ ຄໍາແນະນໍາຈາກ ພະນັກງານ ໃນສຸຂສາລາ ປະຈໍາທ້ອງຖິ່ນ ທີ່ແຂວງຜົ້ງສາລີ
Screen captured Phongsaly video

ປັຈຈຸບັນ ທາງການ ແຂວງຜົ້ງສາລີ ໄດ້ເປິດໃຫ້ ປະຊາຊົນ ຜູ້ທຸກຍາກ ສາມາດ ໄປປິ່ນປົວ ຢູ່ໂຮງໝໍ ແລະ ສຸຂສາລາ ໂດຍບໍ່ຕ້ອງ ເສັຽຄ່າ ໃຊ້ຈ່າຍ ແຕ່ ປະຊາຊົນ ຕ້ອງໄປ ຈົດທະບຽນ ກັບນາຍບ້ານເສັຽກ່ອນ ເພື່ອເຮັດບັດ ຮັບຮູ້ວ່າ ເປັນຄອບຄົວທຸກຍາກ. ດັ່ງປະຊາຊົນ ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ ຜູ້ນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

“ກໍເພີ່ງໄດ້ສໍາຣວດ ໄດ້ສໍາຣວດ ອັນເປັນຄອບຄົວ ທຸກຍາກ ເປັນຈັ່ງໃດ ເນາະ ຮວມຣາຍຮັບ ຕໍ່າເນາະ ກໍຖືວ່າ ທຸກຍາກ ກໍຈະມີ ຂໍ້ມູນ ສອບຖາມ ອິງຂໍ້ມູນ ບ້ານ ມີແຕ່ຄອບຄົວ ບໍ່ພົ້ນທຸກ ມີຢູ່ 3-4 ຄອບຄົວນີ້ ເພີ່ນກໍຮັບ ການປິ່ນປົວ ຟຣີ ຢູ່ ຈໍານວນໃດ ຈໍານວນນຶ່ງ”.

ປະຊາຊົນຜູ້ນີ້ ອະທິບາຍເພີ້ມວ່າ ຕາມເງື່ອນໄຂ ຂອງທາງການ ຜູ້ທຸກຍາກ ຕ້ອງມີຣາຍຮັບ ບໍຮອດ 5 ລ້ານ ກິບຕໍ່ປີ ແລະ ທາງ ໂຮງໝໍ ເມືອງ ໂຮງໝໍແຂວງ ຫຼື ສຸຂສາລາ ຈະມີຂໍ້ມູນ ຂອງຄອບຄົວ ເຫລົ່ານີ້ ມອບໝາຍໃຫ້ ນາຍບ້ານ ສົ່ງຣາຍຊື່ ຜູ້ທຸກຍາກ ໃຫ້ແກ່ ທາງການ ເພື່ອສໍາຣວດ ໃນແຕ່ລະປີ ເພືອໄດ້ຮັບສິດ ໃນການປິ່ນປົວ ໂດຍບໍ່ຕ້ອງເສັຽຄ່າ. ດັ່ງ ທ່ານ ສະໜອງ ທອງຊນະ ຜູ້ອໍານວຍການ ໂຮງໝໍ ມິຕພາບ 150 ຕຽງ ນະຄອນຫຼວງ ວຽງຈັນ ກ່າວກ໋ຽວກັບ ເຣື້ອງນີ້ ວ່າ:

“ຕໍ່ປະຊາຊົນ ຜູ້ທຸກຍາກ ຂາດເຂີນ ການເຈັບເປັນ ກະທັນຫັນ ພວກເຮົາ ຮັບເຂົ້າມາ ໃນໂຮງໝໍ ແລ້ວ ມີບໍ່ມີ ພວກເຮົາ ກໍຕ້ອງຮັບ ແລະ ໄດ້ມາປິ່ນປົວ ພວກເຮົາ ໄດ້ໃຫ້ ອັດຕຣາ ປິ່ນປົວ ປະຈໍາວັນ ແກ່ຜູ້ທຸກຍາກ ຂາດເຂີນ ແຕ່ລະປີ ພວກເຮົາກໍໄດ້ໃຊ້ ກອງທຶນ ຕົວນີ້ຫຼາຍ ກ່ວາ 5 ຮ້ອຍລ້ານ ໃນການ ນະໂຍບາຍ ທີ່ບໍ່ໄດ້ ເກັບຄືນແທ້ ແກ່ ປະຊາຊົນ ຜູ້ທຸກຍາກ”.

ຢ່າງໃດກໍຕາມ ນະໂຍບາຍ ປິ່ນປົວ ແບບບໍ່ເສັຽຄ່າ ກວມເຖິງ ເດັກນ້ອຍ ອາຍຸຕໍ່າ ກວ່າ 5 ປີ ແມ່ຍິງຖືພາ ແລະ ເກີດລູກໃໝ່ ສະເພາະ ຄອບຄົວ ທີ່ບໍ່ມີ ປະກັນພັຍ ສັງຄົມ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.