ໂຄງການອອກລູກບໍເສັຽຄ່າ

ມະນີຈັນ
2015.12.22
F-hospital ແມ່ຍິງພາກັນລໍຖ້າ ເຂົ້າກວດສຸຂພາບ ຢູ່ ສຸຂສາລາເຂດວົງໄຊ ບ້ານເມືອງງອຍ ພາກເໜືອຂອງລາວ
Photo courtesy of Malcolm McDougall/Alamy

ຜແນກ ສາທາຣະນະສຸກ ບາງແຂວງ ແລະ ເມືອງ ເຊັ່ນ: ເມືອງ ຄົງເຊໂດນ ແຂວງ ສາຣະວັນ ຍັງໃຫ້ ບໍຣິການ ໃຫ້ ແມ່ຍິງ ມາອອກລູກ ບໍ່ເສັຽຄ່າ ໄປກ່ອນ  ແລ້ວ ຈຶ່ງຈະໄດ້ ງົບປະມານ ຊົດເຊີຍ ຄືນຫລັງ, ຕາມຣາຍງານ ແຈ້ງວ່າ ນັບແຕ່ຕົ້ນ ປີ 2015 ເປັນຕົ້ນມາ ຍັງບໍ່ໄດ້ ງົປມານ ສນັບສນູນ ເພິ່ມຕື່ມ. ດັ່ງ ເຈົ້າໜ້າທີ ແຂວງ ສາຣະວັນ ກ່າວວ່າ:

“ເຮົາເຮັດ ເປັນ ປົກກະຕິ ແຕ່ ບໍມີເງິນ ວ່າຊັ້ນຊະ ເພິ່ນຍັງ ບໍ່ທັນຊ່ວຍ, ເພິ່ນ ຈະໂອນໃຫ້ ເປັນງວດ ເປັນ ໄຕຣມາສ ນີ້ແຫຼະ. ຜ່ານມານີ້ ເປັນຂອງ ຍຄສ ເປັນເງິນ ກອງທຶນໂລກ ເຮົາກໍໄດ້ ຮອດເດືອນ 12 ປີ 2014 ແຕ່ເຣີ່ມຕົ້ນ 2015 ຍັງ ບໍ່ທັນໄດ້”.

ການ ບໍຣິການ ອອກລູກ ບໍເສັຽຄ່າ ຢູ່ ແຂວງ ສາຣະວັນ ໄດ້ຮັບທຶນ ສນັບສນູນ ຈາກໂຄງການ ຍົກສູງ ຄຸນນະພາບ ບໍຣິການ ສາທາຣະນະສຸຂ ຫຼື ຍຄສ ຊຶ່ງໄດ້ຮັບ ເງິນ ຊ່ວຍເຫລືອ ຈາກ ທະນາຄານ ໂລກ.

ສປປ ລາວ ຫາກໍ່ໄດ້ ຮັບເງິນງວດໃຫມ່ ຈາກ ສາກົນ ເປັນເງິນ ຊ່ວຍເຫລືອ ແລະ ກູ້ຍືມ ມູນຄ່າ ທັງຫມົດ 51.4 ລ້ານ ໂດລາ ສະຫະຣັຖ ຫຼື 400 ກວ່າ ຕື້ກີບ ຄາດວ່າ ຈະແຈກຍາຍ ໃຫ້ແຂວງ ແລະເມືອງ ຕ່າງໆ ໃນຕົ້ນ ປີຫນ້າ.

ອີກດ້ານນຶ່ງ ເຈົ້າຫນ້າທີ່ ຫ້ອງການ ສາທາຣະນະສຸຂ ເມືອງ ຫຼວງນໍ້າທາ ແຂວງ ຫຼວງນ້ຳທາ ກ່າວ ກ່ຽວກັບ ເຣື້ອງນີ້ວ່າ ເງິນ ຊ່ວຍເຫລືອ ໂຄງການ ອອກລູກ ບໍເສັຽຄ່າ ຂອງເມືອງ ໝົດ  ຕັ້ງແຕ່ ທ້າຍເດືອນ ກັນຍາ 2015 ເປັນຕົ້ນມາ ແລະ ຍັງລໍຖ້າ ເງິນ ງວດໃຫມ່. ໃນຊ້ວງນີ້ ແມ່ຍິງ ມາອອກລູກ ຢູ່ ໂຮງຫມໍ ແລະ ສຸຂສາລາ ກໍຕ້ອງ ເສັຽຄ່າ ໃຊ້ຈ່າຍ ເອງ:

“ເຣີ່ມ ຕຸລາ ມາເຖິງ ປັຈຈຸບັນ ນີ້ ງົດການ ໃຊ້ ບໍຣິການ ໂຈະ ໄວ້ກ່ອນ, ດຽວນີ້ ກໍຖືວ່າ ຫມົດແລ້ວເດ ມັນເປັນງວດນຶ່ງ ຂອງ 2016 ແລ້ວ. ແມ່ນແລ້ວ ຄ່າໃຊ້ຈ່າຍ ຂອງຜູ້ນຶ່ງ ປະມານ 160,000 ນີ້ບໍ ທີ່ເຂົາໃຫ້”.

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕື່ມວ່າ ເງິນຊ່ວຍເຫລືອ ຈາກ ສາກົນ ຈະຊ່ວຍ ການມາກວດທ້ອງ ແລະ ອອກລູກ ຢູ່ໂຮງຫມໍ ບໍຕ້ອງເສັຽຄ່າ ເພາະມີເງິນ ສນັບສນູນ ຮວມທັງ ຄ່າ ເດີນທາງ ແລະ ຄ່າອາຫານ ນໍາ. ຜ່ານມາ ໂຄງການນີ້ ເຮັດໃຫ້ ແມ່ຍິງ ມາອອກລູກ ຢູ່ ໂຮງຫມໍ ຫຼາຍຂຶ້ນ ຈຶ່ງຄາດວ່າ ຈະໄດ້ຮັບ ເງິນ ຊ່ວຍເຫລືອ ງວດໃຫມ່ ໃນ ໄວໆ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.