ເດັກນ້ອຍລາວໄດ້ຮັບ ການຊ່ອຍເຫຼືອ
2013.04.05

ຝຣັ່ງເສດ, ໂຄງການ ອາຫານໂລກ ແລະ ກະຊວງ ສາທາຣະນະສຸຂ ສປປ ລາວ ຮ່ວມກັນ ຕໍ່ຕ້ານ ການຂາດ ອາຫານ ຂອງ ເດັກນ້ອຍ ໃນລາວ.
ຫ້ອງການທູດ ຝຣັ່ງເສດ ປະຈໍາລາວ Yves Carmona ແລະ ຮອງ ຜູ້ອໍານວຍການ ໂຄງການ ອາຫານໂລກ Paul Howe ເດີນທາງ ຢ້ຽມຢາມ ສູນ ເພື່ອສຸຂພາບ ແລະ ໝູ່ບ້ານຕ່າງໆ ບ່ອນ ດໍາເນີນງານ ຂອງໂຄງການ ເພື່ອສະກັດກັ້ນ ການຂາດ ສານອາຫານ ຢ່າງ ເປັນປະຈໍາ ຂອງ ເດັກນ້ອຍ ອາຍຸ ຫລຸດ 2 ປີ ດ້ວຍການໃຫ້ ອາຫານເສີມ ທີ່ມີ ທາດບໍາຣຸງ ສະເພາະ. ຕາມຣາຍງານ ຂ່າວ ວັນທີ 2 ເມສາ 2013 ນີ້. ແມ່ທີ່ຖືພາ ແລະ ລ້ຽງລູກນ້ອຍ ກໍມີການ ຊຸກຍູ້ໃຫ້ ໄປໃຊ້ ບໍຣິການ ຢູ່ສູນ ເພື່ອສຸຂພາບ ຕ່າງໆ ໂດຍໄດ້ຮັບເຂົ້າ ແລະ ອາຫານ ເສີມ ທາດບໍາຣຸງ ຕື່ມອີກ.
ທ່ານ Howe ກ່າວວ່າ ໂຄງການນີ້ ຊ່ວຍ ຮັບປະກັນ ໃຫ້ພວກ ເດັກນ້ອຍ ໄດ້ຮັບ ທາດບໍາຣຸງ ຕ່າງໆ ທີ່ຈໍາເປັນ ເພື່ອການເຕີບໂຕ ທາງຮ່າງກາຍ ແລະ ມັນສມອງ ຢ່າງເຕັມສ່ວນ. ພວກທ່ານເຊື່ອວ່າ ເປັນສິ່ງສໍາຄັນ ຢ່າງຍິ່ງ ສໍາລັບ ສວັດດີພາບ ຂອງ ຊົນລຸ້ນຕໍ່ໄປ ແລະ ສໍາລັບການ ພັທນາ ຣະຍະຍາວ ຂອງ ປະເທດ ລາວ. ຣັຖບານ ຝຣັ່ງເສດ ໄດ້ຊ່ວຍ ໂຄງການ ເພື່ອສຸຂພາບ ແມ່ແລະເດັກ ຂອງອົງການ ອາຫານໂລກ 3 ແສນ ຢູໂຣ ໃນຊ່ວງປີ 2012 ຊຶ່ງເປັນ ຈໍານວນເງິນ ທີ່ ໃຊ້ເຂົ້າໃນ ການສນອງ ອາຫານ ທາດບໍາຣຸງ ສະເພາະ ສໍາລັບ ເດັກນ້ອຍອາຍຸ ຣະຫວ່າງ 6 ຫາ 23 ເດືອນ.
ທ່ານທູດ Carmona ກໍກ່າວວ່າ ຝຣັ່ງເສດ ຕິດຕາມ ຄວາມ ພຍາຍາມ ຂອງ ສປປ ລາວ ຢ່າງໃກ້ຊິດ ໃນການປັບປຸງ ສະພາບການ ມີອາຫານ ທາດບໍາຣຸງ ຢູ່ຕາມທ້ອງຖີ່ນ ຂອງລາວ ຊຶ່ງຜົລຂອງ ໂຄງການ ເພື່ອສຸຂພາບ ແມ່ແລະເດັກ ນີ້ ເຮັດໃຫ້ມີ ກໍາລັງໃຈ ຂະນະທີ່ ຜູ້ໄປໃຊ້ ບໍຣິການ ຢູ່ສູນ ສຸຂພາບ ຕ່າງໆ ທີ່ທ່ານ ໄປຢ້ຽມຢາມ ນັ້ນ ມີຫລາຍ ເພີ່ມຂຶ້ນ ຊຶ່ງເປັນສັນຍານ ທີ່ດີ ສໍາລັບ ການພັທນາ ຣະຍະຍາວ.