ໄທ 5 ຄົນ ຕິດພຍາດ Covid-19 ເຂົ້າມາ ຂ.ຄຳມ່ວນ

ໄມຊູລີ
2020.03.17
F-Covid-19 ທາງການລາວ ໃຊ້ມາຕການເຄັ່ງຄັດ ກວດກາ ຄົນເດີນທາງເຂົ້າອອກ ຕາມດ່ານຕ່າງໆ
ຮຸບພາບ : ຖອນຈາກວີດີໂອ ໂທຣະທັສ ແຫ່ງຊາດ

ຊາວໄທຫ້າຄົນທີ່ຕິດພຍາດ COVID-19 ເດີນທາງໄປກິນອາຫານ ຢູ່ຮ້ານອາຫານສອງແຫ່ງ ທີ່ແຂວງຄຳມ່ວນ. ທາງກົງສູນໃຫຍ່ຂອງໄທ ກໍໄດ້ອອກໃບແຈ້ງການ ຂໍຮ້ອງໃຫ້ທາງການແຂວງຄຳມ່ວນ ຕິດຕາມແລະກວດກາເບິ່ງ ສະຖານທີ່ ການເຄື່ອນໄຫວ ຂອງຊາວໄທທັງຫ້າ ຄົນ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ກົງສູນໃຫຍ່ຂອງໄທ ປະຈຳແຂວງສວັນນະເຂດ ທີ່ໄດ້ກ່າວກັບນັກຂ່າວ ວິທຍຸເອເຊັຍເສຣີ ໃນວັນທີ່ 17 ມິນາ 2020 ນີ້ວ່າ:

“ມາແຈ້ງແນວນີ້ຈ້າວ, ວ່າໜັງສືສະບັບນີ້ ອອກຈາກຫ້ອງການເຮົາແທ້ແລກທີ່ 83 ຫັ່ນ ອອກຈາກຫ້ອງການເຮົາແທ້ ແຕ່ວ່າສ່ວນຣາຍລະອຽດ ໃຫ້ໄປສອບຖາມຜແນກການ ຕ່າງປະເທດ ແຂວງຄຳມ່ວນ ເພາະເຮົາໄດ້ແຈ້ງຣາຍລະອຽດ ໄປແລ້ວຈ້າວ.”

ຫລັງຈາກນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ຫາຜແນກການຕ່າງປະເທດ ແຂວງຄຳມ່ວນທັນທີ ແລະໄດ້ຮັບຄຳອະທິບາຍວ່າ ເຈົ້າໜ້າທີ່ຜແນກ ທີ່ກ່ຽວຂ້ອງ ໄດ້ຮັບໜັງສືແຈ້ງການ ຈາກກົງສູນໃຫຍ່ຂອງໄທ ແລ້ວແຕ່ວັນທີ່ 16 ມິນາ 2020, ແລ້ວກໍໄດ້ປະຊຸມກັນທັນທີທັນໃດ ປັດຈຸບັນ ກຳລັງລົງໄປຕິດຕາມ ແລະ ກວດກາສະຖານທີ່ເຫລົ່ານັ້ນຢູ່. ສ່ວນເຈົ້າໜ້າທີ່ຜແນກສາທາຣະນະສຸກ ແຂວງຄຳມ່ວນກ່າວວ່າ ຂັ້ນຕອນເຮັດ ວຽກຍັງຊັກຊ້າ:

“ຄືຊິແມ່ນຂັ້ນຕອນການເຮັດວຽກ ມັນຍັງແກ່ຍາວຫັ່ນໜາ ມັນຍັງບໍເຫັນອ້າຍນ້ອງ ສົ່ງຂໍ້ມູນຫຍັງມາໃຫ້ ແຕ່ມາຕການກໍຄື ມາຕການຮວມ ທົ່ວໄປ ທີ່ເຮົາໃຊ້ໃຫ້ກັກບໍຣິເວນ ຫາກຖືກຜູ້ໃດສົງໃສ ຜູ້ໃດເຂົ້າເຄືອຂ່າຍສົງໃສແທ້ໆ ກໍເກັບໂຕ ຢ່າງໄປກວດ ຢືນຢັນຈາກຫ້ອງແຫຼັບ; ຖ້າຜູ້ໃດເຂົ້າຂ່າຍສົງໃສຕິດຕາມ ກໍໃຫ້ຕິດຕາມ.”

ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງຄຳມ່ວນ ທ່ານນີ້ກ່າວອີກວ່າພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປກວດກາແລະຮີບໂຮມຂໍ້ມູນຈາກຮ້ານ ອາຫານ ຈັນສະກິດ ແລະ ຮ້ານອາຫານພອນເທບ ໃນມື້ອັງຄານ ວັນທີ່ 17 ມິນາ ນີ້ແລ້ວ.

ຫລ້າສຸດ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ຂອງລາວ ໄດ້ ຖແລງເມື່ອວັນຕອນແລງ ຂອງວັນອັງຄານນີ້ວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວ ໄດ້ຕິດຕາມກວດກາ ການເຄື່ອນໄຫວຂອງຊາວໄທເຫລົ່ານັ້ນ ແລ້ວ ແລະຜົນປະກົດວ່າ ມີຊາວໄທພຽງແຕ່ ສອງຄົນເທົ່ານັ້ນ ທີ່ໄດ້ເດີນທາງມາເມືອງທ່າແຂກ ແຂວງຄຳມ່ວນ ແລະຊາວໄທທັງສອງ ກໍເປັນສ່ວນນຶ່ງຂອງຊາວໄທ 11 ຄົນ ທີ່ໄປເຊັຽ ການຕີມວຍ ຢູ່ບາງກອກສອງວັນກ່ອນ ເຂົ້າມາລາວ ແລ້ວບໍ່ດົນຕໍ່ມາ ຊາວໄທທັງໝົດ ກໍຖືກກວດພົບວ່າຕິດພຍາດ ໂຄວິດ-19; ແລະໃນນີ້ 9 ຄົນ ກໍກັກໂຕເອງແລ້ວ ສ່ວນອີກສອງຄົນໄດ້ເດີນທາງມາລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.